ສະຫາຍ ປາດຖະໜາ ທອງດີ ໄດ້ຮັບການແຕ່ງຕັ້ງບົ່ງຕົວ ເປັນເລຂາ ຄຊປປລ ຮາກຖານ ລັດວິສາຫະກິດໄຟຟ້າລາວ ຄົນໃໝ່

           ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນປັດຈຸບັນ, ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຮາກຖານ ລັດວິສາຫະກິດໄຟຟ້າລາວ ໄດ້ຈັດພິທີປະກາດການຈັດຕັ້ງຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 15 ພະຈິກ 2022 ນີ້ ຢູ່ສະໂມສອນໃຫຍ່ ລັດວິສາຫະກິດໄຟຟ້າລາວ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ຈັນທະເລດ ວໍລະບຸດ ຄະນະພັກກະຊວງ, ຄະນະບໍລິຫານງານສູນກາງ ຊປປລ, ເລຂາ ຄະນະບໍລິຫານງານ ຊປປລ ກະຊວງ ພະລັງງານ ແລະ ບໍ່ແຮ່, ສະຫາຍ ຟອງປະສິດ ເພັດສີສຸກ ຮອງເລຂາຄະນະພັກຮາກຖານ, ຮອງຜູ້ອຳນວຍການລຫດວິສາຫະກິດໄຟຟ້າລາວ. ມີບັນດາ ສະຫາຍ ຮອງເລຂາ, ຄະນະປະຈຳ, ຄະນະບໍລິຫານງານ ຊປປລ ກະຊວງ; ເລຂາ, ຮອງເລຂາ ບັນດາ ຄຊປປລ ຮາກຖານ ແລະ ໜ່ວຍຮາກຖານອ້ອມຂ້າງກະຊວງ ພ້ອມດ້ວຍຄະນະບໍລິຫານງານ ຊປປລ ຮາກຖານ ລັດວິສາຫະກິດໄຟຟ້າລາວ ແລະ ສະມາຊິກຊາວໜຸ່ມພາຍໃນ ຄຊປປລ ຮາກຖານ ລັດວິສາຫະກິດໄຟຟ້າລາວເຂົ້າຮ່ວມຢ່າງພ້ອມພຽງ.

          ໃນພິທີ ສະຫາຍ ມ້ອນ ເພັດພູໄທ ຮອງເລຂາ ຄະນະບໍລິຫານງານ ຊປປລ ກະຊວງ ທັງເປັນຫົວໜ້າຫ້ອງການ ຄຊປປລ ກະຊວງ ໄດ້ຂຶ້ນຜ່ານມະຕິຕົກລົງຂອງ ຄະນະບໍລິຫານງານ ຊປປລ ກະຊວງ ວ່າດ້ວຍການແຕ່ງຕັ້ງບົ່ງຕົວ ຄະນະບໍລິຫານງານ ຊປປລ ຮາກຖານ ລັດວິສາຫະກິດໄຟຟ້າ ຈຳນວນ 15 ສະຫາຍ ເຊິ່ງປະກອບມີ: ສະຫາຍ ປາດຖະໜາ ທອງດີ ເປັນເລຂາ; ສະຫາຍ ພຸດທະສອນ ອິນທະວົງ ແລະ ສະຫາຍ ປອ. ເບັນທິລາວັນ ເຕໂຊ ເປັນຮອງເລຂາ; ສະຫາຍ ນາງ ພອນວິໄລ ພິມມະສອນ ເປັນປະທານກວດກາ. ນອກຈາກນີ້ຍັງປະກອບມີຄະນະກຳມະການຕື່ມອີກ ຈຳນວນ 11 ສະຫາຍ.

          ຕອນທ້າຍຂອງພິທີ ຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຈາກ ສະຫາຍ ຈັນທະເລດ ວໍລະບຸດ ຄະນະພັກກະຊວງ, ຄະນະບໍລິຫານງານສູນກາງ ຊປປລ, ເລຂາ ຄະນະບໍລິຫານງານ ຊປປລ ກະຊວງ ພະລັງງານ ແລະ ບໍ່ແຮ່, ສະຫາຍ ຟອງປະສິດ ເພັດສີສຸກ ຮອງເລຂາຄະນະພັກຮາກຖານ, ຮອງຜູ້ອຳນວຍການລຫດວິສາຫະກິດໄຟຟ້າລາວ. ກ່ອນອື່ນ ສະຫາຍ ທັງສອງໄດ້ຕ່ລາຄາສູງ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາ ສະຫາຍ ທີ່ໄດ້ຮັບການແຕ່ງຕັ້ງຄັ້ງນີ້ ເຊິ່ງສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນ ແລະ ໄວ້ເນື້ອເຊື່ອໃຈຈາກຄະນະພັກ, ຄະນະນຳ ແລະ ມະຫາຊົນ ໃຫ້ຊີ້ນຳ-ນຳພາອົງການຈັດຕັ້ງຊາວໜຸ່ມ ເຊິ່ງເປັນກະດູສັນຫຼັງຂອງຊາດ ແລະ ເປັນແຂນຂວາຂອງພັກ. ພ້ອມກັນນີ້, ສະຫາຍ ທັງສອງກໍ່ໄດ້ຮຽກຮ້ອງໃຫ້ຄະນະນຳຊາວໜຸ່ມລັດວິສາຫະກິດໄຟຟ້າລາວທຸກຂັ້ນ ຈົ່ງສືບຕໍ່ຍົກສູງຄວາມຮັບຜິດຊອບທາງດ້ານເມືອງ ແລະ ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ໃຫ້ບັນລຸຕາມລະດັບຄາດໝາຍຂອງຂັ້ນເທິງວາງອອກ.
ພາບ: ຄຊປປລ ຮາກຖານ ລັດວິສາຫະກິດໄຟຟ້າລາວ
ຂ່າວ: ຄຳແສງ ແກ້ວປະເສີດ