ການບໍລິຫານ-ຈັດການນ້ຳເພື່ອຄວາມປອດໄພຂອງເຂື່ອນ ແລະ ແຜນຮັບມືສຸກເສີນ ໃນລະດູຝົນ

           ໃນລະຫວ່າງ ວັນທີ 27-28 ກັນຍາ 2022, ທີ່ເມືອງວັງວຽງ ແຂວງວຽງຈັນ, ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ໄດ້ຈັດກອງປະຊຸມຂື້ນ ໂດຍໃຫ້ກຽດເປັນປະທ່ານໂດຍທ່ານ ປອ ສີນາວາ ສຸພານຸວົງ, ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່, ໂດຍມີ ບັນດາທ່ານຜູ້ຕາງໜ້າບັນດາກະຊວງ, ອົງການອ້ອມຂ້າງສູນກາງທີ່ກ່ຽວຂ້ອງ, ຫ້ອງການ, ບັນດາກົມ, ສະຖາບັນ, ລັດວິສາຫະກິດອ້ອມຂ້າງກະຊວງ, ພະນັກງານວິຊາການ ແລະ ຜູ້ອຳນວຍການຈາກບັນດາໂຄງການພັດທະນາເຂື່ອນໄຟຟ້າທົ່ວປະເທດ ລວມທັງໝົດ 64 ທ່ານ.

          ທ່ານປະທານ ຍັງໄດ້ກ່າວຕື່ມໃນກອງປະຊຸມວ່າ: ກອງປະຊຸມປຶກສາຫາລື ແລກປ່ຽນບົດຮຽນ ດ້ານຄວາມປອດໄພຂອງເຂື່ອນ, ການບໍລິຫານຈັດການນ້ຳ ເພື່ອຄວາມປອດໄພຂອງເຂື່ອນ ແລະ ແຜນຮັບມືສຸກເສີນ ໃນລະດູຝົນປະຈຳປີ 2022 ນີ້, ເປັນໜຶ່ງໃນຫນ້າວຽກຈຸດສຸມ ທີ່ພວມຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກ ກະຊວງພະລັງງານ ແລະ ບໍ່ແຮ່ ສະໄໝທີ III, ໃຫ້ສອດຄ່ອງກັບມະຕິກອງປະຊຸມໃຫຍ່ຂອງພັກ ສະໄໝທີ XI ແລະ ແຜນພັດທະນາເສດຖະກິດ ສັງຄົມແຫ່ງຊາດ ຄັ້ງທີ IX (2021-2025) ຂຶ້ນຢ່າງເປັນທາງການ.

          ໃນໄລຍະທີ່ຜ່ານມາ ພາຍຫຼັງທີ່ເກີດເຫດການບໍ່ເພີງປາດຖະໜາ ກ່ຽວກັບຄວາມປອດໄພຂອງເຂື່ອນ ໃນໄລຍະຜ່ານມາ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ສຸມໃສ່ ວຽກງານຕິດຕາມກວດກາ ຄວາມປອດໄພຂອງເຂື່ອນ, ການຄຸ້ມຄອງ ແລະ ການບໍລິຫານຈັດການອ່າງນ້ຳຂອງເຂື່ອນ ເພື່ອຄວາມປອດໄພເຂື່ອນທັງໝົດ ທັງເຂື່ອນນ້ອຍ ແລະ ເຂື່ອນໃຫຍ່ ໃນຂອບເຂດທົ່ວປະເທດ; ຜ່ານມາ, ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ແຕ່ງຕັ້ງ ຄະນະວິຊາການກວດກາດ້ານເຕັກນິກ ແລະ ກວດກາດ້ານນິຕິກຳ, ມີຄະນະຊ່ຽວຊານຂອງທະນາຄານໂລກ ແລະ ຄະນະຊ່ຽວຊານ ຂອງປະເທດນິວຊີແລນ ເຮັດໜ້າທີ່ ກວດກາດ້ານຄວາມປອດໄພຂອງເຂື່ອນ ໃນຂອບເຂດທົ່ວປະເທດ ໃນນັ້ນ ປະກອບມີເຂື່ອນໃຫຍ່ 54 ເຂື່ອນ ແລະ ເຂື່ອນນ້ອຍ 42 ເຂື່ອນ, ເຫັນວ່າ ບັນດາໂຄງການເຂື່ອນ ແມ່ນມີຄວາມປອດໄພ, ແຕ່ເຖິງຢ່າງໃດກໍ່ຈະຕ້ອງໄດ້ເອົາໃຈໃສ່ປັບປຸງບາງບັນຫາໃນຕໍ່ໜ້າໃຫ້ມີຄວາມຫັດກຸມຍິ່ງໆຂື້ນໄປ. ມາເຖິງປະຈຸບັນ ທົ່ວປະເທດ ມີເຂື່ອນໄຟຟ້າທັງໝົດ 78 ແຫ່ງ ລວມກຳລັງການຕິດຕັ້ງ ແມ່ນ 9.972 ເມກາວັດ , ສາມາດຜະລິດພະລັງງານໄຟຟ້າໄດ້ 52.211 ລ້ານກິໂລວັດໂມງ ແລະ ຄາດວ່າ ປີ 2030 ມີເຂື່ອນໄຟຟ້າທັງ ໝົດ 100 ແຫ່ງ ທີ່ຈະດໍາເນີນການຜະລິດ ແລະ ຍັງມີແຜນພັດທະນາອີກຈໍານວນຫຼາຍສົມຄວນ.

          ກະຊວງພະລັງງານ ແລະ ບໍ່ແຮ່ ກໍ່ໄດ້ຈັດກອງປະຊຸມ ຖອດຖອນບົດຮຽນການບໍລິຫານຈັດການນໍ້າ ຂື້ນຢູ່ 3 ຄັ້ງຄື: ໃນປີ 2019 ຈັດຂື້ນທີ່ນະຄອນຫຼວງວຽງຈັນ; ປີ 2020 ໄດ້ສຶບຕໍ່ຈັດກອງປະຊຸມ ຖອດຖອນບົດຮຽນການບໍລິຫານຈັດການນໍ້າ ຄັ້ງທີ 2 ຂື້ນ ທີ່ເມືອງວັງວຽງ ໂດຍ ມີຜູ້ພັດທະນາໂຄງການໄຟຟ້າ ຈາກ 4 ອ່າງ ຄື: ອ່າງນໍ້າງື່ມ , ອ່າງນໍ້າອູ , ອ່າງນໍ້າເທີນ , ອ່າງເຊກອງ ແລະ ບາງເຂື່ອນທີ່ຢູ່ໄກ້ກັນມາ ປະຊຸມປຶກສາຫາລື ລວມມີ 32 ໂຄງການ; ປີ 2021 ກະຊວງພະລັງງານ ແລະ ບໍ່ແຮ່ ສຶບຕໍ່ຈັດກອງປະຊຸມ ຖອດຖອນບົດຮຽນການບໍລິຫານຈັດການນໍ້າ ຄັ້ງທີ 3 ຂື້ນ ຢູ່ອ່າງນ້ຳງຶ່ມ ທີ່ວັງວຽງ.

          ຫຼັງຈາກນັ້ນ ລັດຖະບານ ກໍ່ຄື ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ເຫັນຄວາມສໍາຄັນ ແລະ ເອົາໃຈໃສ່ ເນັ້ນໜັກ ດ້ານການຄຸ້ມຄອງ ຄວາມປອດໄພຂອງເຂື່ອນໄຟຟ້າ ແລະ ແຜນຮັບມືສຸກເສີນຫຼາຍຂື້ນ. ມາຮອດ ວັນທີ 9 ກຸມພາ 2022 ກະຊວງພະລັງງານ ແລະ ບໍ່ແຮ່ ກໍ່ໄດ້ປະກາດສ້າງຕັ້ງ ກົມໃຫ່ມຂື້ນ ຄື ກົມຄຸ້ມຄອງຄວາມປອດໄພອຸດສາຫະກໍາພະລັງງານ ໂດຍມີ ໜ້າທີ່ຮັບຜິດຊອບ ໃນການຄຸ້ມຄອງ, ຕິດຕາມກວດກາ ຄວາມປອດໄພຂອງໂຄງການເຂື່ອນໄຟຟ້າ ໃນໄລຍະອອກແບບ, ກໍ່ສ້າງ ແລະ ດໍາເນີນງານ ລວມທັງ ມີໜ້າຊຸກຍູ້ສົ່ງເສີ່ມ ຜູ້ພັດທະນາ ຈັດຕັ້ງປະຕີບັດຕາມ ລະບຽບການຮັດກຸມ ແລະ ສຶກສາຄົ້ນຄ້ວາ ສ້າງ-ປັບປຸງ ກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ ແລະ ບັນດາ ນິຕິກໍາ ລຸ່ມກົດໝາຍທີ່ກ່ຽວຂ້ອງກັບຄວາມປອດໄພ ທີ່ລັດຖະບານວາງອອກແຕ່ລະໄລຍະ ໃຫ້ສຳເລັດ ເພື່ອຮັບປະກັນໃຫ້ໂຄງການເຂື່ອນໄຟຟ້າ ມີຄວາມປອດໄພ, ໝັ້ນຄົງ, ຍຶນຍົງ ແລະ ມີແຜນການຮັບມືໄພສຸກເສີນຢ່າງເປັນລະບົບຄົບຊຸດ.

          ສຳລັບ ພາກນິຕິກຳ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ເອົາໃຈໃສ ພັດທະນາເປັນແຕ່ລະໄລຍະ ຢ່າງຕໍ່ເນື່ອງ ມີຫລາຍນິຕິກຳປະກາດໃຊ້ແລ້ວ ເຊັ່ນ: ກົດໝາຍ ວ່າດ້ວຍໄຟຟ້າ, ມາດຕະຖານເຕັກນິກໄຟຟ້າຂອງລາວ, ຄຳແນະນຳ ໃນການຄຸ້ມຄອງ ມາດຕະຖານເຕັກນິກໄຟຟ້າຂອງລາວ, ຄຳແນະນຳຄູ່ມືກວດສອບ ກວດກາ, ມີ 8 ຄໍາແນະນໍາ ວ່າດ້ວຍ ຄວາມປອດໄພຂອງເຂື່ອນ ແລະ ຜັນຂະຫຍາຍຂໍ້ຕົກລົງຂອງ ນາຍົກລັດຖະມົນຕີ ເລກທີ 68/ນຍ ແລະ ກຳລັງຈະປະກາດໃຊ້ ກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ.

ກອງປະຊຸມປຶກສາຫາລື ແລກປ່ຽນບົດຮຽນ ການບໍລິຫານຈັດການນ້ຳ ເພື່ອຄວາມປອດໄພຂອງເຂື່ອນ ແລະ ແຜນຮັບມືສຸກເສີນ ໃນລະດູຝົນປະຈຳປີ 2022 ຖືວ່າເປັນຄັ້ງທີ 4 ຂຶ້ນ ທີ່ວັງວຽງ. ກອງປະຊຸມໃນຄັ້ງນີ້ ຕະຫຼອດໄລຍະເວລາ ຂອງການດຳເນີນກອງປະຊຸມ, ພວກເຮົາຈະໄດ້ພ້ອມກັນເອົາໄຈໃສ່ ຖອດຖອນບົດຮຽນ-ປຶກສາຫາລື ມີຈຸດປະສົງ ແລະ ການຄາດຫມາຍ ຄື:
1. ເພື່ອເຜີຍແຜ່ ແລະ ແລກປ່ຽນບັນດານິຕິກໍາ, ພາລະບົດບາດຂອງຂະແໜງການຕ່າງໆຂອງລັດ ທີ່ພົວພັນກັບ ຄວາມປອດໄພເຂື່ອນ, ການພະຍາກອນອາກາດ, ການຄຸ້ມຄອງຊັບພະຍາກອນນ້ຳ, ການຄຸ້ມຄອງອ່າງເກັບນໍ້າ, ການຄຸ້ມຄອງອ່າງຮັບນ້ຳ, ການບໍລິຫານຈັດການອ່າງນ້ຳ ແລະ ແຜນຮັບມືສຸເສີນ ໃຫ້ບັນດາຜູ້ປະກອບການໄດ້ຮັບຊາບ ແລະ ໃຫ້ຄວາມຮ່ວມມືໃນການຈັດຕັ້ງປະຕິບັດ;
2. ເພື່ອເປັນການແລກປ່ຽນຂໍ້ມູນຂ່ານສານ ໃນການນຳໃຊ້ນ້ຳຮ່ວມກັນ ການບໍລິຫານຈັດການອ່າງນໍ້າເພື່ອຄວາມປອດໄພເຂື່ອນ ແລະ ແຜນການຜະລິດພະລັງງານ ລະຫວ່າງເຂື່ອນດ້ວຍກັນ, ເຂື່ອນຢູ່ອ່າງໂຕ່ງດຽວກັນ, ນັບທັງເຂື່ອນຜະລິດພະລັງງານເພື່ອຮັບໃຊ້ພາຍໃນ ແລະ ສົ່ງອອກຕ່າງປະເທດ;
3. ຖອດຖອນບົດຮຽນທີ່ດີຈາກບັນດາເຂື່ອນຕ່າງໆຢູ່ລາວ ແລະ ຕ່າງປະເທດ, ການແລກປ່ຽນປະສົບການໃນການບໍລິຫານຈັດການອ່າງນໍ້າ ວຽກງານການຕິດຕາມກວດກາຄວາມປອດໄພ ຂອງແຕ່ລະເຂື່ອນໃນຊຸມປີທີ່ຜ່ານມາ ແລະ ການກະກຽມຄວາມພ້ອມໃນການວາງແຜນຮັບມືສຸກເສີນ ໃນຊ່ວງລະດູຝົນປີ 2022 ເພື່ອໃຫ້ແຕ່ລະເຂື່ອນມີຄວາມປອດໄພສູງສຸດ ແລະ ຫຼຸດຜ່ອນຜົນກະທົບທີ່ຈະຕາມມາຕໍ່ເສດຖະກິດ, ສິ່ງແວດລ້ອມ ແລະ ສັງຄົມ;
4. ຮັບປະກັນການບໍລິຫານຈັດການນໍ້າ ຂອງບັນດາເຂື່ອນ ໂດຍສະເພາະແມ່ນເຂື່ອນທີ່ຢູ່ໃນສາຍນໍ້າດຽວກັນ ຫລື ອ່າງໂຕ່ງດຽວກັນ ເພື່ອຮັບປະກັນຄວາມປອດໄພ, ມີການປະສານງານ ກັນຢ່າງລະອຽດ ແລະ ການຜະລິດພະລັງງານໄຟຟ້າຢ່າງມີປະສິດທິຜົນ.
5. ສ້າງແຜນຮ່ວມກັນ ໃນການບໍລິຫານ-ຈັດການນໍ້າໃນອ່າງ ເພື່ອຄວາມປອດໄພຂອງເຂື່ອນ, ດ້ານເທິງ, ດ້ານລຸ່ມເຂື່ອນກໍໃຫ້ປອດໄພ ແລະ ການຜະລິດພະລັງງານໄຟຟ້າ ໃນໄລຍະສັ້ນ, ກາງ ແລະ ໄລຍະຍາວ.

6. ເອົາໃຈໃສ່ເປັນພິເສດ ໃນການຕິດຕາມກວດກາ ການກັກເກັບນໍ້າເຂົ້າອ່າງເທື່ອທໍາອິດ ແລະ ການດໍາເນີນງານຂອງເຂື່ອນ ເພື່ອໃຫ້ການຈັດຕັ້ງປະຕິບັດໂຄງການ ໃຫ້ສອດຄ່ອງກັບມາດຕະຖານເຕັກນິກໄຟຟ້າຂອງລາວ, ປະຕິບັດຕາມຂັ້ນຕອນ ແລະ ໃຫ້ມີປະສິດທິຜົນສູງສຸດໃນການຜະລິດພະລັງງານໄຟຟ້າ;
7. ເຖິງແມ່ນວ່າ ປີ 2022 ລະດູຝົນເຂົ້າມາໄວ ທຽບກັບຫລາຍປີ ທີ່ຜ່ານມາ, ສະພາບດິນຟ້າອາກາດມີການປ່ຽນແປງຜັນຜວນ, ມີພາຍຸເຂົ້າມາ ແລະ ເກີດແຜນດີນໄຫວກໍຕາມ ຖ້າວ່າພວກເຮົາໄດ້ກະກຽມທີ່ດີ ໄດ້ຮັບຂໍ້ມູນຂ່າວສານຊັດເຈນ, ມີການແລກປ່ຽນຂໍ້ມູນຂ່າວສານຮ່ວມກັນ ແລະ ມີປະສົບການທີ່ດີ ຈະເຮັດໃຫ້ໂຄງການເຂື່ອນໄຟຟ້າ ທີ່ກຳລັງດຳເນີນງານ ມີຄວາມປອດໄພສູງ ແລະ ໄດ້ຮັບຜົນດີ;
8. ສຸກຍູ້ໃຫ້ແຕ່ລະໂຄງການເຂື່ອນ ເພີ່ມທະວີຄວາມເອົາໃຈໃສ່ໃນການຕິດຕາມ ກວດກາ ອຸປະກອນຕິດຕາມຕົວເຂື່ອນເປັນພິເສດ, ຖ້າເຂື່ອນໃດບໍ່ມີຕ້ອງໄດ້ຮິບຮ້ອນຕິດຕັ້ງ, ເຂື່ອນໃດມີແລ້ວໃຫ້ກວດກາຄືນຕົວຊີ້ວັດອຸປະກອນ, ອຸປະກອນໃດເປ້ເພກະໃຫ້ຮິບຮ້ອນສ້ອມແປງ ເພື່ອໃຫ້ເຂື່ອນຮັບປະກັນ ແລະ ປອດໄພ;
9. ເອົາໃຈໃສ່ໃນການຕິດຕາມກວດກາ; ຕິດຕາມກວດກາດ້ວຍຕາເປົ່າ; ກວດກາດ້ວຍອຸປະກອນວັດແທກ ໃຫ້ເອົາໃຈໃສ່ຕິດຕາມເປັນປະຈຳ ແລະ ຕໍ່ເນື່ອງ ເພື່ອຮັບປະກັນຄວາມປອດໄພເຂື່ອນ;
10. ສະເໜີ ຜູ້ພັດທະນາເຂື່ອນ ເອົາໃຈໃສ່ ວຽກສ້າງບຸກຂະລາກອນ ຊຳນານງານ ສະເພາະດ້ານ ໃຫ້ກາຍເປັນຊ່ຽວຊານ;
11. ສຳລັບເຂື່ອນທີ່ມີຄວາມສ່ຽງສູງ ແລະ ຄວາມສ່ຽງຮ້າຍແຮງ ໃຫ້ຕິດຕັ້ງອຸປະກອນຄົບຊຸດ ສາມາດສົ່ງຂໍ້ມູນເປັນຕົວຈິງໄດ້ Rael time ຕິດຕາມຢ່າງໃກ້ສິດ ຮັບຂໍ້ມູນໄດ້ວ່ອງໄວ ແລະ ສາມາດລາຍງານໄດ້ທັນການ;
12. ສຳລັບ ເຂື່ອນໄຟຟ້າ ຂັ້ນໄດ (ບັນດາເຂື່ອນຕາມລຳນ້ຳດຽວກັນ) ໃຫ້ມີການປະສານງານ ແລກປ່ຽນຂໍ້ມູນຂ່າວສານຮ່ວມກັນ ແລະ ໃນອານາຄົດ ໃຫ້ມີການພັດທະນາ ສູນບັນຊາອ່າງໂຕ່ງຮ່ວມກັນ ເພື່ອຜົນປະໂຫຍດລວມ ແລະ ຫລຸດຜ່ອນຜົນກະທົບເຊິ່ງກັນ ແລະ ກັນ;
13. ສະເໜີໃຫ້ຜູ້ພັດທະນາ ໃຫ້ການຮ່ວມມື ແລະ ປະຕິບັດລະບຽບກົດໝາຍ ແລະ ສັນຍາຕ່າງໆ ຂອງລັດຖະບານລາວ ຢ່າງເຂັ້ມງວດ ເປັນຕົ້ນ ລະບົບລາຍງານປະຈຳວັນ ຂໍ້ມູນນ້ຳ ແລະ ຂໍ້ມູນດ້ານຄວາມປອດໄພເຂື່ອນ, ບົດລາຍງານເປັນເດືອນ ແລະ ເປັນໄຕມາດ, ບົດລາຍງານອຸປະຕິເຫດ ແລະ ການລາຍງານອຶ່ນໆ;
14. ທິດທາງຕໍ່ໜ້າ ຈະມີສູນບັນຊານ້ຳ ແລະ ສູນຄຸ້ມຄອງຄວາມປອດໄພຂອງເຂື່ອນ ໃນອານາຄົດໃກ້ໆນີ້ ເພື່ອຄຸ້ມຄອງ ດ້ານຄວາມປອດໄພເຂື່ອນ, ຄຸ້ມຄອງການບໍລິຫານນ້ຳຂອງເຂື່ອນ ແລະ ແຜນຮັບມືສຸກເສີນ ໃຫ້ໄດ້ຜົນດີກວ່າເກົ່າ.
15. ພ້ອມກັນສັງເກດຕີລາຄາ, ຈຸດດີ, ຂໍ້ຄົງຄ້າງ ແລະ ຫາວິທີ, ມາດຕະການແກ້ໄຂຮ່ວມກັນ ລະຫວ່າງ ພາກລັດດ້ວຍກັນ ແລະ ພາກລັດກັບຜູ້ປະກອບການ ໃນຄຸ້ມຄອງ ວຽກງານ ຄວາມປອດໄພເຂື່ອນ, ການບໍລິຫານຈັດການອ່າງນໍ້າ ເພື່ອຄວາມປອດໄພເຂື່ອນ ແລະ ແຜນຮັບມືສຸກເສີນ ໃຫ້ໝັ້ນຄົງ ຍຶນຍົງ ຕາມທິດສີຂຽວ.

ສະນັ້ນ, ເພື່ອຮັບປະກັນໃຫ້ບັນດາເນື້ອໃນ, ວຽກງານ ທີ່ຈະນຳມາປຶກສາຫາລື ແລະ ແລກປ່ຽນກັນຢູ່ໃນກອງປະຊຸມເທື່ອນີ້ໄດ້ຮັບຜົນສຳເລັດຢ່າງຈົບງາມ, ຮັບປະກັນໃຫ້ແຕ່ລະເຂື່ອນມີຄວາມປອດໄພ, ການບໍລິຫານຈັດການນໍ້າເພື່ອຄວາມປອດໄພ, ການຜະລິດໄຟຟ້າມີປະສິດທິພາບ ປະສິດທີ່ຜົນດີ ແລະ ມີແຜນຮັບມືສຸກເສີນທັນສະພາບ. ຂ້າພະເຈົ້າຂໍສະເໜີມາຍັງທຸກໆທ່ານ ທີ່ມາເຂົ້າຮ່ວມກອງປະຊຸມຈົ່ງສຸມໃສ່ສະຕິປັນຍາ, ຄວາມຮູ້, ຄວາມສາມາດ ດ້ວຍປະສົບການ ຂອງບັນດາ ທ່ານ ທັງຫລາຍ, ທີ່ມາຈາກຫຼາຍພາກສ່ວນ ທັງພາກລັດ, ລັດວິສາຫະກິດໄຟຟ້າ ແລະ ເຂື່ອນເອກະຊົນ ໃຫ້ການຮ່ວມມື ປະກອບຄຳຄິດຄຳເຫັນ ຕໍ່ກອງປະຊຸມ ໃຫ້ຮັບປະກັນຄວາມປອດໄພ, ມີປະສິດທິຜົນສູງ ແລະ ສຳເລັດຕາມເປົ້າໝາຍທີ່ຄາດໄວ້. ອີກດ້ວຍ
ຂ່າວ: ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ
ພາບ: ສົມສະໜຸກ