ຮອງລັດຖະມົນຕີ ພົບປະ, ໂອ້ລົມ ຄະນະພັກ, ຄະນະນຳ ແລະ ພະນັກງານຫຼັກແຫຼ່ງ ຫ້ອງການກະຊວງ ແລະ ກົມຄຸ້ມຄອງບໍ່ແຮ່.

          ເພື່ອຈັດຕັ້ງຜັນຂະຫຍາຍ ຂໍ້ຕົກລົງວ່າດ້ວຍການແບ່ງຄວາມຮັບຜິດຊອບພາຍໃນຄະນະລັດຖະມົນຕີ. ເມື່ອຕອນເຊົ້າວັນທີ 7 ກຸມພາ 2025 ທີ່ຜ່ານມາ ຢູ່ຫ້ອງປະຊຸມ 102 ທ່ານ ປອ ຈັນສະແຫວງ ບຸນຍົງ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີ, ຜູ້ຊີ້ນຳຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ພົບປະ, ຢ້ຽມຢາມ ແລະ ໂອ້ລົມ ຄະນະໜ່ວຍພັກ, ຄະນະຫ້ອງການ ແລະ ຄະນະພະແນກພາຍໃນຫ້ອງການກະຊວງ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ຄຳໂສ້ ກຸໂພຄຳ ຄະນະພັກກະຊວງ, ຫົວໜ້າຫ້ອງການກະຊວງ, ມີຄະນະໜ່ວຍພັກ, ຄະນະຫ້ອງການ, ຄະນະພະແນກເຂົ້າຮ່ວມຢ່າງພ້ອມພຽງ.

          ຕໍ່ມາໃນວັນທີ 10 ກຸມພາ 2025 ທ່ານ ຮອງລັດຖະມົນຕີ ກໍ່ໄດ້ລົງພົບປະ, ຢ້ຽມຢາມ ແລະ ໂອ້ລົມ ຄະນະພັກ, ຄະນະນຳ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ຢູ່ກົມຄຸ້ມຄອງບໍ່ແຮ່ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ບຸນຍົງ ສີດາວົງ ຫົວໜ້າກົມຄຸ້ມຄອງບໍ່ແຮ່ ພ້ອມດ້ວຍຄະນະກົມ ແລະ ຄະນະພະແນກເຂົ້າຮ່ວມ.

          ການລົງພົບປະຢູ່ແຕ່ລະບ່ອນ, ກ່ອນອື່ນ ທ່ານ ຮອງລັດຖະມົນຕີ ໄດ້ຮັບຟັງການລາຍງານສະພາບການຊີ້ນຳ-ນຳພາ ວຽກງານການເມືອງແນວຄິດ, ການຈັດຕັ້ງປະຕິບັດວຽກງານວິຊາສະເພາະທີ່ພົ້ນເດັ່ນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີ ຂອງຫ້ອງການກະຊວງ ຈາກ ທ່ານ ຫົວໜ້າຫ້ອງການ, ຄະນະຫ້ອງການ ແລະ ຄະນະພະແນກ; ຂອງກົມຄຸ້ມຄອງບໍ່ແຮ່ ຈາກ ທ່ານ ຫົວໜ້າກົມ, ຮອງກົມ ແລະ ຄະນະພະແນກພາຍໃນກົມຄຸ້ມຄອງບໍ່ແຮ່.

          ຫຼັງຈາກນັ້ນ, ທ່ານ ຮອງລັດຖະມົນຕີ ກໍ່ໄດ້ມີຄຳເຫັນໂອ້ລົມ ເຊິ່ງກ່ອນອື່ນ ທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ, ຄະນະນຳ ແລະ ພະນັກງານລັດຖະກອນຂອງທັງສອງພາກສ່ວນ ທີ່ໄດ້ເອົາໃຈໃສ່ຊີ້ນຳນຳພາການຈັດຕັ້ງປະຕິບັດວຽກງານ ທີ່ຂັ້ນເທິງໄດ້ອມບໝາຍສຳເລັດຫຼາຍດ້ານ. ພ້ອມກັນນີ້, ທ່ານ ຮອງລັດຖະມົນຕີ ກໍ່ໄດ້ຊີ້ນຳໃຫ້ເອົາໃຈໃສ່ເພີ່ມທະວີການສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານລັດຖະກອນ ມີຫຼັກໝັ້ນສູງຕໍ່ການປະຕິບັດໜ້າທີ່ຂອງຕົນ, ມີຄວາມເປັນແບບຢ່າງນຳໜ້າໃນຂະບວນການຮັບໃຊ້ປະຊາຊົນ ແລະ ມີຄວາມເສຍສະຫຼະເພື່ອປະເທດຊາດຫຼາຍຂຶ້ນກວ່າເກົ່າ ທັງນີ້ກໍ່ເພື່ອຍົກສູງບົດບາດການນຳພາຂອງພັກ, ລັດຖະບານ ກໍ່ຄືຂອງຂະແໜງການພວກເຮົາໃຫ້ສູງເດັ່ນຂຶ້ນ.

ໂດຍ: ຄໍາແສງ ແກ້ວປະເສີດ
ສາຍດ່ວນ: 1506