ພິທີມອບ-ຮັບ ເສັ້ນທາງເບຕົງ ບ້ານນໍ້າໂມ້, ເມືອງອະນຸວົງ, ແຂວງໄຊສົມບູນ.

 ພິທີ ມອບ-ຮັບ ເສັ້ນທາງເບຕົງ ບ້ານນໍ້າໂມ້ ເມືອງອະນຸວົງ ແຂວງໄຊສົມບູນ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 21 ເມສາ 2022 ນີ້ ທີ່ເດີ່ນໂຮງຮຽນມັດທະຍົມບ້ານນໍ້າໂມ້. ໂດຍເຂົ້າຮ່ວມໃນພິທີຄັ້ງນີ້ ມີທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງ ແຂວງໄຊສົມບູນ, ມີທ່ານນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີສໍານັກງານນາຍົກລັດຖະມົນຕີ, ຕາງໜ້າລັດຖະບານລາວ, ຕະຫຼອດຮອດຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ ບຸນເພັງ ບຸນນະຜົນ ປະທານບໍລິສັດພູເບ້ຍມາຍນິງ, ທ່ານ ເຫວີນຟູຫວາງ ຜູ້ອໍານວຍການໃຫຍ່ບໍລິສັດພູເບ້ຍມາຍນິງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ຂອງສອງຝ່າຍເຂົ້າຮ່ວມ ເປັນສັກຂີພະຍານ.             

ໃນພິທີດັ່ງກ່າວ ທ່ານ ຈັນເພັງ ບຸນນະຜົນ ປະທານບໍລິສັດພູເບ້ຍມາຍນິງ ໄດ້ຂຶ້ນລາຍງານກ່ຽວກັບໂຄງການກໍ່ສ້າງເສັ້ນທາງເບຕົງ ບ້ານນໍ້າໂມ້, ເມືອງອະນຸວົງ ແຂວງໄຊສົມບູນ ຊຶ່ງເປັນໂຄງການໜຶ່ງທີ່ນອນຢູ່ໃນບັນດາ 420 ໂຄງການພັດທະນາຊຸມຊົນຂະໜາດນ້ອຍ ທີ່ທາງບໍລິສັດໄດ້ຈັດຕັ້ງປະຕິບັດຢູ່ ສປປລາວ ໃນໄລຍະຜ່ານມາ ແລະ ຍັງເປັນອີກໂຄງການໜຶ່ງ ທີ່ບໍ່ໄດ້ນອນຢູ່ໃນຂໍ້ກໍານົດຂອງສັນຍາສໍາປະທານໂດຍກົງ ແຕ່ຍ້ອນເຫັນໄດ້ຄວາມໝາຍສໍາຄັນໃນດ້ານຕ່າງໆ ການນໍາແຂວງ ຈຶ່ງໄດ້ມີການປຶກສາຫາລືຮ່ວມກັບ ບໍລິສັດພູເບ້ຍມາຍນິງ ແລະ ໄດ້ມີຄວາມເຫັນດີເປັນເອກະພາບກັນ ກໍ່ສ້າງເສັ້ນທາງດັ່ງກ່າວຂຶ້ນມາ ເພື່ອອໍານວຍຄວາມສະດວກ ໃຫ້ແກ່ປະຊາຊົນພາຍໃນບ້ານ ແລະ ແຂກ ໃນການສັນຈອນໄປມາຫາສູ່ກັນ. ໂດຍເສັ້ນທາງເບຕົງດັ່ງກ່າວ ມີຄວາມຍາວທັງໝົດ 2.728 ແມັດ; ກ້ວາງ 6 ແມັດ, ມີມູນຄ່າການກໍ່ສ້າງທັງໝົດ 1,422,500 ໂດລາສະຫະລັດ ໂດຍເນື່ອງຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ 19 ຈຶ່ງໄດ້ແບ່ງການກໍ່ສ້າງອອກເປັນສອງໄລຍະຄື: ໄລຍະທີ1 ເລີ່ມແຕ່ເດືອນ ພະຈິກ 2020 ຫາ ເດືອນ ມັງກອນ 2021 ແລະ ໄລຍະທີ 2 ເລີ່ມແຕ່ ເດືອນ ຕຸລາ ຫາ ເດືອນ ທັນວາ 2021 ຊຶ່ງປັດຈຸບັນແມ່ນສໍາເລັດແລ້ວ 100%. ໂອກາດດຽວກັນນີ້, ທ່ານ ເຫວີນຟູຫວາງ ຜູ້ອໍານວຍການໃຫຍ່ບໍລິສັດພູເບ້ຍມາຍນິງ ໄດ້ຂຶ້ນກ່າວມອບເສັ້ນທາງເບຕົງ ບ້ານນໍ້າໂມ້ ໃຫ້ອົງການປົກຄອງ ແຂວງໄຊສົມບູນ ເປັນຜູ້ຄຸ້ມຄອງ ແລະ ນໍາໃຊ້ ຢ່າງເປັນທາງການ. ຈາກນັ້ນ, ທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ໄດ້ມີຄໍາເຫັນກ່າວຮັບເສັ້ນທາງດັ່ງກ່າວ ຊຶ່ງທ່ານໄດ້ຕາງໜ້າອົງການປົກຄອງ ແຂວງໄຊສົມບູນ ຕະຫຼອດຮອດປະຊາຊົນຊາວແຂວງໄຊສົມບູນ ເວົ້າລວມ ເວົ້າສະເພາະ ກໍຄືປະຊາຊົນບ້ານນໍ້າໂມ້ ສະແດງຄວາມຂອບໃຈ ຕໍ່ບໍລິສັດພູເບ້ຍມາຍນິງ ໄດ້ເຫັນໄດ້ຄວາມໝາຍສໍາຄັນ ແລະ ໄດ້ເອົາໃຈໃສ່ຕໍ່ວຽກງານພັດທະນາຊຸມຊົນ ກໍຄືການເອົາໃຈໃສ່ຈັດຕັ້ງປະຕິບັດໂຄງການກໍ່ສ້າງເສັ້ນທາງດັ່ງກ່າວຈົນສໍາເລັດໃນປັດຈຸບັນນີ້. ພ້ອມນີ້ ທ່ານຍັງໄດ້ຮຽກຮ້ອງໃຫ້ອໍານາດການປົກຄອງ ແລະ ປະຊາຊົນບ້ານນໍ້າໂມ້ ຈົ່ງເປັນເຈົ້າການໃນການປົກປັກຮັກສາໃຫ້ມີຄວາມສະອາດ ແລະ ສາມາດນໍາໃຊ້ໄດ້ຍາວນານ.

 ໂອກາດທີ່ເຂົ້າຮ່ວມພິທີໃນຄັ້ງນີ້ ທາງບໍລິສັດພູເບ້ຍມາຍນິງ ຍັງໄດ້ມອບຄໍາ ທີ່ເປັນສັນຍາລັກ (ໂລໂກ້) ຂອງບໍລິສັດ ໃຫ້ແກ່ການນໍາແຂວງ ແລະ ການນໍາກະຊວງ ເພື່ອເປັນຂອງທີລະນຶກ ນໍາອີກ.

 

ບ.ກ: ຄໍາສາວ ເລືອງຄໍາທິບ 

 ຂ່າວ: ພາພອນ ນະວົງໄຊ