ກອງປະຊຸມປຶກສາຫາລືຄະນະກໍາມະການຊີ້ນຳລວມ (JCC)

           ໃນຕອນເຊົ້າຂອງວັນທີ 08/09/2022 ທີ່ຫ້ອງປະຊຸມ 102, ຕຶກ ກະຊວງພະລັງງານ ແລະ ບໍ່ແຮ່. ໄດ້ຈັດກອງປະຊຸມປຶກສາຫາລືຄະນະກໍາມະການຊີ້ນຳລວມ (JCC) ຂື້ນ, ໂດຍໃຫ້ກຽດເປັນປະທານໂດຍ ທ່ານ ປອ ດາວວົງ ພອນແກ້ວ, ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ແລະ ໂດຍມີ ຫ້ອງການ, ກົມຄຸ້ມຄອງພະລັງງານ, ກົມແຜນການ ແລະ ການຮ່ວມມື, ກົມນະໂຍບາຍ ແລະ ແຜນພະລັງງານ, ກົມສົ່ງເສີມ ແລະ ປະຢັດພະລັງງານ ແລະ ຄະນະກຳມະການຊີ້ນຳລວມ (JCC) ຂອງ ໂຄງການ ຊ່ວຍເຫຼືອລ້າຈາກລັດຖະບານປະເທດຢີ່ປຸ່ນ (ອົງການ JICA ປະຈຳລາວ) ເຂົ້າຮ່ວມ.

          ກອງປະຊຸມດັ່ງກ່າວ ໄດ້ປຶກສາຫາລື ການຈັດຕັ້ງປະຕິບັດຄວາມຄືບໜ້າ ແລະ ປຶກສາຫາລື ນຳຄະນະກໍາມະການຊີ້ນຳລວມ (JCC) ຂອງໂຄງການ:
1. Project for Power Sector Advisor in Lao People’s Democratic Republic;
2. Project for Power Quality Improvement through Upgrading Grid Code and Strengthening Its Enforcement System; ແລະ
3. Project for Improvement of Power Utility Management.
          ໂດຍ ອີງຕາມ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະກໍາມະການ ເພື່ອຊີ້ນໍາລວມ (JCC) ຂອງໂຄງການ “Project for Power Quality Improvement through Upgrading Grid and Strengthening Its Enforcement System” ສະບັບເລກທີ 309/ພບ, ລົງວັນທີ 15/2/2022. ອີງຕາມ ໜັງສືສະເໜີຂອງຄະນະຊ່ຽວຊານອົງການ JICA ປະຈໍາລາວ ສະບັບລົງວັນທີ 207/2022. ເຊິ່ງກອງປະຊຸມຄັ້ງນີ້ໄດ້ຈັດຂຶ້ນໂດຍ ກົມຄຸ້ມຄອງພະລັງງານ ຮ່ວມກັບຜູ້ປະສານງານຂອງໂຄງການ ປະທານຄະນະກຳມະການຊີ້ນຳລວມ (JCC) ຂອງ ໂຄງການ ຊ່ວຍເຫຼືອລ້າຈາກລັດຖະບານປະເທດຢີ່ປຸ່ນ (ອົງການ JICA ປະຈຳລາວ). ກອງປະຊຸມ ໄດ້ນຳສະເໜີ ແບບແຜນການເຮັດວຽກ ແລະ ປະກອບຄຳເຫັນຢ່າງກົງໄປກົງມາ ເຮັດໃຫ້ວຽກງານດັ່ງກ່າວມີເນື້ອໃນຄົບຖ້ວນສົມບູນຂື້ນ.
          ທ່ານ ລັດຖະມົນຕີ ຍັງໄດ້ໃຫ້ຄຳເຫັັນຕໍ່ກອງປະຊຸມ ເພື່ອໃຫ້ໂຄງການຊ່ວຍເຫຼືອດັ່ງກ່າວ ໄດ້ຮັບໝາກຜົນດີຂື້ນ, ພ້ອມນັ້ນ, ທ່ານ ຍັງໄດ້ຊົມເຊີຍຕໍ່ຄະນະຜູ້ປະສານງານຂອງໂຄງການ ປະທານຄະນະກຳມະການຊີ້ນຳລວມ (JCC) ຂອງ ໂຄງການ ຊ່ວຍເຫຼືອລ້າຈາກລັດຖະບານປະເທດຢີ່ປຸ່ນ (ອົງການ JICA ປະຈຳລາວ), ທີ່ໄດ້ເອົາໃຈໃສ່ໃນການສຶກສາ, ຄົ້ນຄວ້າ, ວິເຄາະ, ວິໄຈ ແລະ ຊ່ວຍເຫຼືອ ລັດຖະບານ ສປປ ລາວ ກໍ່ຄື ກະຊວງ ພະລັງງານ ແລະ ບໍ່ແຮ່ ຕະຫຼອດມາ ໂດຍສະເພາະແມ່ນຂະແໜງ ພະລັງງານ ໃຫ້ໄດ້ຮັບໝາກຜົນຍິ່ງໆຂື້ນໄປ.
ພາບ-ຂ່າວ: ພະແນກ ປະຊາສຳພັນ ແລະ ໄອທີ