ໃນປີ 2022 ການພັດທະນາອຸດສາຫະກຳ ທໍລະນີສາດ ແລະ ບໍ່ແຮ່ ຍັງພົບຄວາມຫຍຸ້ງຍາກຫຼາຍດ້ານ

          ກອງປະຊຸມສະຫຼຸບ ແລະ ຖອດຖອນບົດຮຽນກ່ຽວກັບການພັດທະນາອຸດສາຫະກຳທໍລະນີສາດ ແລະ ບໍ່ແຮ່ ທົ່ວປະເທດ ໄດ້ຈັດຂຶ້ນຢ່າງເປັນທາງການລະຫວ່າງວັນທີ 11-12 ມັງກອນ 2023 ນີ້ຢູ່ໂຮງແຮມແລ້ນມາກຣີເວີໄຊ ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມກ່າວເປີດພິທີຂອງ ທ່ານ ປອ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່. ມີບັນດາ ທ່ານ ຮອງລັດຖະມົນຕີ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ຫົວໜ້າ-ຮອງຫົວໜ້າບັນດາກົມ, ສະຖາບັນ, ຜູ້ອໍານວຍການບັນດາລັດວິສາຫະກິດອ້ອມຂ້າງກະຊວງ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ຈາກ 17 ແຂວງ 1 ນະຄອນຫຼວງ ແລະ ບັນດາຜູ້ລົງທຶນດ້ານທໍລະນີສາດ, ບໍ່ແຮ່ ເຂົ້າຮ່ວມຢ່າງພ້ອມພຽງ.

            ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອເປັນການຖອດຖອນບົດຮຽນກ່ຽວກັບການພັດທະນາວຽກງານທໍລະນີສາດ ແລະ ບໍ່ແຮ່ ໂດຍສະເພາະແມ່ນການສະຫຼຸບ, ປະເມີນຜົນ ແລະ ຕີລາຄາສະພາບການເຄື່ອນໄຫວວຽກງານທໍລະນີສາດ ແລະ ບໍ່ແຮ່ໃນປີ 2022 ທີ່ຜ່ານມາ, ລົງເລິກສະຫຼຸບໃຫ້ເຫັນໄດ້ໝາກຜົນຂອງການປະຕິບັດແຜນການ, ຊອກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ສາເຫດ ເພື່ອຖອດຖອນບົດຮຽນໃນໄລຍະຜ່ານມາ ປັບປຸງກົນໄກແບບແຜນການເຮັດວຽກ ແລະ ຄຸ້ມຄອງວຽກງານທໍລະນີສາດ ແລະ ບໍ່ແຮ່ ໃນຕໍ່ໜ້າໃຫ້ມີປະສິດທິພາບ ມີປະສິດທິຜົນສູງກວ່າເກົ່າ

          ທ່ານ ປອ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ກ່າວເປີດກອງປະຊຸມວ່າ: ການຈັດຕັ້ງປະຕິບັດແຜນພັດທະນາວຽກງານທໍລະນີສາດ ແລະ ບໍ່ແຮ່ໃນປີ 2022 ທີ່ຜ່ານມາ ແມ່ນນອນຢູ່ໃນໄລຍະທີ່ສະພາບການພາກພື້ນ, ສາກົນ ແລະ ພາຍໃນປະເທດໄດ້ມີການຜັນແປຢ່າງສັບສົນ ຊຶ່ງອັນທີ່ພົ້ນເດັ່ນແມ່ນ : ສະພາບຄວາມຫຍຸ້ງຍາກ, ຝືດເຄືອງ ທາງດ້ານເສດຖະກິດ, ງົບປະມານ-ການເງິນ, ການຖີບຕົວສູງຂຶ້ນຂອງລາຄານໍ້າມັນ, ລາຄາສິນຄ້າຫຼາຍຊະນິດ, ອັດຕາແລກປ່ຽນເງິນຕາ, ຜົນສະທ້ອນຈາກການລະບາດຂອງພະຍາດໂຄວິດ-19 ແລະ ຄວາມຫຍຸ້ງຍາກໃນດ້ານອື່ນໆ… ຊຶ່ງສໍາລັບຂະແໜງພະລັງງານ ແລະ ບໍ່ແຮ່ ພວກເຮົາ, ມີແຜນການ, ໂຄງການ, ໜ້າວຽກຈໍານວນໜຶ່ງກໍຖືກຢຸດຊະງັກ, ເກີດຄວາມຊັກຊ້າ, ບໍ່ສາມາດບັນລຸໄດ້ຕາມກໍານົດເວລາ ແລະ ພົບຄວາມຫຍຸ້ງຍາກໃນດ້ານອື່ນໆ. 

ແຕ່, ເຖິງແນວໃດກໍຕາມ, ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກ ແລະ ລັດຖະບານ, ຄະນະພັກ ແລະ ອົງການປົກຄອງທ້ອງຖິ່ນບວກກັບຄວາມຕັດສິນໃຈ, ຄວາມເປັນເຈົ້າການ, ບຸກບືນສູ້ຊົນ, ພ້ອມກັນຜ່ານຜ່າຄວາມຫຍຸ້ງ ຍາກຂອງຖັນແຖວພະນັກງານ, ສະມາຊິກພັກ, ລັດຖະກອນ, ກໍາມະກອນໃນທົ່ວຂະແໜງພະລັງງານ ແລະ ບໍ່ແຮ່. ພວກເຮົາກໍສາມາດຍາດໄດ້ຜົນສໍາເລັດທີ່ມີລັກສະນະຕໍ່ເນື່ອງ ແລະ ໜັກແໜ້ນ. ຜົນງານທີ່ເປັນພື້ນຖານແມ່ນຂະແໜງການພວກເຮົາສາມາດເຮັດພາລະບົດບາດ ແລະ ໜ້າທີ່ເປັນເສນາທິການໃຫ້ແກ່ພັກ, ລັດຖະບານ, ຄະນະພັກ ແລະ ອົງການປົກຄອງທ້ອງຖິ່ນໃນການພັດທະນາວຽກງານທໍະນີສາດ ແລະ ບໍ່ແຮ່ ໄດ້ຢ່າງຖືກຕ້ອງ.

          ໃນນີ້ : ມາຮອດປີ 2022 ການພັດທະນາວຽກງານທໍລະນີສາດ ແລະ ບໍ່ແຮ່ ກໍຍັງມີຫຼາຍດ້ານ ມີລັກສະນະກວມລວມໃນຂອບເຂດທົ່ວປະເທດຫາກທຽບໃສ່ຄວາມຮຽກຮ້ອງຕ້ອງການໃນການພັດທະນາວຽກງານທໍລະນີສາດ ແລະ ບໍ່ແຮ່ໃນໄລຍະໃໝ່ແລ້ວ ເຫັນວ່າ : ຄຸນນະພາບ, ປະສິດທິຜົນໃນການເຮັດບົດບາດ ແລະ ໜ້າທີ່ເປັນເສນາທິການ ໃຫ້ແກ່ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນກ່ຽວກັບການຄຸ້ມຄອງວຽກງານທໍລະນີສາດ ແລະ ບໍ່ແຮ່ຍັງບໍ່ສູງ; ການຫັນເອົາກົດໝາຍແຮ່ທາດ ມາສ້າງເປັນລະບຽບການ, ເປັນນິຕິກໍາລຸ່ມກົດໝາຍ ເພື່ອເປັນເຄື່ອງມືນໍາໃຊ້ເຂົ້າໃນການຄຸ້ມຄອງການພັດທະນາວຽກງານທໍລະນີສາດ ແລະ ບໍ່ແຮ່ຍັງຊັກຊ້າ, ບໍ່ທັນເປັນລະບົບຄົບຊຸດ. ພ້ອມດຽວກັນນີ້, ການເຜີຍແຜ່, ໂຄສະນາເພື່ອສ້າງຄວາມຮັບຮູ້ກ່ຽວກັບເນື້ອໃນກົດໝາຍຍັງເຮັດໄດ້ໜ້ອຍ, ການບັງຄັບໃຊ້ກົດໝາຍ, ລະບຽບການຕ່າງໆທີ່ກ່ຽວຂ້ອງຍັງຂາດຄວາມສັກສິດນັງທັງການປະຕິບັດສັນຍາຕ່າງໆກໍຍັງມີຄວາມລະຫຼວມ, ສະນັ້ນ, ຜ່ານມາ, ຈຶ່ງມີຫຼາຍປາກົດການຫຍໍ້ທໍ້ເກີດຂຶ້ນນັບທັງຢູ່ເບື້ອງລັດເຮົາ ແລະ ເບື້ອງຜູ້ປະກອບການ. ຢູ່ເບື້ອງລັດເຮົາ, ເດັ່ນກວ່າໝູ່ກໍແມ່ນການຄົ້ນຄວ້າ, ສຶກສາຂໍ້ມູນບໍ່ຊັດເຈນ, ຮັດກຸມ, ມີການອະນຸມັດໃຫ້ດໍາເນີນການຊະຊາຍ, ບໍ່ສອດຄ່ອງກັບກົດຫມາຍ, ໃຫ້ດໍາເນີນການ. 

ເບື້ອງຜູ້ປະກອບການກໍມີຫຼາຍເຊັ່ນ : ມີສະພາບການລັກລອບຂຸດຄົ້ນ, ເຊື່ອງອໍາ, ອະນຸມັດຂອບເຂດໜຶ່ງຊໍ້າພັດລາມໄປໃສ່ຂອບເຂດໃໝ່, ການປະຕິບັດສັນຍາ, ພັນທະດ້ານຕ່າງໆບໍ່ຖືກຕ້ອງ, ເຂັ້ມງວດ ແລະ ທັນເວລາ. ສ່ວນຫຼາຍມີແຕ່ຢາກໃຫ້ເບື້ອງລັດປະຕິບັດນະໂຍບາຍຕໍ່ຜູ້ປະກອບການ, ແຕ່..ການປະຕິບັດພັນທະຂອງຜູ້ປະກອບການຕໍ່ລັດ ຊໍ່້າພັດບໍ່ຕັ້ງໃຈເຮັດ ແລະ ສະພາບອື່ນໆ.

          ທ່ານລັດຖະມົນຕີ ກ່າວຕື່ມວ່າ: ເພື່ອສ້າງເງື່ອນໄຂໃຫ້ແກ່ການຖອດຖອນບົດຮຽນທີ່ມີລັກສະນະກວມລວມໄດ້ນັ້ນ; ກອງປະຊຸມພວກເຮົາຈະໄດ້ຟັງການລາຍງານສະພາບການປະຕິບັດວຽກງານທໍລະນະສາດ ແລະ ບໍ່ແຮ່ຂອງແຕ່ລະແຂວງ, ນັບທັງປະກອບຄໍາເຫັນກ່ຽວກັບການປະສານສົມທົບຈາກບັນດາກົມກອງ ແລະ ພາກສ່ວນຕ່າງໃນໄລຍະທີ່ຜ່ານມາ.ຫຼັງຈາກນັ້ນ, ພວກເຮົາກໍຈະໄດ້ພ້ອມກັນຄົ້ນຄວ້າເພື່ອວາງແຜນການສໍາລັບປີ 2023.ອັນທີ່ສໍາຄັນແມ່ນການວາງວິທີການ, ມາດຕາການເພື່ອແກ້ໄຂຈຸດອ່ອນ, ສິ່ງທີ່ພວກເຮົາເຮັດບໍ່ທັນໄດ້ກີເພື່ອພ້ອມກັບປັບປຸງໃຫ້ໜັກ ແໜ້ນຂຶ້ນ.

          ການຈັດກອງປະຊຸມເພື່ອຖອດຖອນບົດຮຽນໃນການເຄື່ອນໄຫວວຽກງານທໍລະນີສາດ ແລະ ບໍ່ແຮ່ໃນເທື່ອນີ້ ແມ່ນການສ້າງພື້ນຖານທີ່ສໍາຄັນໃຫ້ແກ່ການປັບປຸງການເຄື່ອນໄຫວຂອງພວກເຮົາ, ໂດຍສະເພາະແມ່ນແນໃສ່ ເພື່ອໃຫ້ຂະແໜງພະລັງງານ ແລະ ບໍ່ແຮ່ແຕ່ລະຂັ້ນ ສາມາດເຮັດຫຼ້ອນພາລະບົດບາດ ແລະ ໜ້າທີ່ເປັນເສນາທິການໃຫ້ແກ່ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນກ່ຽວກັບການພັດທະນາວຽກກງທໍລະນີສາດ ແລະ ບໍ່ແຮ່ກໍຄືການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ເວົ້າລວມໃຫ້ມີຄຸນນະພາບ ແລະ ມີປະສິດທິຜົນສູງຂຶ້ນ.

ພາບ: ວຽງສະຫວັນ ປຣະດິດ
ຂ່າວ: ຄໍາແສງ ແກ້ວປະເສີດ