ທ່ານ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພົບປະ, ໂອ້ລົມ ພະນັກງານຫຼັກແຫຼ່ງ ອ້ອມຂ້າງກະຊວງພະລັງງານ ແລະ ບໍ່ແຮ່

           ພິທີດັ່ງກ່າວ, ໄດ້ຈັດຂຶ້ນໃນຕອນເຊົ້າມື້ນີ້, ວັນທີ 15 ກຸມພາ 2023 ຢູ່ຫ້ອງປະຊຸມໃຫຍ່ຊັ້ນ 5 ໂດຍມີຄະນະປະຈຳພັກ, ຄະນະພັກກະຊວງ, ຮອງລັດຖະມົນຕີ, ຄະນະຫ້ອງການ, ຄະນະກົມ, ຄະນະສະຖາບັນ, ຄະນະອຳນວຍການລັດວິສາຫະກິດ ແລະ ຄະນະພະແນກ ພາຍໃນກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າຮ່ວມຢ່າງພ້ອມພຽງ.
           ທ່ານ ທອງພັດ ອິນທະວົງ ຮອງເລຂາຄະນະພັກ, ຮອງລັດຖະມົນຕີ ໄດ້ລາຍງານຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດວຽກງານພະລັງງານ ແລະ ບໍ່ແຮ່ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ. ຫຼັງຈາກນັ້ນ, ທ່ານ ລັດຖະມົນຕີ ໄດ້ມີຄຳເຫັນໂອ້ລົມ ກ່ອນອື່ນ ທ່ານ ລັດຖະມົນຕີ ໄດ້ສະແດງຄວາມຍ້ອງຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດການຈັດຕັ້ງປະຕິບັດວຽກງານຂອງຂະແໜງການພະລັງງານ ແລະ ບໍ່ແຮ່ ໃນໄລຍະຜ່ານມາ. ພ້ອມກັນນີ້, ທ່ານ ລັດຖະມົນຕີຍັງໄດ້ ຮຽກຮ້ອງໃຫ້ຄະນະ, ຄະນະນໍາກະຊວງທຸກຂັ້ນ ເອົາໃຈໃສ່ບາງບັນຫາດັ່ງນີ້:

          ບັນຫາທີໜື່ງ : ກ່ອນອື່ນໝົດ, ຢາກອຸ່ນຄືນເພື່ອໃຫ້ພວກສະຫາຍກຳແໜ້ນວ່າ: ປີ 2023 ແມ່ນປີທີສາມຂອງການຈັດ ຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກກະຊວງ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX (2021-2025) ແລະ ແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ 5 ປີ(2021-2025) ແລະ ປີ 2023 ກໍຍັງແມ່ນປີໜຶ່ງທີ່ພວກເຮົາຍັງຈະສືບຕໍ່ປະເຊີນ ໜ້າກັບຄວາມຫຍຸ້ງຍາກ ແລະ ວິກິດການຫຼາຍດ້ານ ຊຶ່ງອັນທີ່ພົ້ນເດັ່ນແມ່ນ : ປັດຈຸບັນນີ້, ເຖິງວ່າສະພາບການລະບາດຂອງພະຍາດໂຄວິດ-19 ໄດ້ເບົາບາງລົງແລ້ວ.ແຕ່, ມັນກໍຍັງຄົງປະໄວ້ຊຶ່ງຜົນກະທົບອັນໜັກໜ່ວງ ທີ່ເກີດຂຶ້ນໃນໄລຍະທີ່ຜ່ານມາ.
ພ້ອມດຽວກັນນີ້, ສະພາບການພັດທະນາເສດຖະກິດ-ສັງຄົມຂອງປະເທດພວກເຮົາ ອາດຈະຍັງຢູ່ໃນສະພາບຊະລໍຕົວ, ມີບາງດ້ານຍັງຈະຟື້ນຟູບໍ່ທັນໄດ້ ແລະ ບໍ່ສາມາດບັນລຸໄດ້ຕາມຄາດໝາຍທີ່ວາງໄວ້, ລາຄານໍ້າມັນ, ລາຄາສິນຄ້າ, ບັນຫາເງິນຕາກໍອາດຈະບໍ່ທັນມີຄວາມສະຫງົບ, ຊີວິດວັດຖຸ ແລະ ຈິດໃຈ ຂອງພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ຍັງຈະພົບຄວາມຫຍຸ້ງຍາກ ແລະ ດ້ານອື່ນໆ.
          ແຕ່ ພວກເຮົາກໍຕ້ອງກໍາແໜ້ນ ແລະ ເຫັນໄດ້ດ້ານທີ່ເປັນທ່ານແຮງ, ເປັນຂໍ້ສະດວກສໍາລັບປີ 2023, ໃນນີ້ : ພາຍໃຕ້ການນໍາຂອງພັກ, ການຄຸ້ມຄອງຂອງລັດ ແລະ ດ້ວຍກໍາລັັງແຮງແຫ່ງຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນລາວບັນດາເຜົ່າ, ພວກເຮົາກໍມີຄວາມເຊື່ອໝັ້ນວ່າ : ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດຂອງພວກເຮົາ ຈະສາມາດກ້າວຜ່ານຄວາມຫຍຸ້ງຍາກຕ່າງໆໄດ້ ຊຶ່ງອັນທີ່ເປັນພື້ນຖານແມ່ນ ປະເທດຊາດຂອງພວກເຮົາ ຍັງມີສະຖຽນລະພາບ, ມີຄວາມໝັ້ນຄົງ, ໜັກແໜ້ນທາງດ້ານການເມືອງ, ຢູ່ໃນສັງຄົມ ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ຄວາມສາມັກຄີ, ເປັນເອກະພາບ, ຄວາມຕັດສິນໃຈ ບຸກບືນ, ສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກ ຂອງຖັນແຖວພະນັກງານ, ກຳລັງປະກອບອາວຸດ, ລັດຖະກອນ, ກຳມະກອນ ແລະ ປະຊາຊົນບັັນດາຊັ້ນຄົນ ແລະ ເຜົ່າຕ່າງໆຍັງສືບຕໍ່ໄດ້ຮັບການເສີມຂະຫຍາຍຂຶ້ນຢ່າງບໍ່ຢຸດຢັ້ງ.
          ບັນຫາທີສອງ : ຮີບຮ້ອນຫັນເອົາເນື້ອໃນ ແລະ ຜົນສໍາເລັດຂອງກອງປະຊຸມຂະແໜງພະລັງງານ ແລະ ບໍ່ແຮ່ທົ່ວປະເທດປະຈໍາປີ 2022 ໃນລະຫວ່າງວັນທີ 2-3 ກຸມພາ 2023 ທີ່ຜ່ານມາ ເຂົ້າສູ່ການປະຕິບັດຕົວຈິງ.
          ກ່ຽວກັບວຽກນີ້, ຂ້າພະເຈົ້າສະເໜີໃຫ້ແຕ່ລະກົມ, ຫ້ອງການ, ສະຖາບັນ ແລະ ວິສາຫະກິດຕ່າງໆຕ້ອງຮີບຮ້ອນຄົ້ນຄວ້າເພື່ອວາງທິດທາງ, ແຜນການຂອງຕົນ ສໍາລັບປີ 2023 ໂດຍອີງໃສ່ທິດທາງ, ໜ້າທີ່ ແລະ ມາດຕາການແຕ່ລະດ້ານທີ່ກອງປະຊຸມໄດ້ເປັນເອກະພາບ ແລະ ຮັບຮອງເອົາແລ້ວ, ບົນພື້ນຖານສືບຕໍ່ເສີມຂະຫຍາຍດ້ານທີ່ເຮັດໄດ້ດີແລ້ວ, ປັບປຸງດັດແປງ, ແກ້ໄຂດ້ານທີ່ຍັງອ່ອນ ແລະ ເຮັດບໍ່ທັນໄດ້ ຫຼື ເຮັດບໍ່ທັນໄດ້ດີໃນໄລຍະທີ່ຜ່ານມາ, ເຮັດແນວໃດ, ພະຍາຍາມຮອດກາງເດືອນມີນາ 2023 ໃຫ້ທຸກພາກສ່ວນສໍາເລັດການປັບປຸງແຜນການປີ 2023 ຂອງຕົນ ແລະ ເຮີບຮ້ອນເລີ້ມເຂົ້າສູ່ການປະຕິບັດຕົວຈິງ.
          ຄຽງຄູ່ກັບການຈັດຕັ້ງປະຕິບັດແຜນລວມຂອງຂະແໜງການແລ້ວ, ພວກເຮົາຈະຕ້ອງໄດ້ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດຄື : ກ່ຽວກັບການແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ຊຶ່ງທິດທາງ ແລະ ລະດັບຄາດໝາຍສໍາລັບຢູ່ໃນຂະແໜງການຂອງພວກເຮົາແມ່ນສຸມໃສ່ : ການປັບປຸງສະພາບແວດລ້ອມ ແລະ ແກ້ໄຂຄວາມຫຍຸ້ງຍາກໃນການດໍາເນີນ ທຸລະກິດ; ເຂົ້າຮ່ວມຊຸກຍູ້, ສົ່ງເສີມ ໂຄງການຜະລິດສິນຄ້າ ແລະ ການພັດທະນາວິສາຫະກິດ SME ຕິດພັນກັບການ ຊຸກຍູ້ ການຜະລິດອຸດສາຫະ ກໍາປຸງແຕ່ງໃນແຕ່ລະບໍລິເວນ; ຍົກສູງປະສິດທິພາບດ້ານແຮງງານ, ການສ້າງຄວາມເຂັ້ມແຂງດ້ານລາຍຮັບງົບປະມານ, ສົ່ງເສີມການປະຢັດ, ຕ້ານການຟຸມເຟືອຍ ແລະ ຍົກສູງປະສິດທິຜົນໃນການລົງທຶນ.
          ຕັ້ງໜ້າປຸກລະດົມເພື່ອຍົກສູງຄວາມເປັນເຈົ້າການຂອງພະນັກງານ, ສະມາຊິກພັກ, ກໍາມະກອນໃນທົ່ວກະ ຊວງພວກເຮົາ ໃນການເຂົ້າຮ່ວມສຸມໃສ່ປະຕິບັດປະຕິບັດບັນດາມາດຕາການສະກັດກັ້ນ ແລະ ຕ້ານຢາເສບຕິດ, ໂດຍຖືວຽກນີ້ເປັນໜ້າທີ່, ພັນທະຂອງທຸກຄົນ, ໂດຍເລີ່ມຈາກ ສະຖາບັນຄອບຄົວ, ສະຖາບັນການສຶກສາ, ສໍານັກ ງານ-ອົງການ, ໂຮງຈັກ, ໂຮງງານ, ການຈັດຕັ້ງທາງສັງຄົມ ໃຫ້ມີຄວາມຕື່ນຕົວເຂົ້າຮ່ວມແກ້ໄຂ ຢ່າງເປັນຂະບວນ ກວ້າງຂວາງ ແລະ ເລິກເຊິ່ງ.
ບັນຫາທີສາມ : ຄຽງຄູ່ກັບການວາງແຜນວຽກ, ພວກເຮົາກໍຄວນໄດ້ຄົ້ນຄວ້າເພື່ອຈະຈັດວາງພະນັກງານ-ລັດຖະກອນຂອງຕົນເຂົ້າໃສ່ຕໍາແໜ່ງງານຕ່າງໆໃຫ້ລະອຽດ, ສອດຄ່ອງກັບຄວາມຮູ້-ຄວາມສາມາດ ແລະ ຄຸນສົມບັດຂອງແຕ່ລະຄົນ ຊຶ່ງການຈັດວາງບຸກຄະລາກອນນີ້ຕ້ອງຮັບປະກັນ ແລະ ແນໃສ່ເຮັດໃຫ້ວຽກງານສາມາດຂັບເຄື່ອນໄປສູ່ບາດກ້າວໃໝ່, ຄຸນນະພາບໃໝ່ ແລະ ມີບັນຍາກາດໃໝ່.
          ການປັບປຸງເພື່ອຈັດວາງພະນັກງານ-ລັດຖະກອນເຂົ້າໃສ່ຕໍາແໜ່ງງານລະອຽດນັ້ນແມ່ນວຽກງານທີ່ສໍາຄັນ, ແມ່ນການເຮັດນໍາຄົນ, ສະນັ້ນ, ມັນຮຽກຮ້ອງໃຫ້ທັງມີວິທະຍາສາດ, ມີສິລະປະ ແລະ ເຮັດຢ່າງພາວະວິໄສ, ບໍ່ເຮັດໃຫ້ການສັບຊ້ອນ-ຈັດວາງບຸກຄະລາກອນ ກາຍເປັນບັນຫາອຶກກະທຶກຄືກໂຄມ, ສ້າງຄວາມແຕກແຍກ, ເສຍຄວາມສາມັກຄີ, ເສຍບັນຍາກາດ. ຕ້ອງຫຼີກເວັ້ນແບບຂາດຕົວ : ແນວຄິດ, ທ່າອ່ຽງ : ຄົນເຈົ້າ-ຄົນຂ້ອຍ, ມີອະຄະຕິຕໍ່ພະນັກງານ, ຕ້ອງຢຶດໝັ້ນ ແລະ ຖືເອົາຄຸນນະພາບວຽກງານເປັນໄມ້ຫຼາວັດແທກ ແລະ ການຮັບໃຊ້ຜົນໂຫຍດຂອງປະເທດຊາດ ແລະ ປະຊາຊົນເປັນທີ່ຕັ້ງ.
          ມອບໃຫ້ຄະນະໜ່ວຍພັກ ແລະ ສະຫາຍຫົວໜ້າ, ຮອງຫົວໜ້າກົມ, ຫ້ອງການ ແລະ ສະຖາບັນເປັນຜູ້ຮັບຜິດຊອບໂດຍກົງກ່ຽວກັບບັນຫານີ້. ສະນັ້ນ, ຢາກເຮັດວຽກນີ້ໄດ້ດີ, ການນໍາຢູ່ແຕ່ລະບ່ອນຕ້ອງຈັດຕັ້ງການຄົ້ນຄວ້າໃຫ້ລະອຽດ, ບໍ່ຟ້າວຟັ່ງ, ຮ້ອນຮົນ, ປຶກສາຫາລືກັນໃຫ້ມີຄວາມເປັນເອກະພາບ ແລະ ຕົກລົງກັັນເປັນໝູ່ຄະນະຄັກແນ່ ແລະ ພົບຄວາມຫຍຸ້ງຍາກບັນຫາໃດໃຫ້ຂໍຄໍາເຫັນ, ຂໍທິດຊີ້ນໍາຈາກຄະນະປະຈໍາພັກກະຊວງຄັກແນ່. ສໍາລັບຕໍາ ແໜ່ງງານໃດຢູ່ພາຍໃນຂອງຕົນຫາກສອດຄ່ອງແລ້ວກໍບໍ່ແຕະຕ້ອງ,ຄວນຮັກສາຄືເກົ່າ, ມີແຕ່ເສີມຂະຫຍາຍ ມັນຕໍ່ໃຫ້ດີຂຶ້ນ.
          ບັນຫາທີສີ່: ເອົາໃຈໃສ່ປັບປຸງແບບແຜນນໍາພາ, ແບບແຜນຄຸ້ມຄອງ-ບໍລິຫານ ແລະ ວິທີເຮັດວຽກໃຫ້ມີຄຸນນະພາບ.
ແບບແຜນເຮັດວຽກທີ່ມີປະສິດທິຜົນສູງຂອງພະນັກງານນໍາພາ, ພະນັກງານຄຸ້ມຄອງແມ່ນ : ຕ້ອງມີວິໄສທັດທີ່ເປັນວິທະຍາສາດ, ແທດຕົວຈິງ, ມີສາຍຕາແຫຼມຄົມ, ເບິ່ງກວ້າງມອງໄກ, ຄາດຄະເນໄດ້ກ່ຽວກັບອະນາຄົດ, ຊອກເຫັນໄດ້ກ່ຽວກັບເສັ້ນທາງ ແລະ ມາດຕະການທີ່ຖືກຕ້ອງ ແລະ ມີໝາກຜົນກວ່າໝູ່ເພື່ອແກ້ໄຂບັນຫາທີ່ພວມປະສົບຢູ່ໃຫ້ມີປະສິດທິຜົນ, ກໍາແໜ້ນບັນຫາໃຫ້ແໜ້ນ, ມີມາດຕາການທີ່ລະອຽດ ແລະ ປະສິດທິຜົນ.
          ພັກເຮົາຊີ້ອອກວ່າ : “ບໍ່ອະນຸໂລມໃຫ້ພະນັກງານນໍາພາ, ພະນັກງານຄຸ້ມຄອງ ຕິດພະຍາດເວົ້າແບບລວມໆ, ມີແຕ່ເວົ້າເຖິງທິດທາງ, ຫຼັກການ ແບບນາມມະທໍາ ໂດຍຂາດມາດຕາການຮູບພະທໍາ, ຕ້ອງຫຼີກເວັ້ນການຕົກລົງວຽກງານຕາມຄວາມຄິດຄວາມເຫັນອັດຕະວິໄສຂອງຄົນຈໍານວນໜ້ອຍໜຶ່ງ; ເມື່ອມີຄວາມເຫັນຕ່າງຕ້ອງຈັດຕັ້ງຄົ້ນຄວ້າ, ອະພິປາຍ, ຖົກຖຽງກັນຢ່າງມີປະຊາທິປະໄຕ ເພື່ອໄປເຖິງບ່ອນຊອກໃຫ້ເຫັນໄດ້ສັດຈະທໍາ, ບັນຫາທີ່ຖືກຕ້ອງ, ເປັນຈິງ”
          ການປັບປຸງແບບແຜນເຮັດວຽກໃຫ້ມີປະສິດທິຜົນ, ກ່ອນອື່ນໝົດແມ່ນຈະຕ້ອງລົບລ້າງແບບແຜນເຮັດວຽກທີ່ຫຼ້າຫຼັງເຊັ່ນ : ທິດສະດີບໍ່ຕິດພັນກັບພຶດຕິກໍາ, ຄວາມເວົ້າ ແລະ ການກະທໍາບໍ່ໄປນໍາກັນ, ບໍ່ຫ່ວງໄຍເຖິງໝາກຜົນສຸດທ້າຍ, ຕົກລົງວຽກງານໂດຍປາດສະຈາກການຄົ້ນຄວ້າ ລະອຽດ, ຮອບຄອບ, ການກໍານົດຄວາມຮັບຜິດຊອບ ລະຫວ່າງບຸກຄົນກັບໝູ່ຄະນະ, ລະຫວ່າງຂັ້ນເທິງກັບຂັ້ນລຸ່ມບໍ່ຈະແຈ້ງ; ເມື່ອມີຜົນງານໄຜໆກໍອ້າງວ່າຍ້ອນໂຕເອງ, ກົງກັນຂ້າມເມື່ອມີຄວາມຜິດພາດ, ຂາດຕົກບົກຜ່ອງ ຊໍ້າພັດຖິ້ມໃສ່ກັັນ, ບໍ່ກ້າຕັດສິນວຽກງານ, ຢ້ານຄວາມຮັບຜິດຊອບ, ໜີ້ງເໜື່ອຍເອື່ອຍອີງໃສ່ກັນ; ແມ່ນການເຮັດວຽກຢ່າງບໍ່ມີແຜນການ, ພົບວຽກໃດເຮັດວຽກນັ້ນ, ບໍ່ກໍາຂອດຈຸດໜັກໃຈກາງ, ບໍ່ດໍາເນີນການກວດກາ, ຊຸກຍູ້, ບໍ່ມີການສະຫຼຸບສັງລວມ, ຖອດຖອນບົດຮຽນ, ງົມຢູ່ແຕ່ນໍາໂຕະຕັ່ງ, ບໍ່ຕິດແທດຮາກຖານ, ບໍ່ສົນໃຈຟັງຄໍາຄິດເຫັນຂອງມະຫາຊົນ ແລະ ຂອງຂັ້ນລຸ່ມ; ຂາດຄວາມສະດຸ້ງໄວ, ງໍ້ງຽງຕໍ່ການຕິຊົມ ແລະ ງໍ້ງ່ຽງຕໍ່ການປັບປຸງປ່ຽນແປງໄປສູ່ອັນໃໝ່.ສະນັ້ນ, ແບແຜນວິທີເຮັດວຽກທີ່ມີຄຸນນະພາບສູງແມ່ນ : ຄວາມເປັນອັນໜຶ່ງອັນດຽວກັນ ລະຫວ່າງທິດສະດີກັບພຶດຕິກໍາ, ລະຫວ່າງການເວົ້າກັບການກະທໍາ, ເຮັດຢ່າງມີຜົນຕົວຈິງ.
         ພະນັກງານນໍາພາ-ຄຸ້ມຄອງ ຈະແມ່ນຢູ່ຂັ້ນໃດ ກໍຈະຕ້ອງຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ມີລັກສະນະເປັນຜູ້ທຸ່ນທ່ຽງໃນການຟັງຄໍາຄິດຄໍາເຫັນຂອງຜູ້ອື່ນ.ໃນເວລາທີ່ຄໍາເຫັນຂອງຜູ້ອື່ນ ຫຼື ຂອງຂັ້ນລຸ່ມຂັດກັບຄໍາເຫັນຂອງຕົນ ຫຼືວ່າຄໍາເຫັນຂອງຕົນຫາກມີຄວາມຜິດພາດນັ້ນ,ຕົນເອງກໍຕ້ອງຍອມຮັບດ້ວຍຄວາມກ້າຫານ.
          ບັນຫາທີຫ້າ : ເອົາໃຈໃສ່ເຮັດວຽກງານການເມືອງ-ແນວຄິດໃຫ້ດີ, ເຮັດໃຫ້ເປົກກະຕິ, ຫັນໄປສູ່ລວງເລິກ, ເຮັດໃຫ້ມີຄວາມໜັກແໜ້ນ ແລະ ມີການຫັນປ່ຽນ, ຕ້ອງພະຍາຍາມສ້າງທຸກເງື່ອນໄຂ ເພື່ອໃຫ້ອ້າຍນ້ອງພະນັກງານ, ລັດຖະກອນ ແຕ່ລະຄົນ ໄດ້ຮັບການບຳລຸງ ແລະ ຍົກລະດັບທິດສະດີປະຕິວັດ, ແນວທາງການເມືອງຂອງພັກ, ລະບຽບກົດໝາຍຂອງລັດ ຕິດພັນກັບການຍົກລະດັບ ແລະ ຄວາມຊຳນິຊຳນານ ທາງດ້ານວິຊາສະເພາະ, ການຝຶກຝົນຫຼໍ່ຫຼອມດ້ານຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດໃຫ້ໜັກແໜ້ນ.
ພ້ອມດຽວກັນນີ້, ກໍຕ້ອງເອົາໃຈໃສ່ສ້າງ ແລະ ປັບປຸງຄວາມສາມັກຄີເປັນເອກະພາບຢູ່ພາຍໃນໃຫ້ມີຄວາມໜັກແໜ້ນ ຊຶ່ງກ່ອນອື່ນໝົດແມ່ນຄວາມສາມັກຄີເປັນເອກະພາບພາຍໃນໜ່ວຍພັກ, ຄະນະນຳຂັ້ນກົມ, ຂັ້ນຫ້ອງການ, ສະຖາບັນ, ຂັ້ນພະແນກ, ຄວາມສາມັກຄີລະຫວ່າງຄະນະນຳກັບພະນັກງານ, ລັດຖະກອນ. 

          ຂ້າພະເຈົ້າເຊື່ອໝັ້ນວ່າ : ຖ້າພວກເຮົາພ້ອມກັນສ້າງຕຄວາມຕັດສິນໃຈໃຫ້ສູງ, ດ້ວຍການເສີມຂະຫຍາດ້ານທີ່ພວກເຮົາເຮັດໄດ້ດີແລ້ວຕິດພັນກັບການປັບປຸງຈຸດອ່ອນ, ຂໍ້ຄົງຄ້າງໃນໄລຍະທີ່ຜ່ານມາ, ຈະເປັນການສ້າງເງື່ອນໄຂ ເຮັດໃຫ້ຄຸນນະພາບ ແລະ ປະສິດທິຜົນ ຂອງການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງ ແລະ ທົ່ວຂະແໜງການຂອງພວກເຮົາ ມີຄຸນນະພາບ, ທ່ວງທ່າ ແລະ ບັນຍາກາດໃໝ່ທີ່ດີຂຶ້ນ, ສາມາດຮອງຮັບຄວາມຮຽກຮ້ອງຕ້ອງການໃນການຈັດຕັ້ງປະຕິບັດບົດບາດ, ໜ້າທີ່ເປັນເສນາທິການໃຫ້ແກ່ພັກ ແລະ ລັດຖະບານ ກ່ຽວກັບການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ໃນໄລຍະໃໝ່ໃຫ້ສືບຕໍ່ຂະຫຍາຍຕົວຢ່າງໜັກແໜ້ນ ແລະ ຕໍ່ເນື່ອງ, ປະກອບສ່ວນເຂົ້າໃນຜົນສໍາເລັດລວມຂອງການພັດດທະນາປະເທດຊາດໃນໄລຍະໃໝ່.

ພາບ: ທີມງານສູນຂ່າວພະລັງງານ ແລະ ບໍ່ແຮ່
ຂ່າວ: ຄໍາແສງ ແກ້ວປະເສີດ