ການນຳກະຊວງ ພບ ລົງຕິດຕາມການກໍ່ສ້າງເຂື່ອນ ຢູ່ພາກເໜືອ

          ໂຄງການເຂື່ອນໄຟຟ້າ ຫລວງພະບາງ ເປັນໂຄງການໜຶ່ງ ນອນຢູ່ໃນແຜນພັດທະນາ ເຈັດເຂື່ອນໄຟຟ້າ ທີ່ຕັ້ງຢູ່ລຳແມ່ນ້ຳຂອງ ຂອງລາວ ເຊິ່ງເປັນໂຄງການນຳໃຊ້ພະລັງງານສະອາດ ເປັນມິດຕໍ່ສັງຄົມ-ສິ່ງແວດລ້ອມ ດ້ວຍການພັດທະນາ ສອດຄ່ອງກັບລະບຽບກົດໝາຍຂອງລາວ ແລະ ອົງການແມ່ນ້ຳຂອງສາກົນ ທຸກຂັ້ນຕອນ, ເປັນໂຄງການອະເນກປະສົງ ປະກອບດ້ວຍ ທາງປາຜ່ານ, ທາງເຮືອຜ່ານ, ຜະລິດພະລັງງານ, ສະໜອງນ້ຳລົງສູ່ແມ່ນ້ຳເດີມປົກະຕິ ແລະ ເປັນແຫ່ຼງທ່ຽວທ່ຽວອີກດ້ວຍ.

         ໂດຍຕາງໜ້າ ລັດຖະບານລາວ, ກະຊວງພະລັງງານ ແລະ ບໍ່ແຮ່ ໃນນາມຜູ້ຮັບຜິດຊອບ ການຜັນຂະຫຍາຍແນວທາງນະໂຍບາຍ ຂອງພັກ-ລັດ ວາງອອກ ໃຫ້ປະກົດຜົນເປັນຈິງ ແລະ ໄດ້ຮັບຜົນປະໂຫຍດສູງສຸດທາງດ້ານ ເສດຖະກິດແຫ່ງຊາດ. ສະນັ້ນ, ໃນຕອນເຊົ້າ ຂອງວັນທີ 29 ມີນາ 2023 ການນຳກະຊວງ ພະລັງງານ ແລະ ບໍ່ແຮ່, ນຳໂດຍ ທ່ານ ປອ ສີນາວາ ສຸພານຸວົງ, ຮອງລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ແລະ ການນຳ-ວິຊາການຂອງກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ, ຄະນະພະແນກພະລັງງານ ແລະ ບໍ່ແຮ່ ແຂວງຫລວງພະບາງ, ຄະນະລັດວິສາຫະກິດໄຟຟ້າລາວ ແຂວງຫລວງພະບາງ ແລະ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມລົງຕິດຕາມ-ກວດກາ ການກໍ່ສ້າງຂອງໂຄງການຢູ່ພາກສະໜາມຕົວຈິງ ເຂື່ອນໄຟຟ້ານ້ຳຂອງຫຼວງພະບາງ, ທີ່ ເມືອງປາກອູ, ແຂວງຫຼວງພະບາງ ຢ່າງເປັນທາງການ ເພື່ອຊຸກຍູ້ໄລຍະການກໍ່ສ້າງໂຄງການ ໃຫ້ໄດ້ຮັບຜົນດີ.

          ພ້ອມນັ້ນ, ໄດ້ຮັບຟັງການລາຍງານ ຈາກວິຊາການປະຈຳພາກສະໜາມໃຫ້ຊາບວ່າ: ໂຄງການເຂື່ອນໄຟຟ້ານໍ້າຂອງຫຼວງພະບາງ ໄດ້ປະຕິບັດ ຕາມຂັ້ນຕອນການພັດທະນາໂຄງການພະລັງງານ ທຸກປະການ ທີ່ ສປປ ລາວ ກຳນົດໄວ້ ແລະ ສະເໜີຜ່ານ ປະເທດພາກພື້ນແມ່ນ້ຳສາກົນ ໄດ້ຮັບຊາບ ໃນການການພັດທະນາເຂື່ອນໄຟຟ້າ ນອນຢູ່ລຳແມ່ນ້ຳຂອງ, ການກໍ່ສ້າງໄດ້ແບ່ງອອກເປັນ 2 ໄລຍະ ປະຈຸບັນກຳລັງດຳເນີນການກໍ່ສ້າງໂຄງການໄລຍະທີໜຶ່ງ, ຢູ່ເບຶ້ອງຂວ່າຂອງແມ່ນ້ຳຂອງ ປະກອບມີ ໂຄງສ້າງສຳຄັນຄື ທາງເຮືອຜ່ານ, ທາງປາຜ່ານ, ອາຄານລະບາຍນ້ຳລົ້ນ, ອາຄານລະບາຍຕະກອນ, ເຮືອນຈັກໄຟຟ້າ ຄາດວ່າຈະສຳເລັດ ປີ 2027. ຫລັງຈາກນັ້ນ ຈະສືບຕໍ່ກໍ່ສ້າງ ໄລຍະສອງ ຢູ່ເບື້ອງຊ້າຍແມ່ນ້ຳຂອງ.

ຂໍ້ມູນດ້ານເຕັກນິກສຳຄັນຂອງໂຄງການ: ໂຄງການເຂື່ອນບໍ່ມີອ່າງກັກເກັບນ້ຳ (Run of river) ຕົວເຂື່ອນສ້າງດ້ວຍເບຕົງເສີມເຫລັກ ສູງ 50.20 ແມັດ, ຍາວ 218.23 ແມັດ ສັນເຂື່ອນຢູ່ທີ່ລະດັບ 317.00 masl, ປະຕູລະບາຍນໍ້າ 6 ປະຕູ ເຊິ່ງສາມາດລະບາຍນ້ຳໄດ້ 41,400 m3/s, ປະຕູລະບາຍຕະກອນ 3 ປະຕູ, ທາງຜ່ານປາ 2 ຊ່ອງ, ທາງຜ່ານເຮືອ 1 ປ່ອງ, ເຮືອນຈັກໄຟຟ້າ ນໍາໃຊ້ກົງຫັນແບບ Vertical Kaplan ເປັນມິດຕໍ່ປາ, ລວມກໍາລັງຕິດຕັ້ງທັງໝົດ 1460 MW = (7×200 MW) + (3x20MW) ແລະ ຄາດວ່າຈະຜະລິດພະລັງງານໄຟຟ້າໄດ້ 6,424 GWh/ປີ, ຄາດວ່າການກໍ່ສ້າງຈະໃຊ້ເວລາໃນການກໍ່ສ້າງປະມານ 7 ປີ.

ໂຄງການເຂື່ອນໄຟຟ້ານໍ້າຂອງຫຼວງພະບາງ ເປັນການລົງທຶນແບບຮ່ວມຮຸ້ນ (BOT) ປະກອບມີ 5 ພາກສ່ວນຄື: ບໍລິສັດ CK Power Public Company Limited (ປະເທດໄທ) ຖືຮຸ້ນ 42%, ບໍລິສັດ ພີທີ ຈຳກັດຜູ້ດຽວ ຖືຮຸ້ນ 38% (ໃນນີ້ລັດຖະບານ ສປປ ລາວ ຖືຮຸ້ນ 25%), ບໍລິສັດ Petro Vietnam Power Corporation (ສສ ຫວຽດນາມ) ຖືຮຸ້ນ 10%, ບໍລິສັດ Ch. Karnchang Public Company Limited (ປະເທດໄທ) ຖືຮຸ້ນ 10%.

ຜູ້ເຂົ້າຮ່ວມໃນການກໍ່ສ້າງໂຄງການ ປະກອບມີ: ບໍລິສັດ ທີ່ປຶກສາອອກແບບ Poyry Energy Ltd. (Thailand), ຮັບເໝົາກໍ່ສ້າງ ບໍລິສັດ ຊໍການຊ່າງ ປະເທດໄທ, ບໍລິສັດ ທີ່ປຶກສາຄຸ້ມຄອງການກໍ່ສ້າງ: AFRY (Thailand), ວິສະວະກອນ ທີ່ປຶກສາຂອງລັດຖະບານ (GOL Contract Engineer) Verbund Hydro Power GmbH Austria ແລະ ມີທິມງານ Dam Safety Review Panel ມາຊ່ວຍໃນການຕິດຕາມກວດກາຄວາມປອດໄພຂອງເຂື່ອນ.

ຮອດປະຈຸບັນ ບັນດາໜ້າວຽກທີ່ໄດ້ສໍາເລັດຄື: ເຂື່ອນອ່ວຍນ້ຳ, ເສັ້ນທາງເຂົ້າຫາໂຄງການ, ສໍາເລັດການກໍ່ສ້າງຂົວຂ້າມນ້ຳຂອງ, ສາງເກັບມ້ຽນເຄື່ອງວັດຖຸອຸປະກອນ, ສາງກົນຈັກ ແລະ ໄຟຟ້າ, ແຄ້ມທີ່ພັກພະນັກງານ, ໂຮງອາຫານ 2 ແຫ່ງ ແລະ ບັນດາໜ້າທີ່ກຳລັງກໍ່ສ້າງ ຂຸດເຈາະຮາກຖານຢູ່ທາງເບື້ອງຂວາແມ່ນ້ຳຂອງ ປະກອບມີ ໂຄງສ້າງຫຼັກ ເຊັ່ນ: ທາງປາຜ່ານ, ທງເດີນເຮືອ, ອາຄານລະບາຍນໍ້ານອງ, ອາຄານລະບາຍຕົມຊາຍ, ເຮືອນຈັກໄຟຟ້າ. ຕາມວິຊາການລາຍງານ ໃນການກໍ່ສ້າງ ຈະໃຊ້ແຮງງານສູງສຸດເຖິງ 10.500 ຄົນ, ໃນນັ້ນ ແຮງງານຄົນລາວ ກວມເອົາ 60% ຂອງພະນັກງານທັງໝົດ.

ໃນຄະນະໄປຢ້ຽມຢາມ ພາກສະໜາມ ກໍ່ສ້າງຕົວຈິງ ແລະ ກອງປະຊຸມປຶກສາຫາລື ຄັ້ງນີ້ ທ່ານ ປອ ສີນາວາ ສຸພານຸວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ກໍ່ໄດ້ໃຫ້ຄຳຊີ້ນຳຕໍ່ກັບຜູ້ພັດທະນາໂຄງການ:
1. ການຄຸ້ມຄອງ ການກໍ່ສ້າງ ເຫັນວ່າ ໂຄງການໄດ້ນຳໃຊ້ ຕາມມາດຕະຖານ ການກໍ່ສ້າງ ຂອງລາວ ແລະ ສາກົນ ຢ່າງເຂັ້ມງວດ;
2. ການຄຸ້ມຄອງຄຸນນະພາບການກໍ່ສ້າງ ແມ່ນໄດ້ປະຕິບັດຕາມຂັ້ນຕອນ ລະບຽບກົດໝາຍທຸກປະການ;
3. ເອົາໃຈໃສ່ໃນການກໍ່ສ້າງ ທາງຂື້ນ-ລົງຂອງປາ (Fish Log) ແລະ ທາງເດີນເຮືອ ໃຫ້ມີຄວາມສະດວກ ປອດໄພ ແລະ ເປັນມິດຕໍ່ສັງຄົມ ແລະ ສິ່ງແວດລ້ອມ;
4. ເອົາໃຈໃສ່ບັນຫາຄຸນນະພາບຊີວິດການເປັນຢູ່ຂອງແຮງງານ, ສະຫວັດດີການສັງຄົມ, ເບ້ຍລ້ຽງ, ເງິນເດືອນ ຂອງກໍາມະກອນ ແລະ ພະນັກງານຜູ້ເຮັດວຽກ
5. ໃຫ້ສຶກສາເລື່ອງການພັດທະນາໂຄງການ ເພື່ອໃຫ້ກ້າວເປັນໂຄງການແບບຫຼາຍໜ້າທີ່ (Multi Proposed) ແລະ ແບບປະສົມປະສານ (Hybrids)
6. ການສ້າງຖະໜົນ-ຫົນທາງໃຫ້ມີຄວາມສະດວກ-ສະບາຍ ສຳລັບປະຊາຊົນໃນຂອບເຂດພື້ນທີຂອງໂຄງການ
7. ພ້ອມນັ້ນ, ທ່ານ ກໍ່ຍັງໃຫ້ຄຳສະເໜີແກ່ບໍລິສັດ ກ່ຽວກັບ ການສຶກສາຄວາມເປັນໄປໄດ້ ຕິດຕັ້ງປ່ອງນ້ຳ ປະປາ ເພື່ອຊົມໃຊ້ ຈຳໜ່າຍພາຍໃນແຂວງ ຫຼວງພະບາງເອງ ໃນອະນາຄົດ.

ທ້າຍສຸດ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບໍລິສັດ ທີ່ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດ ໃນການກໍ່ສ້າງຕາມມາດຖານເຕັກນິກຂອງສາກົນ ໂດຍລັດຖະບານໄດ້ແນ່ໃສ່ໃຫ້ບັນດາໂຄງການເຂື່ອນໄຟຟ້າ ຂອງ ສປປ ລາວໃຫ້ມີມາດຕະຖານບໍ່ຕ່ຳກວ່າ ມາດຕະຖານຂອງເຂື່ອນໄຟຟ້ານ້ຳຂອງໄຊຍະບູລີ ໃນທຸກດ້ານ ຖ້າສູງໄດ້ກໍ່ຍິງເປັນການດີ, ອ້ວຍພອນໃຫ້ບໍລິສັດ ປະສົບຜົນສຳເລັດໃນການປະຕິບັດດຳເນີນກິດຈະການຂອງຕົນ, ຕື່ມອີກ.

ຂ່າວ: ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ
ພາບ: ສົມສະນຸກ