
ກອງປະຊຸມທາບທາມຄໍາຄິດເຫັນຕໍ່ການປັບປຸງກົດໝາຍ ວ່າດ້ວຍແຮ່ທາດ ສະບັບເລກທີ 31/ສພຊ, ລົງວັນທີ 3 ພະຈິກ 2017. ໃນລະຫວ່າງວັນທີ 21-22 ມິຖຸນາ 2023 ທີ່ໂຮງແຮມ ດອກຈໍາປາ ເມືອງ ປາກຊັນ, ແຂວງ ບໍລິຄໍາໄຊ. ກົມຄຸ້ມຄອງບໍ່ແຮ່, ກະຊວງພະລັງງານ ແລະ ບໍ່ແຮ່ ໂດຍພາຍໃຕ້ການເປັນປະທານຂອງທ່ານ ນາງ ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່. ມີຫົວໜ້າກົມ, ຮອງກົມ ແລະ ຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.


ກົດໝາຍວ່າດ້ວຍແຮ່ທາດ ສະບັບປັບປຸງ ປີ 2017 ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນເອກະພາບ ໃນຂອບ ເຂດທົ່ວປະເທດ ເຊິ່ງໄດ້ກໍານົດຫຼັກການ, ລະບຽບການ, ມາດຕະການ ແລະ ເປັນເຄຶ່ອງມືໃນການຄຸ້ມຄອງ, ຕິດຕາມ ກວດກໍາການດໍາເນີນກິດຈະການກ່ຽວກບັແຮ່ທາດ ໃຫ້ເປັນລະບົບ, ມີປະສິດທິຜົນສູງ ແລະ ມີຄວາມໂປ່ງໃສ. ຮັບປະກັນການປ້ອງກັນສຸຂະພາບ, ຊີວິດ, ຄວາມປອດໄພຂອງຜູ້ອອກແຮງງານ, ຊຸມຊົນທີ່ໄດ້ຮັບຜົນກະທົບ ແລະ ການປົກປັກຮັກສາສິ່ງແວດລ້ອມ-ສັງຄົມ ໄປຕາມທິດສີຂຽວ ແລະ ຍືນຍົງ.


