ໂຄງການໄຟຟ້າພະລັງງານລົມ ແຫ່ງທຳອິດຂອງ ສປປລາວ ຈະໄດ້ຮັບການກໍ່ສ້າງຢ່າງເປັນທາງການ

          ພິທີວາງສີລາລືກ ໂຄງການກໍ່ສ້າງໄຟຟ້າພະລັງງານລົມ 600 ເມກາວັດ ຂອງບໍລິສັດ ມອນຊູນ ວິນ ພາວເວີ້ ແລະ ບໍລິສັດ ພາວເວີ້ໄຊນາ ຈຳກັດ ໄດ້ຈັດຂຶ້ນໃນວັນທີ 25 ເມສາ 2023 ທີ່ຜ່ານມາ ຢູ່ໂຮງແຮມແລນມາກ ລີເວີຊາຍ, ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາ ທ່ານ ລັດຖະມົນຕີ, ທ່ານ ປະທານກຳມາທິການ ເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ສະພາແຫ່ງຊາດ, ທ່ານເຈົ້າແຂວງ, ຮອງເຈົ້າແຂວງ, ທ່ານ ເອກອັກຄະລັດຖະທູດ ສສ ຫວຽດນາມ, ທ່ານ ເອກອັກຄະລັດຖະທູດ ສປ ຈີນ ແລະ ທ່ານ ເອກອັກຄະລັດຖະທູດ ລາດຊະອານາຈັກ ໄທ ພ້ອມດ້ວຍພະນັກງານພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
          ໂຄງການດັ່ງກ່າວເປັນໂຄງການໄຟຟ້າພະລັງລົມແຫ່ງທຳອິດຂອງປະເທດລາວ, ທັງເປັນໂຄງການໄຟຟ້າພະລັງລົມທີ່ໃຫ່ຍທີ່ສຸດ ໃນຂົງເຂດອາຊີຕາເວັນອອກຊຽງໃຕ້ ສະນັ້ນ, ການກໍ່ສ້າງໂຄງການນີ້ຈຶ່ງມີຄວາມໝາຍ, ຄວາມສໍາຄັນຕໍ່ບາດກ້າວການພັດທະນາດ້ານໂຄງການພະລັງງນສະອາດຂອງລາວ ທັງເປັນຂີດໝາຍຜົນສໍາເລັດຂອງການຮວ່ມມືກັນອີກອັນໜຶ່ງທີ່ສໍາຄັນລະຫວ່າງຊາດລາວ, ໄທ, ຫວຽດນາມ ແລະ ຈີນ. ໂຄງການກໍາລັງກໍ່ສ້າງແລະຄາດວ່າຈະສໍາເລັດຕາມແຜນທີ່ວາງໄວ້ໃນປີ2025 ໂຄງການດັ່ງກ່າວມີເປົ້າຫໝາຍສົ່ງໄຟຟ້າອອກຂາຍໃຫ້ປະເທດຫວຽດນາມ ເປັນຫຼັກກັບໄລຍະສັນຍາເປັນເວລາ 25ປີ. ໂຄງການນີ້ເປັນໂຄງການພະລັງງານສະອາດລົດກາສກາກບອນ ບໍ່ທໍາລາຍສິ່ງແວດລ້ອມ ຊ່ວຍສ້າງຄວາມໝັ້ນຄົງ ແລະສະໜັບສະໜູນພາລະກິດສໍາຄັນລະດັບໂລກທີ່ມີເປົ້າໝາຍການປ່ອຍກາສກາກບອນເປັນສູນໃນປີ 2050.

          ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ກ່າວວ່າ: ໂຄງການນີ້ແມ່ນເປັນໂຄງການພັດທະນາອຸດສາຫະກໍາຂະໜາດໃຫຍ່, ມີລັກສະນະຍຸດທະສາດ ແລະ ຖືກກຳນົດໄວ້ແຜນຍຸດທະສາດ ການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ແຕ່ນີ້ຮອດປີ 2025 ແລະ ປີ 2030. ດ້ານໜຶ່ງ, ພິທີວາງສິລາລຶກໃນມື້ນີ້ໄດ້ຈັດຂຶ້ນຢູ່ໃນຈຸດເວລາທີ່ຂະບວນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX (2021-2025) ສໍາລັບປີທີ 3 ພວມ ເຂົ້າສູ່ການຈັດຕັ້ງປະຕິບັດຕົວຈິງຢູ່ໃນຊີວິດສັງຄົມດ້ວຍບັນຍາກາດທີ່ຕັ້ງໜ້າ, ສ້າງບາດກ້າວ ແລະ ທ່ວງທ່າໃໝ່ເພື່ອກ້າວຜ່ານຄວາມຫຍຸ້ງຍາກໃນດ້ານຕ່າງໆ ທີ່ປະເທດຊາດຂອງພວກເຮົາໄດ້ປະສົບໃນໄລຍະທີ່ຜ່ານມາ. ດັ່ງທີ່ພວກເຮົາຮັບຮູ້ແລ້ວວ່າ: ສປປ ລາວ ໄດ້ວາງແນວທາງຫັນເປັນອຸດສາຫະກຳ ແລະ ທັນສະໄໝ ເພື່ອພັດທະນາປະເທດຊາດ ກ້າວຂຶ້ນຕາມທິດຍືນຍົງ ສູ່ຈຸດໝາຍສັງຄົມນິຍົມ. ໃນນີ້, ໄດ້ກຳນົດເອົາການພັດທະນາວຽກງານພະລັງງານ ແລະ ບໍ່ແຮ ່ ຊຶ່ງແມ່ນທ່າແຮງທີ່ສຳຄັນຂອງ ສປປ ລາວ ເພື່ອເປັນພື້ນຖານໃຫ້ແກ່ການພັດທະນາເສດຖະກິດແຫ່ງຊາດ ແນໃສ່ຈັດສັນ ແລະ ນຳໃຊ້ແຫຼ່ງຊັບພະຍາກອນຂອງຊາດ ໃຫ້ມີປະສິດທິຜົນສູງ, ຕາມທິດພັດທະນາແບບເປັນມິດ ກັບສິ່ງແວດລ້ອມ ແລະ ມີລັກສະນະຍືນຍົງ. ເພື່ອຈັດຕັ້ງຜັນຂະຫຍາຍແນວທາງ, ແຜນຍຸດທະສາດຂອງພັກ ແລະ ແຜນພັດທະນາຂອງລັດເຮົານັ້ນ, ກະຊວງ ພະລັງງານ ແລະ ບໍ່ແຮ່ ກໍໄດ້ວາງແຜນຍຸດທະສາດຮອດປີ 2030 ແລະ ແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໄລຍະ 5 ປີ (2016-2020). ໃນນີ້, ສຳລັບການພັດທະນາອຸດສາຫະກຳພະລັງງານໄຟຟ້າ ແມ່ນຢຶດໝັ້ນຕາມທິດ : ຂຸດຄົ້ນ ທ່າແຮງບົ່ມຊ້ອນຂອງແຫຼ່ງຊັບພະຍາກອນທຳມະຊາດ ເພື່ອຜະລິດ ແລະ ສະໜອງກະແສໄຟຟ້າ ໃຫ້ພຽງພໍກັບຄວາມຕ້ອງການ ເພື່ອຊົມໃຊ້ຢູ່ພາຍໃນ ແລະ ການສົ່ງອອກ, ຮັບປະກັນການພັດທະນາພະລັງງານໄຟຟ້າ ເປັນມິດກັບສິ່ງແວດລ້ອມ, ຜະລິດພະລັງງານສະອາດ ແລະ ມີລັກສະນະຍືນຍົງ. ຜ່ານການຈັດຕັ້ງປະຕິບັດຕົວຈິງໃນຊຸມປີທີ່ຜ່ານມາ, ພວກເຮົາມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ເຫັນວ່າ: ການພັດທະນາອຸດສາຫະກຳໄຟຟ້າຢູ່ປະເທດເຮົາໄດ້ບັນລຸຜົນສຳເລັດ ທີ່ມີລັກສະນະພົ້ນເດັ່ນ, ໜັກແໜ້ນ ແລະ ໄດ້ ກາຍເປັນສ່ວນປະກອບ ທີ່ສໍາຄັນ ແລະ ເປັນພື້ນຖານ ຢູ່ໃນຜົນສຳເລັດລວມຂອງການພັດທະນາເສດຖະກິດ – ສັງຄົມຂອງຊາດ, ເປັນຕົ້ນແມ່ນການປະກອບສ່ວນເຂົ້າໃນການຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ການຫັນຈາກເສດຖະກິດທຳມະຊາດ ໄປສູ່ເປັນເສດຖະກິດຜະລິດເປັນສິນຄ້າ, ການຫັນປ່ຽນແບບວິທີການຜະລິດ, ການດຳລົງຊີວິດ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າຢ່າງຕັ້ງໜ້າ.

           ທ່ານ ລັດຖະມົນຕີ ໄດ້ກ່າວຕື່ມວ່າ: ການພັດທະນາອຸດສາຫະກຳໄຟຟ້າຢູ່ ສປປ ລາວ ໄດ້ຮັບການສະໜັບສະໜູນ, ຮ່ວມມືຈາກບັນດາປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ, ຈາກນັກລົງທຶນທັງພາຍໃນ ແລະ ຕ່າງປະເທດຢ່າງກວ້າງຂວາງ. ປັດຈຸບັນແຫຼ່ງຜະລິດພະລັງງານໄຟຟ້າທີ່ມີກຳລັງຕິດຕັ້ງ 1 ເມກະວັດຂຶ້ນໄປມີທັງໝົດ 94 ແຫ່ງ (ໃນນີ້, ພະລັງງານນໍ້າ 81 ແຫ່ງ, ແສງຕາເວັນ 8 ແຫ່ງ, ຊີວະມວນ 4 ແຫ່ງ ແລະ ຄວາມຮ້ອນຖ່ານຫີນ 1 ແຫ່ງ) ລວມກຳລັງຕິດຕັ້ງ 11.661,14 ເມກະວັດ, ຄວາມອາດສາມາດຜະລິດພະລັງງານໄຟຟ້າ 58.813,42 ກິກກະວັດໂມງ ຕໍ່ ປີ, ລວງຍາວ ຂອງສາຍສົ່ງທັງໝົດ 67.643 km ແລະ ສະຖານີໄຟຟ້າ ທັງໝົດ 108 ແຫ່ງ. ບັນຫາທີ່ສຳຄັນອີກປະການໜຶ່ງແມ່ນ : ພວກເຮົາໄດ້ເອົາໃຈໃສ່ຢ່າງຕັ້ງໜ້າກ່ຽວກັບວຽກງານພັດທະນາໄຟຟ້າ ໄປສູ່ຊົນນະບົດ, ໄປສູ່ເຂດພູດອຍ, ຫ່າງໄກສອກຫຼີກ, ເຂດທີ່ເປັນພື້ນຖານຂອງການປະຕິວັດໃນໄລຍະຕໍ່ຕ້ານ, ໂດຍສະເພາະແມ່ນໄດ້ຖືເອົາວຽກງານດັ່ງກ່າວຕິດພັນຢ່າງສະໜິດແໜ້ນກັບການປະຕິບັດຍຸດທະສາດການພັດທະນາຊົນນະບົດ ແລະ ວຽກງານ 3 ສ້າງ ຊຶ່ງມາຮອດປັດຈຸບັນນີ້, ອັດຕາການຊົມໃຊ້ໄຟຟ້າຂອງປະຊາຊົນໃນທົ່ວປະເທດ ສາມາດປະຕິບັດ ໄດ້ແລ້ວ 95% ຂອງຈຳນວນຄົວເຮືອນ ແລະ 100% ຂອງເທດສະບານເມືອງ,ແຂວງ ແລະ ນະຄອນ. ກ່ຽວກັບການສົ່ງອອກກະແສໄຟຟ້າ, ມາຮອດປັດຈຸບັນ, ພວກເຮົາກໍສາມາດບັນລູກວ່າ 6.000 ເມັກກາວັດ. ໃນນີ້ : ສົ່ງອອກໄປໃຫ້ປະເທດໄທ 5.932 ເມັກກາວັດ, ສົ່ງອອກໄປຫວຽດນາມ 572 ເມັກກາວັດ, ສົ່ງອອກໄປກຳປູເຈຍ 445 ເມັກກາວັດ, ສົ່ງໄປມາເລເຊຍ ໂດຍພາຍໃຕ້ໂຕງການ LTM ສູງສຸດບໍ່ເກີນ 300 ເມັກກາວັດ ແລະ ປີ2022 ນີ້ ສົ່ງ ອອກໄປສິງກະໂປ ພາຍໃຕ້ໂຄງການ LTMS ສູງສຸດບໍ່ເກີນ 100 MW.

ພາບ ແລະ ຂ່າວ: ລຸ້ງຟ້າ ອົບພະຈັນ
ກວດແກ້ ແລະ ຮຽບຮຽງ: ຄຳແສງ ແກ້ວປະເສີດ