ທ່ານ ນາງ ຈັນສະຫວາດ ບຸບຜາ ຄະນະປະຈຳພັກ, ຮອງລັດຖະມົນຕີ ເຂົ້າຮ່ວມກອງປະຊຸມປຶກສາຫາລືກ່ຽວກັບວຽກງານສ້າງພະນັກງານນໍາພາ-ຄຸ້ມຄອງເພດຍິງ ຄັ້ງທີ II

          ກອງປະຊຸມໄດ້ຈັດຂຶ້ນໃນວັນທີ 14 ພະຈິກ 2022 ທີ່ສູນການຮ່ວມມືສາກົນ ແລະ ຝຶກອົບຮົມລາວ-ຢີ່ປຸ່ນ (ICTC), ໂດຍການເປັນປະທານຂອງ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານຄະນະບໍລິຫານງານ ສສຍລ, ມີບັນດາສະຫາຍຮອງເລຂາ, ກຳມະການປະຈໍາພັກ, ກຳມະການພັກກະຊວງ, ອົງການ, ຫົວໜ້າ ຮອງຫົວໜ້າຄະນະຈັດຕັ້ງແຂວງ, ນະຄອນຫຼວງວຽງຈັນ, ຮອງປະທານຄະນະບໍລິຫານງານ ສສຍລ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ VIII, ປະທານ, ຮອງປະທານ ສຍ ກະຊວງ ອົງການ, ນະຄອນຫຼວງ, ແຂວງ, ຄະນະນໍາຈາກກົງຈັກຊ່ວຍວຽກ ສສຍລ, ພ້ອມດ້ວຍແຂກຖຶກເຊີນເຂົ້າຮ່ວມ ຈໍານວນ 112 ທ່ານ, ຍິງ 79 ທ່ານ ແລະ ຊາຍ 33 ທ່ານ.

          ໃນວາລະການດຳເນີນກອງປະຊຸມ, ຜູ້ແທນກອງປະຊຸມ ໄດ້ຮັບຟັງການສະຫຼຸບ ແລະ ປະກອບຄໍາເຫັນຕໍ່ຮ່າງບົດສະຫຼຸບຕີລາຄາການສ້າງພະນັກງານນໍາພາ-ຄຸ້ມຄອງ ເພດຍິງ ໃນໄລຍະ 2018-2022 ແລະ ທິດທາງວຽກງານຈຸດສຸມແຕ່ 2023-2025; ວຽກງານພະນັກງານຕິດພັນກັບການສົ່ງເສີມພະນັກງານເພດຍິງ ເຂົ້າໃນຕຳແໜ່ງນຳພາ-ຄຸ້ມຄອງ; ການສ້າງຄວາມເຂັ້ມແຂງໃຫ້ພະນັກງານເພດຍິງ ຕິດພັນກັບການກຳນົດຕໍາແໜ່ງງານ; ຜົນສຳເລັດໃນການບໍາລຸງກໍ່ສ້າງ ແລະ ການບັນຈຸພະນັກງານເພດຍິງຂອງຄະນະພັກ ນະຄອນຫຼວງວຽງຈັນ; ຄວາມຫຍຸ້ງຍາກ

ແລະ ສີ່ງທ້າທາຍໃນການບໍາລຸງກໍ່ສ້າງ ແລະ ບັນຈຸສັບຊ້ອນພະນັກງານເພດຍິງ ໃນຄວາມຮັບຜິດຊອບຂອງອົງຄະນະພັກແຂວງໄຊສົມບູນ ແລະ ແນວຄິດ ໄກສອນ ພົມວິຫານ ກ່ຽວກັບວຽກງານແມ່ຍິງ.
ພາບ ແລະ ແຫຼ່ງຂ່າວ: ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ
ຂ່າວ: ຄຳແສງ ແກ້ວປະເສີດ