ຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່-ເດັກ ໄດ້ຈັດກອງປະຊຸມລະນຶກວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ

          ໃນຕອນເຊົ້າຂອງວັນທີ 19 ທັນວາ 2023 ຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່-ເດັກ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມລະນຶກວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ ປະຈຳປີ 2023 ຂື້ນ, ພາຍໃຕ້ຫົວຂໍ້ທີ່ວ່າ: ຮ່ວມກັນ!ລົງທຶນໃສ່ການປ້ອງກັນ ແລະ ຊ່ວຍເຫຼືອແມ່ຍິງ ແລະ ເດັກຍິງ ທີ່ຖືກເຄາະຮ້າຍຈາກຄວາມຮຸນແຮງ, ໂດຍໄດ້ຮັບກຽດເປັນປະທານ ກອງປະຊຸມ ແລະ ໃຫ້ກຽດເຜີຍແຜ່ປະຫວັດຄວາມເປັນມາຂອງວັນດັ່ງກ່າວ ຈາກ ທ່ານ ປອ ສີນາວາ ສຸພານຸວົງ, ຄະນະປະຈຳພັກ, ຮອງລັດຖະມົນຕີ, ປະທານຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ກະຊວງ ແລະ ທ່ານ ນາງ ບຸນເຫຼືອ ຈັນທະພົມມາ ຫົວໜ້າສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍແຂກຖືກເຊີນຈາກຫ້ອງການ, ບັນດາກົມ, ສະຖາບັນ ແລະ ລັດວິສາຫະກິດອ້ອມຂ້າງກະຊວງແລະ ພະນັກງານອ້ອມຂ້າງກະຊວງເຂົ້າຮ່ວມຢ່າງພ້ອມພຽງ ໃນກອງປະຊຸມ ໄດ້ຮັບຟັງ ຄວາມເປັນມາຂອງວັນສາກົນ ເພື່ອລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ບາງບົດຮຽນກ່ຽວກັບການຈັດຕັ້ງປະຕິບັດວຽກງານ ການປົກປ້ອງ ແລະ ການຊ່ວຍເຫຼືອ ຜູ້ທີ່ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ ຈຸດປະສົງກໍ່ເພື່ອປູກຈິດສຳນຶກ ໃຫ້ພະນັກງານ-ລັດຖະກອນ ພາຍໃນກະຊວງ ຮັບຮູ້ ແລະ ເຂົ້າໃຈ ພ້ອມທັງ ຮ່ວມກັນ ຢຸດຕິ ການກະທຳ ທີ່ກໍ່ໃຫ້ເກີດຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ.

         ໂດຍເຫັນໄດ້ຄວາມສຳຄັນຂອງວຽກງານດັ່ງກ່າວ ທ່ານ ປອ ສີນາວາ ສຸພານຸວົງ ຮອງລັດຖະມົນຕີ ປະທານຄະນະກຳມາທິການເພື່ອຄວາມກ້າວໜ້າແມ່ຍິງ, ແມ່ ແລະ ເດັກ ກະຊວງ ໄດ້ປະກອບສ່ວນຊຸກຍູ້ຈຳນວນ 3ລ້ານກີບ ແລະ ສະຫະພັນແມ່ຍິງກະຊວງ ກໍ່ໄດ້ສົມທົບ 2ລ້ານກີບ ລວມເປັນ 5ລ້ານກີບ ເພື່ອມອບໃຫ້ ສູນໃຫ້ຄຳປຶກສາ ແລະ ປົກປ້ອງ ແມ່ຍິງ ແລະ ເດັກ ເພື່ອນຳໄປຊຸກຍູ້ ການຈັດຕັ້ງປະຕິບັດວຽກງານປ້ອງກັນ ແລະ ຊ່ວຍເຫຼືອ ຜູ້ຖືກເຄາະຮ້າຍຈາກກາຍໃຊ້ຄວາມຮຸນແຮງ
ພາບ ແລະ ຂ່າວ: ລຸ້ງຟ້າ ອົບພະຈັນ
ຮຽບຮຽງ: ຄຳແສງ ແກ້ວປະເສີດ