ສະຫະພັນແມ່ຍິງກະຊວງພະລັງງານ ແລະ ບໍ່ແຮ່ ຈັດກອງປະຊຸມສ່ອງແສງປະຈຳເດືອນ ແບບຮອບວຽນ

           ຕອນເຊົ້າວັນທີ 2 ມີຖຸນາ 2023 ທີ່ຜ່ານມາ, ທີ່ຫ້ອງປະຊຸມຊັ້ນ 5 ກະຊວງພະລັງງານ ແລະ ບໍ່ແຮ່ ໜ່ວຍສະຫະພັນແມ່ຍິງກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມສ່ອງແສງປະຈຳເດືອນ ແບບຮອບວຽນ ຄັ້ງທຳອິດ ເຊິ່ງແມ່ນສະຫະພັນແມ່ຍິງໜ່ວຍຫ້ອງການກະຊວງ ເປັນເຈົ້າພາບໃນຄັ້ງນີ້ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ນາງ ແສງເດືອນ ວົງອິນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ທັງເປັນປະທານສະຫະພັນແມ່ຍິງກະຊວງພະລັງງານ ແລະ ບໍ່ແຮ່ ຜູ້ຊີ້ນຳວຽກງານສະຫະພັນແມ່ຍິງອ້ອມຂ້າງກະຊວງ ແລະ ມີຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ແລະ ຜູ້ຕາງໜ້າຈາກຄະນະສະຫະພັນແມ່ຍິງໜ່ວຍຈາກບັນດາກົມ, ສະຖາບັນ ແລະ ລັດວິສາຫະກິດອ້ອມຂ້າງກະຊວງເຂົ້າຮ່ວມຢ່າງພ້ອມພຽງ. ໃນກອງປະຊຸມດັ່ງກ່າວຈັດຂື້ນເພື່ອເປັນການລາຍງານການຈັດຕັ້ງປະຕິບັດວຽກງານຂອງບັນດາໜ່ວຍໃນໄລຍະ 1 ເດືອນທີ່ຜ່ານມາ, ທິດທາງແຜນການເຄື່ອນໄຫວໃນຕໍ່ໜ້າ, ຂໍ້ສະເໜີຕ່າງໆໃນການປະຕິບັດວຽກງານໃນຕໍ່ໜ້າ ທ່ານປະທານໄດ້ຊີ້ນຳໃຫ້ແຕ່ລະໜ່ວຍເອົາໃຈໃສ່ຊີ້ນຳວຽກງານແນວຄິດການເມືອງ, ການຕິດຕາມຊີ້ນຳການກະກຽມຈັດກອງປະຊຸມໃຫ່ຍຂອງແຕ່ລະໜ່ວຍ ແລະ ການກະກຽມສະຫຼຸບລາຍງານການຈັດຕັ້ງວຽກການປະຕິບັດຂໍ້ແຂ່ງຂັນ 3 ດີ ແລະ ວຽກງານກວດກາ ຂອງແຕ່ລະໜ່ວຍ.
ພາບ: ລຸ້ງຟ້າ ອົບພະຈັນ
ຂ່າວ: ວຽງສະຫວັນ ປຣະດິດ