ກອງປະຊຸມໃຫຍ່ ຄັ້ງທີ I ຂອງໜ່ວຍສະຫະພັນແມ່ຍິງກົມສົ່ງເສີມ ແລະ ປະຢັດພະລັງງານ ໄດ້ເລືອກຕັ້ງເອົາ ສະຫາຍ ນາງ ສາລີ ແອັງມະນີ ເປັນປະທານໜ່ວຍ

          ຕອນເຊົ້າຂອງວັນທີ 07 ມິຖຸນາ 2024 ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ I ຂອງໜ່ວຍສະຫະພັນແມ່ຍິງກົມສົ່ງເສີມ ແລະ ປະຢັດພະລັງງານ ໄດ້ຈັດຂຶ້ນ ແລະ ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ ພາຍໃຕ້ການເປັນປະທານຂອງ ສະຫາຍນາງ ສາລີ ແອງມະນີ ປະທານໜ່ວຍສະຫະພັນແມ່ຍິງກົມສົ່ງເສີມ ແລະ ປະຢັດພະລັງງານ. ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນາງ ໂຄຕະມີ ຈັນທະມາລິນ ຮອງປະທານຄະນະບໍລິຫານງານ, ປະທານກວດກາສະຫະພັນແມ່ຍິງ ກະຊວງພະລັງງານ ແລະ ບໍ່ແຮ່, ສະຫາຍ ຄໍາໝັ້ນ ສໍປະເສີດ ຮອງເລຂາ ໜ່ວຍພັກ, ຮອງຫົວໜ້າກົມສົ່ງເສີມ ແລະ ປະຢັດພະລັງງານ, ມີບັນດາແຂກທີ່ຖືກເຊີນຈາກໜ່ວຍສະຫະພັນແມ່ຍິງຫ້ອງການ,ບັນດາກົມ, ພ້ອມດ້ວຍໜ່ວຍລັດວິສາຫະກິດອ້ອມຂ້າງກະຊວງພະລັງງານ ແລະ ບໍ່ແຮ່, ປະທານໜ່ວຍກຳມະບານ, ເລຂາ ຄຊປປລ ຮາກຖານ ກົມສົ່ງເສີມ ແລະ ປະຢັດພະລັງງານ ພ້ອມດ້ວຍສະມາຊິກພາຍໃນໜ່ວຍສະຫະພັນແມ່ຍິງ ກົມສົ່ງເສີມ ແລະ ປະຢັດພະລັງງານ ທັງໝົດ.

          ໃນພິທີ ສະຫາຍ ນາງ ສາລີ ແອງມະນີ ປະທານໜ່ວຍສະຫະພັນແມ່ຍິງກົມສົ່ງເສີມ ແລະ ປະຢັດພະລັງງານ ໄດ້ຂຶ້ນຜ່ານບົດລາຍງານການເມືອງ, ລາຍງານຜົນສໍາເລັດການເຄື່ອນໄຫວວຽກງານໃນ ໄລຍະທີ່ຜ່ານມາ ແລະ ຜ່ານທິດທາງແຜນການໃນຕໍ່ໜ້າ. ພິທີຍັງໄດ້ມອບ-ຮັບໃບ ຍ້ອງຍໍຂັ້ນກົມກອງໃຫ້ແກ່ໜ່ວຍສະຫະພັນແມ່ຍິງ ກົມສົ່ງເສີມ ແລະ ປະຢັດພະລັງງານ ຈໍານວນ 1 ໃບ ແລະ ໃບຍ້ອງຍໍບຸກຄົນ ຈໍານວນ 10 ໃບ ໃຫ້ແກ່ສະມາຊິກຜູ້ທີ່ມີຜົນງານດີເດັ່ນ ປະກອບສ່ວນການເຄື່ອນໄຫວວຽກງານຂອງໜ່ວຍສະຫະພັນແມ່ຍິງໃນໄລຍະທີ່ຜ່ານມາ.
          ກອງປະຊຸມໃຫຍ່ ໄດ້ດໍາເນີນການປ່ອນບັດຄັດເລືອກເອົາຄະນະໜ່ວຍ ສະຫະພັນແມ່ຍິງ ກສປພ ຊຸດໃໝ່ ຈຳນວນ 3 ສະຫາຍ, ຈາກຜູ້ລົງສະໝັກທັງໝົດ 5 ສະຫາຍ. ຜ່ານການໃຊ້ສິດປະຊາທິປະໄຕຂອງຜູ້ແທນກອງປະຊຸມໃຫຍ່ ໄດ້ຕົກລົງເລືອກເອົາ ສະຫາຍ ນາງ ສາລີ ແອງມະນີ ເປັນປະທານອີກສະໄໝໜຶ່ງ; ເລືອກເອົາ ສະຫາຍ ນາງ ພຸດຕາວັນ ພົມມະຈັນ ເປັນຮອງປະທານ, ທັງເປັນປະທານກວດກາ ແລະ ສະຫາຍ ນາງ ວຽງສະຫວັນ ອິນທິລາດ ເປັນກຳມະການ. ເພື່ອສືບຕໍ່ຊີ້ນໍາ-ນໍາພາການເຄື່ອນໄຫວວຽກງານຂອງ ໜ່ວຍສະຫະພັນແມ່ຍິງກົມສົ່ງເສີມ ແລະ ປະຢັດພະລັງງານ ໃນຕໍ່ໜ້າ ໃຫ້ເປັນໄປຕາມທິດທາງແຜນການທີ່ໄດ້ວາງໄວ້.

          ຕອນທ້າຍຂອງກອງປະຊຸມ ໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ນາງ ໂຄຕະມີ ຈັນທະມາ ຮອງປະທານສະຫະພັນແມ່ຍິງ, ປະທານກວດກາກະຊວງພະລັງງານ ແລະ ບໍ່ແຮ່, ຊຶ່ງສະຫາຍໄດ້ຍ້ອງຍໍ ຊົມເຊີຍຕໍ່ຜົນສໍາເລັດໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງໜ່ວຍສະຫະພັນແມ່ຍິງກົມສົ່ງເສີມ ແລະ ປະຢັດພະລັງງານ ໄລຍະທີ່ຜ່ານມາ, ພ້ອມທັງໄດ້ກ່າວເນັ້ນໜັກໃຫ້ສະມາຊິກທຸກສະຫາຍຈົ່ງສືບຕໍ່ຮັກສາມູນເຊື້ອ ແຫ່ງຄວາມສາມັກຄີ ເພື່ອເປັນກ້ອນກໍາລັງແຮງທີ່ແຂງແກ່ນຂອງຄະນະພັກ-ຄະນະນໍາ, ກອງປະຊຸມໄດ້ດໍາເນີນໄປເປັນເວລາເຄິ່ງມື້ດ້ວຍບັນຍາກາດອັນຟົດຟື້ນ ແລະ ຈົບລົງດ້ວຍຜົນສໍາເລັດທີ່ຈົບງາມຕາມລະດັບຄາດໝາຍ.

ພາບ: ລຸ້ງຟ້າ ອົບພະຈັນ
ຂ່າວ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506