
ໃນວັນທີ 5 ກໍລະກົດ 2024 ຜ່ານມານີ້, ສະຫະພັນແມ່ຍິງກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ເຂົ້າຮ່ວມຢ້ຽມຊົມຫໍມູນເຊື້ອ ແມ່ຍິງລາວ ທີ່ ສູນຝຶກອົບຮົມແມ່ຍິງລາວ ໂດຍມີ ຄະນະບໍລິຫານງານ ສະຫະພັນແມ່ຍິງກະຊວງພະລັງງານ ແລະ ບໍ່ແຮ່, ບັນດາຜູ້ຕາງໜ້າຈາກໜ່ວຍສະຫະພັນແມ່ຍິງ ຫ້ອງການກະຊວງ, ບັນດາກົມ, ສະຖາບັນ, ລັດວິສາຫະກິດ ແລະ ບໍລິສັດ ອ້ອມຂ້າງກະຊວງ ເຂົ້າຮ່ວມ ຈຳນວນ 36 ສະຫາຍ ນາງ. ການຢ້ຽມຊົມ ຄັ້ງນີ້ ເປັນຂະບວນການ ຂໍ່ານັບຮັບຕ້ອນວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ ( 20 ກໍລະກົດ 1955 – 20 ກໍລະກົດ 2024) ແລະ ເພື່ອເປັນຂະບວນການ ໃນການກະກຽມກອງປະຊຸມໃຫ່ຍ ຂອງ ສະຫະພັນແມ່ຍິງກະຊວງພະລັງງານ ແລະ ບໍ່ແຮ່. ພ້ອມກັນນີ້, ຍັງເປັນການສຶກສາ, ຮຽນຮູ້ເຖິງມູນເຊື້ອການກຳເນີດ ແລະ ການເຕີບໃຫ່ຍຂະຫຍາຍຕົວ ຂອງອົງການຈັດຕັ້ງແມ່ຍິງລາວ ຕະຫຼອດໄລຍະ 69 ປີ ທີ່ຜ່ານມາ.

ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ ແລະ ໄດ້ຮັບຜົນສະທ້ອນຈາກຂະບວນການຕໍ່ສູ້ປະຕິວັດຂອງແມ່ຍິງໃນໂລກ ທີ່ ເລັ່ງທວງໃຫ້ປະຕິບັດສິດເສລີພາບ, ຄວາມສະເຫມີພາບລະຫວ່າງຍິງ-ຊາຍ ທາງດ້ານການເມືອງ-ເສດຖະກິດ, ວັດທະ ນະທໍາ-ສັງຄົມ ເທື່ອລະກ້າວ, ອົງການຈັດຕັ້ງແມ່ຍິງຂັ້ນຮາກຖານ ຈຶ່ງໄດ້ເກີດຂຶ້ນໂດຍເລີ່ມຈາກການຈັດຕັ້ງຫນ່ວຍແມ່ ນັກຣົບຢູ່ຊົນນະບົດ, ຫນ່ວຍຍຸວັນນາລີ ຢູ່ຕາມຕົວເມືອງ, ການຈັດຕັ້ງດັ່ງກ່າວໄດ້ເຄື່ອນໄຫວ ແລະ ເຕີບໃຫຍ່ຂະ ຫຍາຍຕົວນັບມື້ນັບກວ້າງຂວາງ. ໃນວັນທີ 20 ກໍລະກົດ 1955 ພັກໄດ້ຈັດຕັ້ງຫນ່ວຍຄົ້ນຄວ້າວຽກງານແມ່ຍິງ ຂຶ້ນຢ່າງເປັນທາງການ (ຊຶ່ງເປັນຕົ້ນ ກໍາເນີດ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວປະຈຸບັນ) ແຕ່ງຕັ້ງຄະນະຫນ່ວຍ ຊຶ່ງປະກອບມີ 03 ທ່ານ ຄື: ທ່ານ ນາງ ຄໍາຫຼ້າ ວົງສັກ ເປັນຫົວຫນ້າ, ທ່ານ ນາງ ຄໍາສຸກ ວົງວິຈິດ ເປັນຮອງ ແລະ ທ່ານ ນາງ ຄໍາແພງ ບຸບຜາ ເປັນກໍາມະການ ເພື່ອສືບຕໍ່ນໍາພາອົງການຈັດຕັ້ງແມ່ຍິງ ແລະ ຂົນຂວາຍຂະບວນການ ແມ່ຍິງທົ່ວປະເທດ, ຊຶ່ງໃນໄລຍະນັ້ນ ່ ການຈັດຕັ້ງແມ່ຍິງຢູ່ທ້ອງຖິ່ນຮາກຖານຍັງແມ່ນຫນ່ວຍຍຸວັນນາລີ, ຫນ່ວຍແມ່ນັກຮົບ ແລະ ຫນ່ວຍເອື້ອຍນັກຮົບ.

ພາຍຫຼັງອົງການຈັດຕັ້ງແມ່ຍິງໄດ້ຮັບການສ້າງຕັ້ງເປັນຕົ້ນມາ, ອົງການຈັດຕັ້ງແມ່ຍິງກໍ່ໄດ້ເຄື່ອນໄຫວຕາມພາລະບົດບາດ ທີ່ໄດ້ກໍານົດໄວ້ໃນກົດລະບຽບ, ໂຄງການດໍາເນີນງານ ຂອງຕົນ ແລະ ໄດ້ປັບປຸງໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຫນ້າທີ່ການ ເມືອງ ຂອງພັກໃນແຕ່ລະໄລຍະ. ມາຮອດວັນທີ 06 ມັງກອນ 1956 ກອງປະຊຸມໃຫຍ່ແນວລາວອິດສະຫຼະທົ່ວປະເທດໄດ້ໄຂຂື້ນ ແລະ ໄດ້ ຕົກລົງປ່ຽນຊື່ຈາກແນວລາວອິດສະຫຼະ ມາເປັນແນວລາວຮັກຊາດໃນເວລານັ້ນ, ກໍາມະການສູນກາງແນວລາວຮັກ ຊາດທັງຍິງ ແລະ ຊາຍຕ່າງກໍ່ສະຫນັບສະຫນູນໃຫ້ແມ່ຍິງລາວບັນດາເຜົ່າ ໄດ້ມີອົງການຈັດຕັ້ງສະເພາະຂອງຕົນ ແລະ ໄດ້ປຸກລະດົມຊຸກຍູ້ໃຫ້ແມ່ຍິງເຂົ້າການຈັດຕັ້ງສະເພາະ ຂອງເພດຍິງ, ເພາະວ່າການຈັດຕັ້ງແມ່ຍິງຜ່ານມາແມ່ນຂຶ້ນກັບ ອົງການແນວໂຮມ, ແຕ່ອົງການແນວໂຮມພັດປະກອບດ້ວຍຫຼາຍຊັ້ນຄົນ, ມີອາຍຸກະສຽນແຕກຕ່າງກັນ ແລະ ສ່ວນ ຫຼາຍແມ່ນຜູ້ຊົງຄຸນວຸດທິ (ຫມາຍວ່າ: ແມ່ນຜູ້ມີອາຍຸສູງ ແລະ ມີຖານະບົດບາດໃນສັງຄົມ).

ດັ່ງນັ້ນ ໃນເດືອນ ມັງກອນ ປີ 1956 ສະມາຄົມແມ່ຍິງລາວຮັກຊາດ ກໍ່ໄດ້ຮັບການສ້າງຕັ້ງຂຶ້ນໂດຍແຕ່ງຕັ້ງ ຄະນະຫນ່ວຍຄົ້ນຄວ້າວຽກງານແມ່ຍິງຢູ່ສູນກາງເປັນຄະນະນໍາພາ ຄື: ທ່ານນາງ ຄໍາຫຼ້າ ວົງສັກ ເປັນຫົວຫນ້າ, ທ່ານ ນາງ ຄໍາສຸກ ວົງວິຈິດ ແລະ ທ່ານນາງ ຄໍາແພງ ບຸບຜາ ເປັນຮອງ, ຈາກນັ້ນ ກໍ່ໄດ້ຂະຫຍາຍສະມາຄົມແມ່ຍິງລາວຮັກ ຊາດລົງສູ່ຮາກຖານ ເພື່ອປ່ຽນແທນຫນ່ວຍແມ່ນັກຮົບ, ຫນ່ວຍເອື້ອຍນັກຮົບ ແລະ ຫນ່ວຍຍຸວັນນາລີ ທີ່ໄດ້ຮັບການ ຈັດຕັ້ງ ແລະ ໄດ້ເຄື່ອນໄຫວປະຕິວັດມາແຕ່ກ່ອນນັ້ນ.
ພາບ: ສະຫະພັນແມ່ຍິງກະຊວງ
ຂ່າວ: ຄຳແສງແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506