
ລະຫວ່າງ ວັນທີ 13 – 14 ສິງຫາ 2024 ທີ່ຜ່ານມາ ສະຫະພັນແມ່ຍິງກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄອບຄົວການນໍາກະຊວງພະລັງງານ ແລະ ບໍ່ແຮ່ ນຳໂດຍ ສະຫາຍ ນາງ ແສງເດືອນ ວົງອິນ ຄະນະພັກກະຊວງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະຈຳນວນ 25 ສະຫາຍ ນາງ ໄດ້ເຄື່ອນໄຫວຢ້ຽມຢາມ, ພົບປະ ແລະ ແລກປ່ຽນບົດຮຽນ ກັບ ຄະນະບໍລິຫານງານ ສະຫະພັນແມ່ຍິງ ແຂວງສາລະວັນ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ສະຫາຍ ນາງ ວາດສະໜາ ໂພໄຊຍະວົງ ກຳມະການພັກແຂວງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງສາລະວັນ ພ້ອມດ້ວຍຄະນະ.

ໃນໂອກາດດັ່ງກ່າວ ຄະນະຜູ້ແທນສະຫະພັນແມ່ຍິງກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ປອ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆ ສາລະວັນ ເພື່ອລາຍງານຈຸດປະສົງຂອງການເດີນທາງຢ້ຽມຢາມ, ພົບປະ ແລະ ແລກປ່ຽນບົດຮຽນກັບຄະນະບໍລິຫານງານ ສະຫະພັນແມ່ຍິງແຂວງສາລະວັນ ໃນຄັ້ງນີ້. ສະຫາຍ ເລຂາພັກແຂວງ ຖືໂອກາດສຳຄັນນີ້ ກ່າວຕ້ອນຮັບ ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນຳແມ່ຍິງຂອງທັງສອງ ແຂວງສາລະວັນ ແລະ ກະຊວງພະລັງງານ ແລະ ບໍ່ແຮ່ ທີ່ໄດ້ສ້າງຂະບວນການພົບປະ, ຢ້ຽມຢາມ ແລະ ແລກປ່ຽນບົດຮຽນຮ່ວມກັນ ເຊິ່ງເປັນໂອກາດທີ່ດີ ທີ່ທັງສອງຝ່າຍຈະໄດ້ປຶກສາຫາລື ແລະ ແລກປ່ຽນບົດຮຽນຮ່ວມກັນ ໃນວຽກງານພັດທະນາແມ່ຍິງ ແລະ ວຽກງານວິຊາສະເພາະ.

ຫຼັງຈາກນັ້ນ, ຜູ້ແທນສະຫະພັນແມ່ຍິງກະຊວງພະລັງງານ ແລະ ບໍ່ແຮ່ ແລະ ສະຫະພັນແມ່ຍິງແຂວງສາລະວັນ ກໍ່ໄດ້ຈັດກອງປະຊຸມພົບປະ, ແລກປ່ຽນບົດຮຽນຮ່ວມກັນຢ່າງເປັນທາງການ. ຝ່າຍສະຫະພັນແມ່ຍິງກະຊວງພະລັງງານ ແລະ ບໍ່ແຮ່ ນຳໂດຍ ສະຫາຍ ນາງ ແສງເດືອນ ວົງອິນ ຄະນະພັກກະຊວງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ແລະ ຝ່າຍສະຫະພັນແມ່ຍິງແຂວງສາລະວັນ ນຳໂດຍ ສະຫາຍ ນາງ ວາດສະໜາ ໂພໄຊຍະວົງ ກຳມະການພັກແຂວງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງສາລະວັນ ພ້ອມດ້ວຍຄະນະ.

