ມູນເຊື້ອວັນແມ່ຍິງສາກົນ ກັບຂະບວນການຕໍ່ສູ້ ແລະ ພັດທະນາແມ່ຍິງລາວ

ພາຍໃຕ້ສະພາບ ແລະ ໝາກຜົນຂອງການພັດທະນາເສດຖະກິດຂອງພວກສັກດິນາ ແລະ ນາຍທຶນ ທີ່ຂະຫຍາຍຕົວຢ່າງແຂງແຮງໃນຊຸມປີຕົ້ນສະຕະວັດທີ 20 ໂດຍສະເພາະແມ່ນການຂະຫຍາຍຕົວຂອງບັນດາໂຮງຈັກ, ໂຮງງານ ແລະ ພື້ນຖານການຜະລິດໃນພາກອຸດສາຫະກໍາ ຕິດພັນກັບການກໍາເນີດ ແລະ ຂະຫຍາຍຕົວຢ່າງໄວວາຂອງຖັນແຖວກໍາມະກອນ ແລະ ຜູ້ອອກແຮງງານ.

ການພັດທະນາ ແລະ ຄວາມຈະເລີນແບບກ້າວກະໂດດໃນພາກອຸດສາຫະກໍາ ໄດ້ສ້າງຄວາມຮັ່ງມີ, ລໍ້າລວຍໃຫ້ແກ່ພວກນາຍທຶນ ແລະ ສັກດິນາ. ແຕ່, ກົງກັນຂ້າມ, ຊາວກໍາມະກອນ ແລະ ຜູ້ອອກແຮງງານຊໍ້າພັດຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ຊີວິດການເປັນຢູ່ມີຄວາມທຸກຍາກລໍາບາກ,ມືດມົນ.ໃນນີ້,  ຊາວກໍາມະກອນ ແລະ ຜູ້ອອກແຮງງານເພດຍິງແມ່ນຖືກກົດຂີ່ຂູດຮີດໜັກກວ່າ, ເຂົາເຈົ້າຖືກບັງຄັບໃຫ້ເຮັດວຽກທີ່ໜັກໜ່ວງ, ມີຜົນສະທ້ອນຕໍ່ສຸຂະພາບ ເປັນເວລາຫຼາຍຊົ່ວໂມງ ໂດຍບໍ່ໄດ້ພັກຜ່ອນ, ໄດ້ຮັບຄ່າແຮງທີ່ຖືກ ແລະ ບໍ່ມີສະຫວັດດິການໃນເວລາຖືພາ, ເກີດລູກ ແລະ ເຈັບເປັນ. ພ້ອມດຽວກັນນີ້, ພວກເຮົາຍັງຖືແມ່ຍິງເປັນສິນຄ້າ, ເປັນເຄື່ອງຫຼິ້ນ, ເຄື່ອງບໍາເລີປະເພດ ໜຶ່ງ ທັງຖືກລ່ວງລະເມີດ, ທຸບຕີ, ຂົ່ມຂື່ນ, ທໍາສໍາເລົາ ແລະ ອື່ນໆ.

ໂດຍຢືນຢູ່ຕໍ່ໜ້າສະພາບ ແລະ ຄວາມທຸກທໍລະມານດັ່ງກ່າວ ໄດ້ກາຍເປັນການປຸກລະລຸກນໍ້າໃຈຄຽດແຄ້ນໃຫ້ເອື້ອຍນ້ອງແມ່ຍິງໄດ້ລຸກຂຶ້ນຕໍ່ສູ້ຊຶ່ງຂະບວນການຕໍ່ສູ້ທວງທວງເອົາສິດ, ຜົນປະໂຫຍດ ແລະ ການແກ້ໄຂຊີວິດການເປັນຢູ່ຂອງກໍາມະກອນແມ່ຍິງ, ພາຍໃຕ້ຄໍາຂວັນ ເຮັດວຽກມື້ລະ 8 ຊົ່ວໂມງ,ແມ່ຍິງ ແລະ ຜູ້ຊາຍ ເຮັດວຽກຄືກັນ ຕ້ອງໄດ້ຮັບເງິນເດືອນເທົ່າກັນ

ຊາວກໍາມະກອນ ແລະ ຜູ້ອອກແຮງງານຍິງໄດ້ສາມັກຄີກັນລຸກຂຶ້ນຕໍ່ສູ້ດ້ວຍຫຼາຍຮູບການ, ຫຼາຍລະດັບ ແລະ ນັບມື້ນັບກວ້າງຂວາງ ໂດຍສະເພາະໃນເບື້ອງຕົ້ນແມ່ນຢູ່ບັນດາຕົວເມືອງໃຫຍ່, ຕົວເມືອງອຸດສາຫະກໍາທີ່ສໍາຄັນຢູ່ໃນຂົງເຂດເອີຣົບ ແລະ ອາເມລິກາ ເພື່ອທວງໃຫ້ພວກນາຍທຶນຕ້ອງໄດ້ປະຕິບັດສິດເສລີພາບໃຫ້ແກ່ແມ່ຍິງຕິດພັນກັບການປັບປຸງ, ແກ້ໄຂຊີວິດການເປັນຢູ່, ທວງໃຫ້ປະຕິບັດສິດສະເໝີພາບຍິງ-ຊາຍ, ທວງໃຫ້ພວກນາຍທຶນຫຼຸດຜ່ອນຊົ່ວໂມງເຮັດວຽກ ແລະ ປະຕິບັດບັນດານະໂຍບາຍສະຫວັດດິການຕ່າງໆສໍາລັບກໍາມະກອນ ແລະ ຜູ້ອອກ ແຮງງານເພດຍິງເຊັ່ນ : ສິດໄດ້ຮັບການພັກຜ່ອນໃນເວລາຖືພາ, ເກີດລູກ, ເຈັບເປັນ ກ້າວໄປເຖິງການທວງໃຫ້ຊົນຊັ້ນຍປົກຄອງປະຕິບັດສິດເຄື່ອນໄຫວທາງດ້ານການເມືອງໃຫ້ແກ່ເພດຍິງເປັນຕົ້ນແມ່ນ : ສິດສະໝັກຮັບເລືອກຕັ້ງ, ສິດປ່ອນບັດເລືອກຕັ້ງ, ສິດເຂົ້າຮ່ວມໃນການຄຸ້ມຄອງ-ການປົກຄອງ.

ມາຮອດໄລຍະປີ 1910 ຂະບວນການຕໍ່ສູ້ຂອງກໍາມະກອນ ແລະ ຊາວຜູ້ອອກແຮງງານເພດຍິງໄດ້ຂະຫຍາຍຕົວຢ່າງກວ້າງຂວາງ ແລະ ແຂງແຮງຢູ່ໃນບັນດາປະເທດທຶນນິຍົມ ແລະ ໃນປີນີ້ເອງ, ກອງປະຊຸມສາກົນກ່ຽວກັບບັນຫາແມ່ຍິງໄດ້ໄຂຂຶ້ນຢູ່ນະຄອນຫຼວງ ໂກເປັນຮາກ ແຫ່ງປະເທດເດນມາກ ຊຶ່ງມີຜູ້ແທນແມ່ຍິງ 100 ກວ່າຄົນ, ຈາກ 17 ປະເທດເຂົ້າຮ່ວມໄດ້ຕົກລົງກໍານົດເອົາວັນທີ 8 ມີນາ ເປັນວັນແມ່ຍິງສາກົນ.

ນັບແຕ່ມື້ນັ້ນມາຈົນຮອດປັດຈຸບັນ, ວັນແມ່ຍິງສາກົນ ທີ 8 ມີນາ ໄດ້ກາຍເປັນປາງບຸນໃຫຍ່ຂອງເອື້ອຍນ້ອງແມ່ຍິງບັນດາປະຊາດໃນທົ່ວໂລກ, ກາຍເປັນມູນເຊື້ອທີ່ສະຫງ່າອົງອາດ, ແມ່ນສຽງລະຄັງທອງເພື່ອປ່າວເຕືອນ, ປຸກລະດົມການຕໍ່ສູ້ຂອງແມ່ຍິງໃຫ້ລຸກຂຶ້ນຕໍ່ສູ້ເພື່ອສິດ, ຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍ, ເພື່ອສັນຕິພາບ, ການພັດທະນາ, ຄວາມກ້າວໜ້າຂອງແມ່ຍິງ, ຕ້ານສົງຄາມ ແລະ ເພື່ອສັນຕິສຸກຂອງທົ່ວໂລກ.

ໃນຖານະທີ່ເປັນພາກສ່ວນໜຶ່ງຂອງຂະບວນການແມ່ຍິງສາກົນ, ພາຍໃຕ້ການນໍາພາ, ກໍ່ສ້າງ, ສຶກສາອົບຮົມບົ່ມສອນຈາກພັກປະຊາຊົນປະຕິວັດລາວ, ຂະບວນການຕໍ່ສູ້ ແລະ ພັດທະນາຂອງແມ່ຍິງລາວບັນດາເຜົ່າໄດ້ເສີມຂະຫຍາຍມູນເຊື້ອຕໍ່ສູ້ອັນພິລາດອາດຫານຂອງວັນທີ 8 ມີນາ ເຂົ້າໃນຂະບວນການຕໍ່ສູ້ ແລະ ພັດທະນາແມ່ຍິງລາວຕະຫຼອດມາ.ນັບແຕ່ຊຸມປີແຫ່ງການຕໍ່ສູ້ຕ້ານພວກຈັກກະພັດລ່າເມືອງຂຶ້ນ ແລະ ສັກດິນາເພື່ອປົດປ່ອຍປະເທດຊາດ, ຍາດເອົາຄວາມເປັນເອກະລາດຈົນມາຮອດໄລຍະແຫ່ງການດໍາເນີນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດເພື່ອກ້າວຂຶ້ນ, ແມ່ຍິງລາວບັນດາເຜົ່າ, ຍາມໃດກໍໄດ້ເສີມຂະຫຍາຍມູນເຊື້ອວັນທີ 8 ມີນາ ຕິດພັນກັບມູນເຊື້ອຮັກຊາດ, ນໍ້າໃຈຕໍ່ສູ້ອັນພິລາດອາດຫານ, ຄວາມດຸໝັ່ນຂະຫຍັນພຽນ, ຫົວຄິດປະດິດສ້າງ, ປະກອບສ່ວນສ້າງເປັນກໍາລັງແຮງຄຽງບ່າຄຽງໄລ່ກັບເພດຊາດໃນທຸກສະໜາມຮົບອງການພັດທະນາປະເທດຊາດ.

ເອື້ອຍນ້ອງແມ່ຍິງລາວບັນດາເຜົ່າຍາມໃດກໍຈະເຊີດຊູມານະຈິດປະຕິວັດ​ເດັດດ່ຽວເດີນຕາມແນວທາງ ແລະ ການນໍາພາຂອງພັກ, ເປັນແບບຢ່າງໃນການປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ ແລະ ກົດ   ໝາຍຂອງລັດ; ພັດທະນາ, ສົ່ງເສີມບົດບາດແມ່ຍິງໃນທຸກຂົງເຂດ ແລະ ປະຕິບັດສິດສະເໝີພາບຂອງຍິງໃຫ້ມີໝາກຜົນທີ່ໜັກແໜ້ນ, ປະກອບສ່ວນເປັນກໍາລັງທີ່ຕັ້ງໜ້າ, ສໍາຄັນໃນພາລະກິດພັດທະນາປະເທດຊາດເພື່ອກ້າວຂຶ້ນຢ່າງແຂງແຮງ.

 

ໂດຍ: ວິ​ລັດ ຜິວ​ອອນ

ຮຽບ​ຮຽງ: ຄຳ​ແສງ ແກ້ວ​ປະ​ເສີດ