
ຕອນບ່າຍວັນທີ 5 ເມສາ 2024 ສະຫະພັນແມ່ຍິງຮາກຖານພະແນກພະລັງງານ ແລະບໍ່ແຮ່ແຂວງສະຫວັນນະເຂດ ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ X ຂອງຕົນຂື້ນຢ່າງເປັນທາງການ ທີ່ຫ້ອງປະຊຸມພະແນກການດັ່ງກ່າວ ໂດຍການເປັນປະທານຂອງ ສະຫາຍ ນາງ ສຸກສະເຫວີຍ ແກ້ວປະເສີດ ປະທານສະຫະພັນແມ່ຍິງຮາກຖານພະແນກພະລັງງານ ແລະ ບໍ່ແຮ່ ແຂວງ. ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມໃຫຍ່ຄັ້ງນີ້ມີ ສະຫາຍ ບຸນລ້ວນ ລີໄຊຍະລາດ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກພະລັງງານ ແລະບໍ່ແຮ່ ແຂວງ, ສະຫາຍ ນາງ ທິບພາພອນ ສີອັກສອນ ຮອງປະທານສະຫະພັນແມ່ຍິງແຂວງ. ພ້ອມກັນນີ້, ກໍ່ມີຕ່າງໜ້າຈາກອົງການຈັດຕັ້ງພາຄີ (ກຳມະບານ ແລະ ຊາວໜຸ່ມ) ແຂກຖືກເຊີນ ຕະຫຼອດຮອດສະມາຊິກສະຫະພັນແມ່ຍິງພາຍໃນພະແນກ ເຂົ້າຮ່ວມທັງໝົດ 60 ສະຫາຍ, ຊາຍ 4 ສະຫາຍ, ໃນນັ້ນມີຜູ້ແທນສົມບູນ 46 ສະຫາຍ.

ໃນກອງປະຊຸມ ສະຫາຍ ນາງ ສຸກສະເຫວີຍ ແກ້ວປະເສີດ ປະທານສະຫະພັນແມ່ຍິງຮາກຖານພະແນກພະລັງງານ ແລະບໍ່ແຮ່ແຂວງ ໄດ້ຜ່ານບົດລາຍງານການເມືອງທັງ 2 ພາກ. ໃນບົດລາຍງານ ສະຫາຍ ໄດ້ຍົກໃຫ້ເຫັນຈຸດດີ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ພ້ອມກັນນີ້, ສະຫາຍ ຍັງໄດ້ສະເໜີທິດທາງລວມ ເພື່ອພັດທະນາແມ່ຍິງພາຍໃນພະແນກໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ ແລະ ກາຍເປັນແມ່ຍິງ 3 ດີໃນ 5 ປີຕໍ່ໜ້າ ບາງຕອນ ສະຫາຍ ໄດ້ກ່າວ່າ: ຜ່ານການເຄື່ອນໄຫວວຽກງານຕະຫຼອດໄລຍະ 5 ປີ ຜ່ານມາ ຄະນະສະຫະພັນແມ່ຍິງຮາກຖານໄດ້ນໍາພາຈັດຕັ້ງເຄືອນໄຫວຕາມພາລະບົດບາດຂອງຕົນ, ສະຫະພັນແມ່ຍິງຮາກຖານພະແນກພະລັງງານ ແລະບໍ່ແຮ່ແຂວງ ມີສະມາຊິກທັງໝົດ 53 ສະຫາຍ, ເປັນສະມາຊິກພັກ 20 ສະ ຫາຍ, ສໍາຮອງ 5 ສະຫາຍ, ເປັນສະມາຊິກກໍາມະບານ 53 ສະຫາຍ, ມາຊິກຊາວໜຸ່ມ 37 ສະຫາຍ

ຈາກຜົນງານການຈັດຕັ້ງປະຕິບັດວຽກງານຜ່ານມາສະມາຊິກແມ່ຍິງໄດ້ຮັບການຍ້ອງຍໍຂັ້ນຕ່າງໆເຊັ່ນ: ໄດ້ຮັບຫຼຽນໄຊແຮງງານຊັ້ນ II ຈໍານວນ 1 ສະຫາຍ, ຫຼຽນໄຊແຮງງານຊັ້ນ III ຈໍານວນ 7 ສະຫາຍ, ຫຼຽນກາແຮງງານ 7 ສະຫາຍ , ໃບຍ້ອງຍໍລັດຖະບານ 27 ສະຫາຍ, ໃບຍ້ອງຍໍລັດຖະມົນກະຊວງພະລັງງານແລະບໍ່ແຮ່ ຈໍານວນ 45 ສະຫາຍ, ໃບຍ້ອງຍໍຈາກສູນການສະຫະພັນແມ່ຍິງລາວ 45 ສະຫາຍ, ໃບຍ້ອງຍໍຈາກທ່ານເຈົ້າແຂວງ 45 ສະຫາຍ, ໃບຍ້ອງຍໍສະຫະພັນແມ່ຍິງແຂວງ 53 ສະຫາຍ, ບຸກຄົນ 3 ດີ ປະເພດ 1 ມີ 53 ສະຫາຍ, ບຸກຄົນຕົວແບບດ້ານວິຊາການ 15 ສະຫາຍ ແລະ ໄດ້ຮັບໃບຍັ້ງຢືນເປັນສະຫະພັນແມ່ຍິງຮາກຖານ 3 ດີ.

ຫຼັງຈາກນັ້ນ, ຜູ້ແທນສົມບູນກອງປະຊຸມໃຫຍ່ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະສະຫະພັນແມ່ຍິງຮາກຖານຊຸດໃໝ່ ຈໍານວນ 5 ສະຫາຍ ໄດ້ຕາມລະດັບຄາດໝາຍທີ່ວາງໄວ້. ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະສັນກັນເລືອກເອົາ ສະຫາຍ ນາງ ສຸກສະເຫວີຍ ແກ້ວປະເສີດ ເປັນປະທານສະຫະພັນແມ່ຍິງຮາກຖານພະແນກພະລັງງານ ແລະ ບໍ່ແຮ່ ແຂວງອີກສະໄໝໜຶ່ງ, ພ້ອມກັນນີ້, ໄດ້ເລືອກຕັ້ງເອົາ ສະຫາຍ ນາງ ອິນທິພອນ ໂຄດດາລາສະໄໝ ເປັນຮອງປະທານ, ສະຫາຍ ນາງ ພອນປະເສີດ ຄໍາວິໄລ ເປັນຮອງປະທານ ທັງເປັນປະທານກວດກາ, ສະຫາຍ ນາງ ວິໄລວັນ ໜໍ່ບຸບຜາສະຫວັນ ແລະ ສະຫາຍ ນາງ ພອນວິໄລສັກ ສິດທິເດດ ເປັນກຳມະການ.

ຕອນທ້າຍຂອງກອງປະຊຸມໃຫຍ່ ຜູ້ແທນໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ນາງ ທິບພາພອນ ສີອັກສອນ ຮອງປະທານສະຫະພັນແມ່ຍິງແຂວງ ເພື່ອທິດຊີ້ນໍາໃນການຈັດຕັ້ງປະຕິບັດວຽກງານຕໍ່ໜ້າ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກແມ່ຍິງຢ່າງເປັນປົກກະຕິ, ເສີມຂະຫຍາຍມູນເຊື້ອຄວາມສາມັກຄີພາຍໃນໃຫ້ໜ້ກແໜ້ນ ພາຍນອກໃຫ້ກວ້າງຂວາງ ຕັ້ງໜ້າຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີຕິດພັນກັບຂະ ບວນແຂ່ງຂັນຮັກຊາດ ແລະພັດທະນາໃຫ້ເປັນຂະບວນຟົດຟື້ນ.
ແຫຼ່ງຂໍ້ມູນ:ພະແນກພະລັງງານ ແລະ ບໍ່ແຮ່ ແຂວງສະຫວັນນະເຂດ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506