ປະຊາທິປະໄຕຄືກັນກັບຜູ້ຊາຍ, ທວງໃຫ້ພວກນາຍທຶນແກ້ໄຂຊີວິດການເປັນຢູ່ພາຍໃຕ້ຄຳຂວັນ: “ຜູ້ໜຶ່ງເຮັດວຽກມື້ລະ 8 ຊົ່ວໂມງ, ແມ່ຍິງ ແລະ ຜູ້ຊາຍເຮັດວຽກຄືກັນຕ້ອງໄດ້ຮັບເງິນເດືອນເທົ່າກັນ, ຕ້ອງມີລະບອບປ້ອງກັນສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ຕ້ານສົງຄາມຮຸກຮານ, ປົກປັກຮັກສາສັນຕິພາບຂອງໂລກ”. ປີຕໍ່ມາຄື ໃນວັນທີ 19 ມີນາ 1911 ວັນແມ່ຍິງສາກົນໄດ້ຮັບການສະເຫຼີມສະຫຼອງໂດຍມີປະຊາຊົນເຂົ້າຮ່ວມເປັນລ້ານໆຄົນ ຢູ່ໃນບັນດາປະເທດເອີລົບເຊັ່ນ: ປະເທດ ໂອຕິດ, ແດນມາກ, ເຢຍລະມັນ, ສະວິດເຊີແລນ. ນັບແຕ່ນັ້ນມາວັນທີ 8 ມີນາຈຶ່ງເປັນ “ວັນແມ່ຍິງສາກົນ” ພາສາອັງກິດເອີ້ນວ່າ: “International Women’s Day” ໄດ້ຮັບການສະເຫຼີມສະຫຼອງຢູ່ໃນຫຼາຍປະເທດທົ່ວໂລກ ແລະ ໄດ້ຖືເອົາການສະເຫຼີມສະຫຼອງ ໃນປີ 1911 ນີ້ເປັນປີທໍາອິດ.