
ກອງປະຊຸມໃຫຍ່ ຄັັ້ງທີ I ຂອງໜ່ວຍສະຫະພັນແມ່ຍິງ ກົມແຜນການ ແລະ ການຮ່ວມມື ໄດ້ດໍາເນີນມາເປັນເວລາເຄິ່ງວັນ, ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ນາງ ມາລີວັນ ພົມແສງສະຫວັນ ປະທານໜ່ວຍສະຫະພັນແມ່ຍິງ ກົມແຜນການ ແລະ ການຮ່ວມມື. ກອງປະຊຸມໃຫຍ່ໄດ້ຮັບກຽດເຂົ້າຮ່ວມຂອງ ສະຫາຍ ນາງ ແສງເດືອນ ວົງອິນ ກຳມະການພັກກະຊວງ, ກຳມະການຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງພະລັງງານ ແລະ ບໍ່ແຮ່; ສະຫາຍ ປອ ອາຄົມເດດ ວົງໄຊ ກຳມະການຄະນະພັກກະຊວງ, ເລຂາໜ່ວຍພັກ, ຫົວໜ້າກົມແຜນການ ແລະ ການຮ່ວມມື. ນອກຈາກນີ້, ຍັງມີຜູ້ແທນສົມບູນ ຈໍານວນ 19 ສະຫາຍນາງ, ແຂກຖືກເຊີນ 24 ສະຫາຍ, ຍິງ 20 ສະຫາຍນາງ, ຊາຍ 04 ສະຫາຍ ເຂົ້າຮ່ວມ.

ຜ່ານການດໍາເນີນກອງປະຊຸມໃຫຍ່ຄັັ້ງນີ້ ຜູ້ແທນກອງປະຊຸມໄດ້ເປັນເອກະສັນກັນຢ່າງສົມບູນ ຮັບຮອງເອົາບັນດາເນື້ອໃນສໍາຄັນດັ່ງລຸ່ມນີ້:
1. ຮັບຮອງເອົາບົດລາຍງານການເມືອງ ຂອງໜ່ວຍສະຫະພັນແມ່ຍິງ ກົມແຜນການ ແລະ ການຮ່ວມມື ໃນໄລຍະ 05 ປີຜ່ານມາ (2019-2023), ຊຶ່ງໄດ້ຕີລາຄາຢ່າງພາວະວິໄສ, ກົງໄປກົງມາຕໍ່ຜົນສໍາເລັດໃນການນໍາພາຊີ້ນໍາ ແລະ ຈັດຕັັ້ງປະຕິບັດວຽກງານຂອງຄະນະໜ່ວຍສະຫະພັນແມ່ຍິງ ກົມແຜນການ ແລະ ການຮ່ວມມື. ພ້ອມທັງຮັບຮອງເອົາທິດທາງ-ແຜນການໃນຕໍ່ໜ້າ (2024-2028) ທີ່ສະເໜີໂດຍ ສະຫາຍ ນາງ ມາລີວັນ ພົມແສງສະຫວັນ ປະທານໜ່ວຍສະຫະພັນແມ່ຍິງ ກົມແຜນການ ແລະ ການຮ່ວມມື.
2. ຮັບຮອງເອົາບົດສໍາຫຼວດການນໍາພາລວມຂອງຄະນະໜ່ວຍສະຫະພັນແມ່ຍິງ ກຜຮ, ຊຶ່ງໄດ້ຕີລາຄາດ້ານດີ, ດ້ານຄົງຄ້າງພ້ອມທັງບົດຮຽນທີ່ຖອດຖອນໄດ້ຕໍ່ບົດບາດການນໍາພາ, ຄວາມຮັບຜິດຊອບ, ຄວາມເປັນເອກະພາບຂອງຄະນະໜ່ວຍສະຫະພັນແມ່ຍິງ ກຜຮ ຊຸດເກົ່າ.

3. ບັນດາສະຫາຍຜູ້ແທນກອງປະຊຸມໃຫຍ່ ໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະໜ່ວຍສະຫະພັນແມ່ຍິງ ກຜຮ ຄັັ້ງທີ I ຈຳນວນ 3 ສະຫາຍ ຊຶ່ງປະກອບດ້ວຍຜູ້ທີ່ມີມາດຖານ, ເງື່ອນໄຂຄົບຖ້ວນ ຕາມທີ່ໄດ້ກໍານົດໄວ້ໃນ ເພື່ອສືບຕໍ່ນໍາພາຜັນຂະຫຍາຍມະຕິກອງ ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວ ທົົ່ວປະເທດ ຄັັ້ງທີ VIII ແລະ ມະຕິຂອງກອງປະຊຸມໃຫຍ່ຄັ້ງທີ III ຂອງສະຫະພັນແມ່ຍິງກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ ຈາກຜູ້ລົງຮັບສະໝັກເລືອກຕັ້ງທັງໝົດ 5 ສະຫາຍ.ຜ່ານການໃຊ້ສິດປະຊາທິປະໄຕຂອງຜູ້ແທນກອງປະຊຸມໃຫຍ່ໄດ້ຕົກລົງເຫັນດີເລືອກເອົາ ສະຫາຍ ນ. ມາລີວັນ ພົມແສງສະຫວັນ ເປັນປະທານໜ່ວຍສະຫະພັນແມ່ຍິງ ກຜຮ ອີກສະໄໝໜຶ່ງ, ເລືອກເອົາ ສະຫາຍ ນ. ແສງມະນີ ພັນທະສາດ ເປັນ ຮອງປະທານໜ່ວຍ ສຍ ກຜຮ, ທັງເປັນປະທານກວດກາ ແລະ ເລືອກເອົາ ສະຫາຍ ນ. ສຸກສະຫວັນ ໂສດລະມະນີ ເປັນກຳມະການໜ່ວຍ ສຍ ກຜຮ.
4. ກອງປະຊຸມໃຫຍ່ຮຽກຮ້ອງມາຍັງຄະນະໜ່ວຍສະຫະພັນແມ່ຍິງ ກຜຮ ພ້ອມດ້ວຍສະມາຊິກ ແມ່ຍິງທຸກສະຫາຍ ຈົົ່ງພ້ອມກັນຮັກສາຄວາມສາມັກຄີເປັນເອກະພາບ ພາຍໃຕ້ການນໍາພາຊີ້ນໍາຂອງສະຫາຍຂອງເລຂາໜ່ວຍພັກ ກົມແຜນການ ແລະ ການຮ່ວມມື ເພື່ອເສີມຂະຫຍາຍມູນເຊື້ອຂອງຊາດ, ຂອງພັກຕິດພັນກັບຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວບັນດາເຜົ່າ, ແນໃສ່ເສີມຂະຫຍາຍບົດບາດການນຳພາຂອງຄະນະໜ່ວຍ ແລະ ຜົນສັກສິດຕາມແນວທາງ, ແຜນນະໂຍບາຍ, ມະຕິ, ຄຳສັ່ງ ຂອງພັກ, ເຮັດໃຫ້ໜ່ວຍສະຫະພັນແມ່ຍິງກົມແຜນການ ແລະ ການຮ່ວມມື ສາມາດຈັດຕັັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງ, ມະຕິຂອງກອງປະຊຸມໃຫຍ່ ຂອງສະຫະພັນແມ່ຍິງກະຊວງພະລັງງານ ແລະ ບໍ່ແຮ່ ໃນຕໍ່ໜ້າໃຫ້ບັນລຸຕາມຄາດໝາຍທີ່ກໍານົດໄວ້.

ຕອນທ້າຍຂອງກອງປະຊຸມ ໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຂອງ ສະຫາຍ ປະທານກອງປະຊຸມໃຫຍ່ ເຊິ່ງກ່ອນອື່ນ ສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານທີ່ເອື້ອຍນ້ອງແມ່ຍິງ ກຜຮ ຍາດມາໄດ້ໃນໄລຍະ 5 ປີຜ່ານມາ. ພ້ອມກັນນີ້, ສະຫາຍ ກໍ່ໄດ້ຮຽກຮ້ອງໃຫ້ແມ່ຍິງ ໂດຍສະເພາະຄະນະຊຸດໃໝ່ ໄດ້ເອົາໃຈໃສ່ໃຫ້ທິດຊີ້ນຳຕໍ່ ໜ່ວຍສະຫະພັນແມ່ຍິງກົມແຜນການ ແລະ ການຮ່ວມມື ໃຫ້ມີຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ, ມີຄຸນສົມບັດສິນທຳປະຕິວັດອັນສູງສົ່ງ, ເຊື່ອໝັ້ນຕໍ່ແນວທາງ ແລະ ການນຳພາຂອງພັກ, ມີຄວາມຮູ້ຄວາມສາມາດໃນການນໍາພາ ແລະ ປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍດ້ວຍຜົນສຳເລັດຕະຫຼອດມາ, ນອກຈາກນີ້ໃນກອງປະຊຸມນີ້ຍັງໄດ້ຮັບຟັງຄໍາໂອ້ລົມຂອງ ສະຫາຍເລຂາໜ່ວຍພັກ ກົມແຜນການ ແລະ ການຮ່ວມມື ທີ່ສະແດງເຖິງຄວາມເປັນຫ່ວງເປັນໄຍ, ຄວາມເຊື່ອໝັ້ນຂອງພັກຕໍ່ຄະນະໜ່ວຍສະຫະພັນແມ່ຍິງກົມແຜນການ ແລະ ການຮ່ວມມື ໃນການນຳພາ-ຊີ້ນຳ ສະມາຊິກສະຫະພັນແມ່ຍິງພາຍໃນໜ່ວຍໃຫ້ເຄື່ອນໄຫວຕາມພາລະບົດບາດ, ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ.
ພາບ ແລະ ຂ່າວ: ວັນໄຊ ສີສົມພູ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506