
ກອງປະຊຸມປາຖະກະຖາເລົ່າມູນເຊື້ອການກໍາເນີດ ແລະ ຂະຫຍາຍຕົວຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ ແລະ ໄດ້ຈັດພິທີມອບໃບຍ້ອງຍໍໃຫ້ແກ່ບຸກຄົນດີເດັ່ນໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 03 ດີ ໄລຍະ I (2021-2022) ຂອງສະຫະພັນແມ່ຍິງໜ່ວຍ ກົມແຜນການ ແລະ ການຮ່ວມມື.

ໃນຕອນເຊົ້າຂອງວັນທີ 24 ກໍລະກົດ 2023 ຢູ່ທີ່ຫ້ອງປະຊຸມກົມແຜນການ ແລະ ການຮ່ວມມື ໄດ້ຈັດກອງປະຊຸມປາຖະກະຖາເລົ່າມູນເຊື້ອການກໍາເນີດ ແລະ ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ (20 ກໍລະກົດ 1955 – 20 ກໍລະກົດ 2023) ແລະ ໄດ້ຈັດພິທີມອບໃບຍ້ອງຍໍ ປະເພດ I ໃຫ້ແກ່ບຸກຄົນດີເດັ່ນໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 03 ດີ ໄລຍະ I (2021-2022) ຂອງສະຫະພັນແມ່ຍິງໜ່ວຍ ກົມແຜນການ ແລະ ການຮ່ວມມື ເຊິ່ງມີສະມາຊິກສະຫະພັນແມ່ຍິງພາຍໃນໜ່ວຍ ໄດ້ຮັບໃບຍ້ອງຍໍບຸກຄົນດີເດັ່ນໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 03 ດີ ໄລຍະ I (2021-2022) ຈໍານວນ 19 ສະຫາຍນາງ ໃຫ້ກຽດມອບໃບຍ້ອງຍໍ ໂດຍ ສະຫາຍ ນາງ ໂຄຕະມີ ຈັນທະມາລີນ ປະທານກວດກາສະຫະພັນແມ່ຍິງກະຊວງພະລັງງານ ແລະ ບໍ່ແຮ່, ຮອງເລຂາໜ່ວຍພັກ, ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື.

