ໜ່ວຍສະຫະພັນແມ່ຍິງ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ສຳເລັດດຳເນີນກອງປະຊຸມໃຫຍ່ ຄັັ້ງທີ I

          ກອງປະຊຸມໃຫຍ່ ຄັັ້ງທີ I ຂອງໜ່ວຍສະຫະພັນແມ່ຍິງ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ໄດ້ດໍາເນີນມາເປັນເວລາເຄິ່ງວັນ ໃນຕອນເຊົ້າວັນທີ 9 ເມສາ 2024, ໂດຍການເປັນປະທານຂອງ ສະຫາຍ ນາງ ມະນີພອນສຸລິນທອງ ປະທານໜ່ວຍສະຫະພັນແມ່ຍິງສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່. ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນາງ ແສງເດືອນ ວົງອິນ ຄະນະພັກກະຊວງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ, ສະຫາຍ ປອ ອານຸສັກ ພົງສະຫວັດ ເລຂາໜ່ວຍພັກ, ວ່າການຫົວໜ້າ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່. ມີຜູ້ແທນສົມບູນ ຈຳນວນ 19 ສະຫາຍ, ແຂກຖືກເຊີນ 14 ສະຫາຍ ເຂົ້າຮ່ວມ.

          ກອງປະຊຸມໃຫຍ່ຄັັ້ງນີ້ ໄດ້ເປັນເອກະສັນກັນຢ່າງສົມບູນ ຮັບຮອງເອົາບັນດາເນື້ອໃນສໍາຄັນຄື: 1) ຮັບຮອງເອົາບົດລາຍງານການເມືອງທັງສອງພາກ ຂອງໜ່ວຍສະຫະພັນແມ່ຍິງ ສພບ ໃນໄລຍະ 05 ປີຜ່ານມາ (2019-2023) ແລະ ຮັບຮອງເອົາທິດທາງ-ແຜນການໃນຕໍ່ໜ້າ (2024-2029) ທີ່ສະເໜີໂດຍ ສະຫາຍ ນາງ ມະນີພອນສຸລິນທອງ ປະທານໜ່ວຍສະຫະພັນແມ່ຍິງສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່; 2) ຮັບຮອງເອົາບົດສໍາຫຼວດການນໍາພາ ລວມຂອງຄະນະໜ່ວຍສະຫະພັນແມ່ຍິງ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ຊຶ່ງໄດ້ຕີລາຄາດ້ານດີ, ດ້ານຄົງຄ້າງ ພ້ອມທັງບົດຮຽນທີ່ຖອດຖອນໄດ້; 3) ບັນດາສະຫາຍຜູ້ແທນກອງປະຊຸມໃຫຍ່ ໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະ ໜ່ວຍສະຫະພັນແມ່ຍິງ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ສະໄໝທີ I ຈຳນວນ 3 ສະຫາຍ ເພື່ອເປັນແກ່ນນຳ ນຳພາວຽກງານແມ່ຍິງຢູ່ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ໃນໄລຍະ 5 ປີຕໍ່ໜ້າ ໄດ້ຕາມລະດັບຄາດໝາຍ.

          ກອງປະຊຸມຄັ້ງປະຖົມມະລືກຂອງຄະນະໜ່ວຍ ສະຫະພັນແມ່ຍິງສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ສະໄໝທີ I ໄດ້ເປັນເອກະສັນເລືອກເອົາ ສະຫາຍ ນາງ ມະນີແກ້ວ ໜໍ່ສັກປະເສີດ ເປັນປະທານໜ່ວຍ, ສະຫາຍ ນາງ ວິໄລພັນ ວັນທານຸລາດ ເປັນຮອງປະທານ, ທັງເປັນປະທານກວດກາ ແລະ ສະຫາຍ ນາງ ວິໄລພອນ ໄຊຊະວົງ ເປັນຄະນະໜ່ວຍ; 4) ກອງປະຊຸມໃຫຍ່ ຮຽກຮ້ອງມາຍັງຄະນະໜ່ວຍສະຫະພັນແມ່ຍິງ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍສະມາຊິກ ແມ່ຍິງທຸກສະຫາຍ ຈົົ່ງພ້ອມກັນຮັກສາຄວາມສາມັກຄີເປັນເອກະພາບ ພາຍໃຕ້ການນໍາພາຊີ້ນໍາ ຂອງ ສະຫາຍ ນາງ ມະນີແກ້ວ ໜໍ່ສັກປະເສີດ ເສີມຂະຫຍາຍມູນເຊື້ອຂອງຊາດ, ຂອງພັກ ຕິດພັນກັບຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວບັນດາເຜົ່າ,ເພື່ອຈັດຕັັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງ, ມະຕິຂອງກອງປະຊຸມໃຫຍ່ ຂອງສະຫະພັນແມ່ຍິງກະຊວງພະລັງງານ ແລະ ບໍ່ແຮ່, ໃຫ້ບັນລຸຕາມຄາດໝາຍທີ່ກໍານົດໄວ້. ແນໃສ່ເສີມຂະຫຍາຍບົດບາດການນໍາພາ ຂອງຄະນະໜ່ວຍສະຫະພັນແມ່ຍິງ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່; ຈັດຕັັ້ງປະຕິບັດ ແນວທາງ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ, ຊິ່ງເຮັດໃຫ້ສະມາຊິກແມ່ຍິງ ສພບ ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັັ້ງປະຕິບັດ ແລະ ມີແບບແຜນວິທີນໍາພາ;

5) ກອງປະຊຸມໃຫຍ່ ຄັັ້ງທີ I ຂອງໜ່ວຍສະຫະພັນແມ່ຍິງ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ໂດຍຮັບການໂອ້ລົມ ແລະ ໃຫ້ທິດຊີ້ນຳຈາກ ສະຫາຍນາງ ແສງເດືອນ ວົງອິນ ຄະນະພັກກະຊວງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ແລະ ສະຫາຍ ປອ ອານຸສັກ ພົງສະຫວັດ ເລຂາໜ່ວຍພັກ, ວ່າການຫົວໜ້າ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່, ທີ່ໄດ້ເອົາໃຈໃສ່ໃຫ້ທິດຊີ້ນໍາຢ່າງໃກ້ຊິດຕິດແທດໃນການດໍາເນີນວຽກງານ ຂອງໜ່ວຍສະຫະພັນແມ່ຍິງ ສພບ ດ້ວຍຜົນສໍາເລັດຢ່າງດີງາມ. ຄໍາໂອ້ລົມຂອງສະຫາຍ ສະແດງເຖິງຄວາມເປັນຫ່ວງເປັນໄຍ, ທັງເປັນເຂັມຊີ້ທິດເຍືອງທາງອັນແຈ້ງສະຫວ່າງ ຕໍ່ໜ່ວຍ ໜ່ວຍສະຫະພັນແມ່ຍິງ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ໃນການນໍາພາ-ຊີ້ນໍາ ສະມາຊິກສະຫະພັນແມ່ຍິງ ໃຫ້ເຄື່ອນໄຫວຕາມພາລະບົດບາດ ແລະ
ໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ ໃຫ້ປະສົບຜົນສໍາເລັດຕາມແຜນການທີ່ວາງໄວ້.

ພາບ: ວັນໄຊ ສີສົມພູ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506