ສະຫະພັນແມ່ຍິງ ກະຊວງ ສ້າງຂະບວນການ ເນື່ອງໃນວັນແມ່ຍິງສາກົນ ຄົບຮອບ 115 ປີ

          ເພື່ອເຮັດໃຫ້ການສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ 2025 ນີ້ ມີບັນຍາກາດຄຶກຄືື້ນ ແລະ ຟົດຟື້ນ, ຕອນເຊົ້າວັນທີ 8 ມີນາ 2025 ຢູ່ບຶງທາດຫຼວງ ຄະນະບໍລິຫານງານ ສະຫະພັນແມ່ຍິງ ກະຊວງ ໄດ້ຈັດກິດຈະກຳຍ່າງເພື່ອສຸຂະພາບຂື້ນ ພາຍໃຕ້ຫົວຂໍ້ “ສິດທິ,​ ຄວາມສິເໝີພາບ ແລະ ຄວາມເຂັ້ມແຂງ ເພື່ອແມ່ຍິງ ແລະ ເດັກນ້ອຍທຸກຄົນ” ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ແລະ ກ່າວເປີດພິທີ ໂດຍສະຫາຍ ນາງ ໂຄຕະມີ ຈັນທະມາລິນ ປະທານຄະນະບໍລິຫານງານ ສະຫະພັນແມ່ຍິງກະຊວງ, ພ້ອມດ້ວຍການນຳ ແລະ ເອື້ອຍນ້ອງແມ່ຍິງພາຍໃນກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າຮ່ວມຢ່າງພ້ອມພຽງ ຈຳນວນ 300 ຄົນ, ຊຶ່ງໄດ້ຮັບການສະໜັບສະໜູນໃນການຈັດພິທີ ຈາກ ສະຖານທູດ ອອດສະເຕເລຍ ປະຈຳ ສປປ ລາວ.
ໂດຍ: ສົມສະນຸກ ທອງສະຫງວນ
ສາຍດ່ວນ: 1506