ພິທີມອບ-ຮັບ ເຄື່ອງນຸ່ງເດັກນ້ອຍ ພ້ອມດ້ວຍອຸປະກອນການແພດຈຳນວນໜຶ່ງ Post author:mem admin Post published:13/03/2024 Post category:ສະຫະພັນແມ່ຍິງ ໃນຕອນບ່າຍຂອງ ວັນທີ 4 ມີນາ 2024 ໄດ້ມີພິທີມອບ-ຮັບ ເຄື່ອງນຸ່ງເດັກນ້ອຍ ພ້ອມດ້ວຍອຸປະກອນການແພດຈຳນວນໜຶ່ງ ເພື່ອຊ່ວຍເຫຼືອຄອບຄົວທີ່ທຸກຍາກຂາດເຂີນ ທາງດ້ານເຄື່ອງນຸ່ງ ເປັນການຕ້ອນຮັບວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 114 ປີ ໃຫ້ແກ່ໂຮງໝໍແມ່-ເດັກສູນກາງ ເຊິ່ງ ໂດຍໃຫ້ກຽດມອບໂດຍ ສະຫາຍ ນາງ ແສງເດືອນ ວົງອິນ ກຳມະການພັກກະຊວງ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍພັນລະຍາການນຳກະຊວງ ແລະ ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ເຊິ່ງໃຫ້ກຽດຮັບໂດຍ ທ່ານ ດຣ ສີວັນໄຊ ຈັນທະວົງສັກ ຫົວໜ້າອຳນວຍການໂຮງໝໍແມ່ ແລະ ເດັກສູນກາງ ເຊິ່ງເປັນເງິນຈຳນວນເງິນມູນຄ່າ 40.311.000 ກີບ. You Might Also Like ແມ່ຍິງ ລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ ໄດ້ຮັບການຍົກລະດັບວຽກງານກວດກາ 01/12/2022 ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ຫວນຄືນວັນສ້າງຕັ້ງອົງການຈັດຕັ້ງ ສະຫະພັນແມ່ຍິງລາວຄົບຮອບ 69 ປີ 07/08/2024 ໜ່ວຍສະຫະພັນແມ່ຍິງກົມກວດກາ ສຳເລັດການດຳເນີນກອງປະຊຸມໃຫຍ່ ຄັ້ງທີ II ຂອງຕົນດ້ວຍບັນຍາກາດອັນຈົບງາມ 12/03/2024
ແມ່ຍິງ ລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ ໄດ້ຮັບການຍົກລະດັບວຽກງານກວດກາ 01/12/2022
ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ຫວນຄືນວັນສ້າງຕັ້ງອົງການຈັດຕັ້ງ ສະຫະພັນແມ່ຍິງລາວຄົບຮອບ 69 ປີ 07/08/2024
ໜ່ວຍສະຫະພັນແມ່ຍິງກົມກວດກາ ສຳເລັດການດຳເນີນກອງປະຊຸມໃຫຍ່ ຄັ້ງທີ II ຂອງຕົນດ້ວຍບັນຍາກາດອັນຈົບງາມ 12/03/2024