ສະຫະພັນແມ່ຍິງກະຊວງ ຈັດຂະບວນການແຂ່ງຂັນຂຽນບົດແຜນໂຄງການ ແມ່ຍິງກັບການແກ້ໄຂຂໍ້ຫຍຸ້ງຍາກທາງດ້ານເສດຖະກິດຕິດພັນກັບ 2 ວາລະແຫ່ງຊາດ

ພາຍຫຼັງຂະບວນການດັ່ງກ່າວ ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ເດືອນ ມີນາ 2024 ເປັນຕົ້ນມາ. ມາຮອດມື້ນີ້ວັນທີ 2 ສິງຫາ 2024 ກໍ່ໄດ້ຈັດການແຂ່ງຂັນຮອບສຸດທ້າຍ ຢູ່ຫ້ອງປະຊຸມໃຫຍ່ ລັດວິສາຫະກິດຖືຮຸ້ນລາວ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ຈັນທະບູນ ສຸກອາລຸນ ຄະນະພັກກະຊວງ, ຮອງລັດຖະມົນຕີ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນຂັ້ນກະຊວງ. ມີປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ພ້ອມດ້ວຍເອື້ອຍນ້ອງແມ່ຍິງອ້ອມຂ້າງກະຊວງເຂົ້າຮ່ວມ.

ສະຫາຍ ນາງ ແສງເດືອນ ວົງອິນ ຄະນະພັກກະຊວງ, ຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ໄດ້ລາຍງານຕໍ່ກອງປະຊຸມວ່າ: ການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຂຽນບົດແຜນໂຄງການ ແມ່ຍິງກັບການແກ້ໄຂຂໍ້ຫຍຸ້ງຍາກທາງດ້ານເສດຖະກິດຕິດພັນກັບ 2 ວາລະແຫ່ງຊາດ ຂອງຂະແໜງການພະລັງງານ ແລະ ບໍ່ແຮ່, ຈັດຂຶ້ນພາຍໃຕ້ການຕົກລົງເຫັນດີຈາກຄະນະບໍລິຫານງານພັກກະຊວງ ຊຶ່ງຂະບວນການດັ່ງກ່າວໄດ້ເລີ່ມຈັດຕັ້ງປະຕິບັດ ແລະ ຈັບມືແຂ່ງຂັນ ນັບແຕ່ວັນທີ 6 ມີນາ 2024 ແລະ ໄດ້ມີ ບົດແຜນໂຄງການທີ່ສົ່ງມາຮ່ວມແຂ່ງຂັນຈາກສະມາຊິກແມ່ຍິງຂອງບັນດາໜ່ວຍສະຫະພັນແມ່ຍິງອ້ອມຂ້າງກະຊວງ ຈໍານວນ 25 ບົດ, ໃນ 3 ຫົວຂໍ້ຄື: ຫົວຂໍ້ທີ 1: ຫຼຸດຜ່ອນການຊົມໃຊ້ນໍ້າມັນເຊື້ອໄຟ ແລະ ສົ່ງເສີມການນໍາໃຊ້ລົດໄຟຟ້າໃຫ້ຫຼາຍ ປະກອບມີ 9 ບົດ; ຫົວຂໍ້ທີ 2: ແມ່ຍິງກັບການແກ້ໄຂຂໍ້ຫຍຸ້ງຍາກທາງດ້ານເສດຖະກິດຄອບຄົວ ລວມມີ 13 ບົດ ແລະ ຫົວຂໍ້ທີ3: ແມ່ຍິງກັບການຕ້ານ ແລະ ການເສບຢາເສບຕິດ ມີ 3 ບົດ.

ຕໍ່ໃນວັນທີ 30 ກໍລະກົດ 2024 ໄດ້ຈັດກອງປະຊຸມຄັດເລືອກຮອບທີ 1 ທັງ 3 ຫົວຂໍ້ , ຊຶ່ງມີກໍາມະການຕັດສິນຈາກບັນດາກົມ, ສະຖາບັນ, ລັດວິສາຫະກິດອ້ອມຂ້າງກະຊວງ ແລະ ພາກສ່ວນພາຍນອກ ຈາກ ກະຊວງປ້ອງກັນຄວາມສະຫງົບ, ມະຫາວິທະຍາໄລແຫ່ງຊາດ ແລະ ສູນກາງສະຫະພັນແມ່ຍິງລາວ, ແລະ ສາມາດຄັດເລືອກໄດ້ຕາມການສັງລວມຄະແນນຈາກຄະນະກຳມະການຄື: ຫົວຂໍ້ທີ 1: ເຂົ້າຮອບ 4 ບົດ, ຫົວຂໍ້ທີ 2 ເຂົ້າຮອບ 5 ບົດ . ສ່ວນຫົວຂໍ້ທີ 3 ແມ່ນບໍ່ສາມາດຄັດເລືອກໄດ້ ເພາະມີແຕ່ພຽງ 3 ທີມເຂົ້າຮ່ວມແຂ່ງຂັນ.
ສະຫາຍ ປະທານສະຫະພັນແມ່ຍິງກະຊວງກ່າວຕື່ມວ່າ: ການແຂ່ງຂັນໃນມື້ນີ້ ຖືວ່າເປັນການແຂ່ງຂັນຮອບສຸດທ້າຍ ສະເພາະຫົວຂໍ້ທີ 1 ແລະ ຫົວຂໍ້ທີ 2, ຊຶ່ງໄດ້ມີຄະນະກໍາມະການຕັດສີນ ຈາກ ມະຫາວິທະຍາໄລແຫ່ງຊາດ, ສູນກາງສະຫະພັນແມ່ຍິງລາວ, ຫ້ອງການກະຊວງ, ບັນດາກົມ, ສະຖາບັນ ແລະ ລັດວິສາຫະກິດອ້ອມຂ້າງກະຊວງພະລັງງານ ແລະ ບໍ່ແຮ່. ສ່ວນຜົນການແຂ່ງຂັນຈະປະກາດຜົນ ໃນພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການສະຫະພັນແມ່ຍິງລາວ ຄົບຮອບ 69 ປີ ໃນວັນທີ 5 ສິງຫາ 2024 ທີ່ຈະມາເຖິງນີ້.

ຂະບວນການໃນຄັ້ງນີ້ກໍຖືວ່າເປັນຂະບວນການທໍາອິດ ໃນທ້າຍສະໄໝຂອງ ຄະນະສະຫະພັນແມ່ຍິງກະຊວງທີ່ໄດ້ຈັດຕັ້ງຂື້ນ ໂດຍໄດ້ບົດຮຽນຈາກ ສູນກາງສະຫະພັນແມ່ຍິງ ສສ.ຫວຽດນາມ ທີ່ໄດ້ໄປແລກປ່ຽນໃນໄລຍະຜ່ານມາ ນໍາມາຜັນຂະຫຍາຍໃຫ້ເປັນຮູບປະທໍາ ແລະ ນອກຈາກນີ້ ເພື່ອເປັນການຂຸດຄົ້ນຄວາມອາດສາມາດຂອງເອື້ອຍນ້ອງແມ່ຍິງໃນຂະແໜງການ ພບ ໃນການປະກອບສ່ວນແນວຄວາມຄິດຕໍ່ຂະແໜງການ ພບ ຂອງເຮົາ.

ພາບ: ວຽງສະຫວັນ ປຣະດິດ
ຂ່າວ: ສະຫະພັນແມ່ຍິງກະຊວງ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506