ການນຳກະຊວງພະລັງງານ ແລະ ບໍ່ແຮ່ ນຳໂດຍ ສະຫາຍ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງພະລັງງານ ແລະບໍ່ແຮ່ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາໄວ້ອາໄລ ຕໍ່ການຈາກໄປໂດຍບໍ່ມີວັນຈະຫວນກັບຄືນມາ ຂອງ ສະຫາຍ ຫວຽນ ຝູຈ້ອງ ເລຂາທິການໃຫຍ່ພັກຄອມມູນິດຫວຽດນາມ

ຕອນເຊົ້າວັນທີ 26 ກໍລະກົດ 2024 ການນຳກະຊວງພະລັງງານ ແລະ ບໍ່ແຮ່ ນຳໂດຍ ສະຫາຍ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງພະລັງງານ ແລະບໍ່ແຮ່ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາໄວ້ອາໄລ ຕໍ່ການຈາກໄປໂດຍບໍ່ມີວັນຈະຫວນກັບຄືນມາ ຂອງ ສະຫາຍ ຫວຽນ ຝູຈ້ອງ ເລຂາທິການໃຫຍ່ພັກຄອມມູນິດຫວຽດນາມ.
ໃນໂອກາດແຫ່ງຄວາມໂສກເສົ້າເສຍດາຍ ແລະ ອາໄລຮັກຂອງປະຊາຊົນຫວຽດນາມອ້າຍນ້ອງ ແລະ ພີ່ນ້ອງປະຊາຊົນລາວບັນດາເຜົ່າ, ທ່ານ ລັດຖະມົນຕີ ໄດ້ຕາງໜ້າໃຫ້ຄະນະພັກ,ຄະນະນຳ ແລະ ພະນັກງານ,ລັດຖະກອນ,ກຳມະກອນ ທົ່ວຂະແໜງການພະລັງງານ ແລະ ບໍ່ແຮ່ ສະແດງຄວາມໄວ້ອາໄລຕໍ່ການສູນເສຍອັນຍິ່ງໃຫຍ່ຂອງພັກ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງໃນຄັ້ງນີ້.
ສະຫາຍ ຫວຽນ ຝູຈ້ອງ ອະດີດ ເລຂາທິການໃຫ່ຍ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເປັນຜູ້ນຳທີ່ສະຫຼາດສ່ອງໃສ, ອົງອາດກ້າແກ່ນຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ, ເຊິ່ງຕະຫຼອດຊີວິດແຫ່ງການເຄື່ອນໄຫວປະຕິວັດ ສະຫາຍ ໄດ້ອຸທິດຊີວິດ, ເຫື່ອແຮງ ແລະ ສະຕິປັນຍາຂອງຕົນຢ່າງບໍ່ຮູ້ອິດ ຮູ້ເມື່ອຍ ຈົນເຖິງວິນາທີສຸດທ້າຍຂອງຊີວິດ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຫວຽດນາມ ໂດຍສະເພາະພາລະກິດແຫ່ງການປ່ຽນແປງໃໝ່, ນຳພາປະເທດ ຫວຽດນາມ ຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ ແລະ ສະຫາຍ ຍັງເປັນຜູ້ນຳໜ້າໃນການປັບປຸງຄວາມໂປ່ງໃສພາຍໃນອົງການຈັດຕັ້ງພັກ,ລັດ ຖັນແຖວພະນັກງງານ ແລະ ໃນສັງຄົມທົ່ວລະບົບການເມືອງຂອງຫວຽດນາມ. ການຈາກໄປຂອງສະຫາຍ ຫງວຽນ ຝູຈ້ອງ, ບໍ່ພຽງແຕ່ເປັນການສູນເສຍອັນຍິ່ງໃຫ່ຍຂອງຄອບຄົວ, ພັກ,ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງເທົ່ານັ້ນ ແຕ່ຍັງເປັນການສູນເສຍເພື່ອນມິດ ທີ່ສະໜິດສະໜົມທີ່ສຸດຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າເຊັ່ນດຽວກັນ.
ພາບ: ວຽງສະຫວັນ ປຣະດິດ
ຂ່າວ: ຄຳແສງ ແກ້ວປະເສີດ
ສາຍດ່ວນ: 1506