ທ່ານ ລັດຖະມົນຕີ ຕ້ອນຮັບ ແລະ ພົບປະກັບ ທ່ານ ຜູ້ອຳນວຍການບໍລິສັດໄຟຟ້າ ແຫ່ງ ມາເລເຊຍ

          ເພື່ອສືບຕໍ່ເສີມຂະຫຍາຍບົດບັນທຶກຄວາມເຂົ້າໃຈການຮ່ວມມືລະຫວ່າງ ສອງປະເທດເວົ້າລວມ, ເວົ້າສະເພາະ ການຮ່ວມມືດ້ານພະລັງງານໄຟຟ້າ ລະຫວ່າງ ກະຊວງພະລັງງານ ແລະ ບໍ່ແຮ່ ສປປລາວ ແລະ ກະຊວງ ພະລັງງານ, ວິທະຍາສາດ, ເຕັກໂນໂລຊີ, ສິ່ງແວດລ້ອມ ແລະ ການປ່ຽນແປງພູມີອາກາດ ມາເລເຊຍ ໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ, ຕອນເຊົ້າວັນທີ 25 ພຶດສະພາ 2023 ນີ້ຢູ່ຫ້ອງປະຊຸມ 102 ທ່ານ Dato Indera Ir. Baharin Bin Din ປະທານ ແລະ ຜູ້ອຳນວຍການ ບໍລິສັດໄຟຟ້າ ແຫ່ງ ມາເລເຊຍ ໄດ້ເຂົ້າຢ້ຽມຂໍ່ານັບ, ພົບປະ ແລະ ເຮັດວຽກ ກັບ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່.

          ໃນໂອກາດດັ່ງກ່າວ ທ່ານ ປະທານ ແລະ ຜູ້ອຳນວຍການບໍລິສັດໄຟຟ້າ ແຫ່ງ ມາເລເຊຍ ໄດ້ລາຍງານຈຸດປະສົງຂອງການເດີນທາງມາເຮັດວຽກ ແລະ ພົບປະກັບກະຊວງພະລັງງານ ແລະ ບໍ່ແຮ່ ສປປລາວ ເພື່ອສືບຕໍ່ປຶກສາຫາລືຂະຫຍາຍການຮ່ວມມືຮ່ວມກັນໃຫ້ເລິກເຊິ່ງກວ່າເກົ່າ ໂດຍສະເພາະແມ່ນໂຄງການສົ່ງກະແສໄຟຟ້າຈາກ ສປປລາວ ໄປຫາມາເລເຊຍ ແລະ ໂຄງການຮ່ວມມື 4 ປະເທດຄື: ລາວ-ໄທ-ມາເລເຊຍ ແລະ ສິງກະໂປ ທີ່ໄດ້ຮັບການຈັດຕັ້ງປະຕິບັດມາແລ້ວ ໄດ້ສືບຕໍ່ຈັດຕັ້ງປະຕິບັດຕໍ່ໄປອີກ.

          ມາເລເຊຍ ເປັນປະເທດໜຶ່ງ ທີ່ມີການລົງທຶນດ້ານພະລັງງານໄຟຟ້າ ຢູ່ ສປປລາວ, ໂຄງການທີ່ມີລັກສະນະພົ້ນເດັ່ນ ແລະ ມີຍຸດທະສາດຂອງການພົວພັນຮ່ວມມື ລະຫວ່າງສອງປະເທດ ແມ່ນ: ໂຄງການເຂື່ອນໄຟຟ້ານໍ້າຕົກ ດອນສະໂຮງ ມີກໍາລັງຕິດຕັ້ງ 260 MW; ສາມາດຜະລິດພະລັງງານສະເລ່ຍ 2.000 GWh/ປີ. ຕັ້ງຢູ່ຫ້ວຍສະໂຮງ ຢູ່ລະຫວ່າງດອນສະດໍາ ແລະ ດອນສະໂຮງ; ແຂວງ ຈໍາປາສັກ; ຜູ້ພັດທະນາໂຄງການແມ່ນບໍລິສັດ Mega First Corporation Berhad Consortium ປະເທດມາເລເຊຍ ຖືຮຸ້ນ 80% ຮ່ວມກັບ ບໍລິສັດຜະລິດໄຟຟ້າລາວມະຫາຊົນ ຖືຮຸ້ນ 20%, ອາຍຸການສໍາປະທານ 25 ປີ, ມື້ເປີດດໍາເນີນການຂາຍໄຟຟ້າ COD ປີ 2019. ໂຄງການເຂື່ອນໄຟຟ້ານໍ້າຕົກ ນໍ້າຟ້າ ມີກໍາລັງຕິດຕັ້ງ 180 MW; ສາມາດຜະລິດພະລັງງານສະເລ່ຍ 730 GWh/ປີ. ຕັ້ງຢູ່ເຂດຊຽງກົກ, ລະຫວ່າງ ເມືອງເມີງ ແຂວງ ບໍ່ແກ້ວ ແລະ ເມືອງລອງ ແຂວງ ຫລວງນໍ້າທາ; ຜູ້ ພັດທະນາໂຄງການແມ່ນບໍລິສັດ Asia Pacific Business Link Sdn Bhd (APB) ປະເທດມາເລເຊຍ ຖືຮຸ້ນ 70% ຮ່ວມກັບ Arena Power Ltd ຖືຮຸ້ນ 10%, ລັດວິສາຫະກິດໄຟຟ້າລາວຖືຮຸ້ນ 20%, ອາຍຸສໍາປະທານ 30 ປີ; ປັດຈຸບັນ ກໍາລັງຢູ່ໃນຂັ້ນຕອນການປະຕິບັດສັນຍາພັດທະນາໂຄງການ (PDA).

          ນອກຈາກການຮ່ວມມືແບບສອງຝ່າຍແລ້ວ, ຍັງມີໂຄງການຮ່ວມມືແລກປ່ຽນຊື້-ຂາຍພະລັງງານໄຟຟ້າ 3 ປະເທດ ລາວ-ໄທ-ມາເລເຊຍ ເຊິ່ງໄດ້ຮັບການຈັດຕັ້ງປະຕິບັດມາແຕ່ປີ 2018 ເປັນຕົ້ນມາ ເປັນການລົງນາມ MOU ລະຫວ່າງ ລັດຖະມົນຕີ 3 ປະເທດ (ສປປ ລາວ, ໄທ ແລະ ມາເລເຊຍ) ໂດຍມີເປົ້າໝາຍຂາຍໄຟຟ້າຈາກລະບົບຂອງ ສປປລາວ ໄປຍັງ ມາເລເຊຍ ຜ່ານລະບົບສາຍສົ່ງຂອງໄທ ໃນປະລິມານບໍ່ເກີນ 100 MW ແລະ ຂະຫຍາຍເພີ່ມເປັນ 300 MW. ປະຈຸບັນຢູ່ໂຄງການດັ່ງກ່າວ ໄດ້ຈັດຕັ້ງປະຕິບັດສໍາເລັດແລ້ວໃນປີ2021 ແລະ ໂຄງການຮ່ວມມືແລກປ່ຽນຊື້້-ຂາຍພະລັງງານໄຟຟ້າ 4 ປະເທດ ລາວ-ໄທ-ມາເລເຊຍ-ສິງກະໂປ (LTMS-PIP) ທີ່ກຳລັງດຳເນີນການຈັດຕັ້ງປະຕິບັດຢ່າງມີປະສິດທິພາບມີປະສິດທິຜົນດີ.

ພາບ: ວິລະຊາດ ສາຍອັດຕະປື
ຂ່າວ: ຄໍາແສງ ແກ້ວປະເສີດ