ທ່ານ ລັດຖະມົນຕີ ໄດ້ຕາງໜ້າໃຫ້ ລັດຖະບານ ລາຍງານກ່ຽວກັບການ ຈັດຕັ້ງປະຕິບັດບັນດາໂຄງການລົງທຶນດ້ານບໍ່ແຮ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX

          ໃນວາລະການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 12 ມິຖຸນາ 2024 ເຊິ່ງເປັນມື້ທີ3 ພາຍໃຕ້ການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ. ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດໂຄງການລົງທຶນດ້ານບໍ່ແຮ່ ໃນໄລຍະຜ່ານມາ, ທິດທາງແຜນການໃນຕໍ່ໜ້າ ບາງຕອນ ທ່ານ ໄດ້ກ່າວວ່າ: ມາຮອດປັດຈຸບັນ ລັດຖະບານ ໄດ້ອະນຸຍາດການລົງທຶນດ້ານແຮ່ທາດໃນທົ່ວປະເທດ ໃນໂຄງການປົກ ກະຕິ ລວມທັງໝົດ 968 ບໍລິສັດ, ແບ່ງອອກເປັນ ຂັ້ນແຂວງອະນຸຍາດ ມີ 671 ແລະ ສູນກາງອະນຸຍາດ ມີ 297 ບໍລິສັດ. ຂັ້ນແຂວງອະນຸຍາດ ໂຄງການສ່ວນໃຫຍ່ ແມ່ນ ແຮ່ອະໂລຫະ ຍົກເວັ້ນແຂວງໄຊສົມບູນ ສາ ມາດອະນຸຍາດແຮ່ໂລຫະໄດ້. ສູນກາງ ອະນຸຍາດ ຢູ່ໃນຂັ້ນຕອນ ຊອກຄົ້ນ-ສໍາຫຼວດ ມີ 150 ບໍລິສັດ, ດໍາເນີນ ການສຶກສາເສດຖະກິດ-ເຕັກນິກ ມີ 32 ບໍລິສັດ ແລະ ດໍາເນີນການຂຸດຄົ້ນ-ປຸງແຕ່ງມີ 115; ສປປລາວ ພວກເຮົາ ໄດ້ມີການຊອກຄົ້ນ-ສໍາຫຼວດ ແລະ ຂຸດຄົ້ນ-ປຸງແຕ່ງແຮ່ທາດ ລວມທັງໝົດມີ 19 ແຮ່ທາດ ຊຶ່ງໄດ້ຄາດຄະເນມີປະລິມານຊັບພະຍາກອນລວມທັງໝົດ 14.606 ລ້ານໂຕນ ແລະ ມີ ປະລິມານສະສົມທັງໝົດ 7,987 ລ້ານໂຕນ, ໃນນີ້ແຮ່ເກືອໂປຕັສ ມີປະລິມານຊັບພະຍາກອນ ຫຼາຍກວ່າໝູ່ ມີເຖິງ 10.125 ລ້ານໂຕນ, ຕໍ່ມາແມ່ນຫີນປູນ ມີ 2.188 ລ້ານໂຕນ, ຖ່ານຫີນ 845 ລ້ານໂຕນ ແລະ ທອງ 201 ລ້ານໂຕນ.

          ທ່ານ ລັດຖະມົນຕີ ໄດ້ລາຍງານຕື່ມວ່າ: ໃນປີ 2023 ທີ່ຜ່ານມາ, ມູນຄ່າການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ໃນທົ່ວປະເທດ ມີມູນຄ່າເຖິງ 2.432 ລ້ານໂດລາສະຫະລັດ, ການຈໍາໜ່າຍແຮ່ທາດຢູ່ພາຍໃນປະເທດມີມູນຄ່າ 273,6 ລ້ານໂດລາສະຫະ ລັດ, ຈໍາໜ່າຍອອກຕ່າງປະເທດ ມີມູນຄ່າ 2.604 ລ້ານໂດລາສະຫະລັດ ແລະ ໄດ້ມອບພັນທະໃຫ້ລັດຖະ ບານ 322,6 ລ້ານໂດລາສະຫະລັດ. ຕະລອດໄລຍະ 6 ເດືອນ ປີ 2024 ທີ່ຜ່ານມາ, ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ສຸມໃສ່ຈັດຕັ້ງປະຕິ ບັດບັນດາໜ້າວຽກທີ່ສຳຄັນຄື: ເຜີຍແຜ່ບັນດານິຕິກໍາທີ່ກ່ຽວຂ້ອງກັບການພັດທະນາຂະແໜງທໍລະນີສາດ ແລະ ບໍ່ແຮ່; ຈັດກອງ ປະຊຸມສໍາມະນາວິທະຍາສາດ ກ່ຽວກັບ ການຈັດຕັ້ງປະຕິບັດ ວິໄສທັດ ຮອດປີ 2040 ແລະ ຍຸດທະສາດການພັດທະນາແຮ່ທາດ ຮອດປີ 2030 ຮ່ວມກັບສະພາແຫ່ງຊາດ; ຕິດຕາມ, ກວດກາ ແລະ ປະເມີນຈັດແບ່ງປະເພດ ໂຄງການລົງທຶນ; ຄົ້ນຄວ້າທ່າແຮງບັນດາໂຄງການທົດລອງ; ຈັດຕັ້ງປະຕິບັດນິຕິກໍາທີ່ກ່ຽວຂ້ອງຢ່າງເຂັ້ມງວດ; ຄົ້ນຄວ້າການສ້າງຕັ້ງໂຄງການ ແລະ ໂຮງງານ ຫຼອມເຫຼັກ, ໂຮງປຸງແຕ່ງຜະລິດຕະພັນແຮ່ທາດ ແລະ ໂຮງງານແຍກແຮ່ຫາຍາກ; ແລະ ການແກ້ໄຂວຽກງານທີ່ຄົງຄ້າງໃນໄລຍະຜ່ານມາ. 

          ໄປຄຽງຄູ່ກັບຜົນສຳເລັດ ແລະ ໝາກຜົນຂອງການຈັດຕັ້ງປະຕິບັດໂຄງການລົງທຶນດ້ານບໍ່ແຮ່, ທ່ານ ລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນຂໍ້ຫຍຸ້ງຍາກ ແລະຂໍ້ຄົງຄ້າງ ເຊິ່ງເປັນສາຍເຫດຕົ້ນຕໍ່ເຮັດໃຫ້ການພັດທະນາຂະແໜງການບໍ່ແຮ່ ບໍ່ສາມາດບັນລຸຕາມເປົ້າໝາຍທີ່ວາງໄວ້ ເປັນຕົ້ນແມ່ນ: ການບັງຄັບໃຊ້ລະບຽບກົດໝາຍ ແລະ ປະຕິບັດຕາມສັນຍາ ຍັງບໍ່ທັນເຂັ້ມງວດ, ມີລັກສະນະຄຸມເຄື່ອ; ບັນດານິຕິກຳ, ລະບຽບການ ໃນການຄຸ້ມຄອງໂຄງການບໍ່ແຮ່ ຍັງບໍ່ທັນພຽງພໍ ແລະ ຮັດກຸມເທົ່າທີ່ຄວນ ໂດຍສະເພາະ ມາດຕະຖານທາງດ້ານເຕັກນິກ, ການຄຸ້ມຄອງສານເຄມີ/ສິ່ງເສດເຫຼືອ, ອ່າງຫາງແຮ່, ການ ປິດບໍ່ແຮ່ ແລະ ການສົ່ງເນື້ອທີ່ຄືນ; ການກຳນົດສິດ, ພາລະບົດບາດ, ການແບ່ງຂັ້ນຄຸ້ມຄອງ ລະຫວ່າງ ຂະແໜງການກ່ຽວຂ້ອງ ຍັງບໍ່ທັນ ລະອຽດຈະແຈ້ງ; ຂັ້ນຕອນການຄົ້ນຄວ້າພິຈາລະນາໂຄງການບໍ່ແຮ່ ຍັງມີຫຼາຍຂັ້ນຕອນ ແລະ ກ່ຽວຂ້ອງກັບຫຼາຍຂະແໜງການ; ການຈັດຕັ້ງປະຕິບັດ ກົນໄກການເກັບພັນທະທາງດ້ານການເງິນຈາກໂຄງການບໍ່ແຮ່ ຍັງບໍ່ທັນເປັນລະບົບ, ບໍ່ລວມສູນ, ບໍ່ທັນມີຄວາມເປັນເອກະພາບ ແລະ ບໍ່ສາມາດເກັບພັນທະຄົບຖ້ວນຕາມສັນຍາ, ກົດໝາຍ, ລະບຽບການທີ່ກ່ຽວຂ້ອງ ແລະ ຕາມແຜນການທີ່ກຳນົດໄວ້; ວຽກງານການຄຸ້ມຄອງເຂດສໍາປະທານບໍ່ແຮ່ ຍັງບໍ່ລວມສູນ, ມີຫຼາຍຂອດປະສານງານ ເປັນສາເຫດ ເຮັດໃຫ້ ເກີດບັນຫາເນື້ອທີ່ທັບຊ້ອນ ແລະ ມີຄວາມຫຍຸ້ງຍາກໃນການຄຸ້ມຄອງ; ການສະໜອງພະລັງງານໄຟຟ້າໃຫ້ໂຄງການພັດທະນາແຮ່ທາດຢູ່ເຂດຫ່າງໄກສອກຫຼີກ ຍັງບໍ່ທັນພຽງພໍ ກັບຄວາມຕ້ອງການ ແລະ ໂຄງລ່າງພື້ນຖານ ຍັງມີຄວາມຫຍຸ້ງຍາກ; ການຈັດຕັ້ງປະຕິບັດນະໂຍບາຍຫ້າມສົ່ງອອກແຮ່ທາດທີ່ຍັງບໍ່ທັນປຸງແຕ່ງ (ແຮ່ດິບ) ຫຼື ແຮ່ເຂັ້ມຂຸ້ນ ຍັງ ບໍ່ສາມາດປະຕິບັດໄດ້ຢ່າງຄົບຖ້ວນ; ການພັດທະນາຊຸມຊົນ ໂດຍການນໍາໃຊ້ເງິນທຶນພັດທະນາສັງຄົມ ແລະ ພັດທະນາທ້ອງຖິ່ນ ຕາມ ສັນຍາສໍາປະທານ ບາງທ້ອງຖິ່ນ ຍັງບໍ່ທັນໄດ້ຖືກຈັດຕັ້ງປະຕິບັດຕາມຈຸດປະສົງ ແລະ ເປົ້າໝາຍ; ການຈັດຕັ້ງປະຕິບັດມາດຕະການຮັກສາສິ່ງແວດລ້ອມ, ສຸຂະພາບ ແລະ ຄວາມປອດໄພ ໃນກິດຈະການກ່ຽວກັບແຮ່ທາດຈໍານວນໜຶ່ງ ຍັງບໍ່ທັນເຂັ້ມງວດ ແລະ ສອດຄ່ອງກັບລະບຽບການ,ມາດຕະຖານທາງດ້ານເຕັກນິກ ແລະ ຫຼັກການປະຕິບັດທີ່ດີຂອງສາກົນ; ການເຄື່ອນໄຫວດໍາເນີນທຸລະກິດ ຂອງລັດວິສາຫະກິດພັດທະນາແຮ່ທາດລາວ ທີ່ເປັນຕົວແທນພາກ ລັດ ຍັງບໍ່ທັນໄດ້ຮັບນະໂຍບາຍຊຸກຍູ້ຢ່າງເປັນຮູບປະທຳ, ຂາດງົບປະມານໃນການບໍລິຫານຈັດການ ແລະ ຍັງບໍ່ທັນມີລາຍຮັບຈາກການດໍາເນີນທຸລະກິດ; ພະນັກງານ-ລັດຖະກອນ ໃນຂະແໜງການທໍລະນີສາດ ແລະ ບໍ່ແຮ່ ຍັງບໍ່ທັນພຽງພໍທາງດ້ານປະລິມານ , ຄຸນນະພາບ ແລະ ປະສົບການສະເພາະດ້ານຍັງບໍ່ສູງ.

          ນອກຈາກນີ້, ຜູ້ລົງທຶນຈຳນວນໜຶ່ງ ກໍ່ດໍາເນີນວຽກງານຊັກຊ້າ, ບໍ່ໄປຕາມແຜນການ-ຕາມບົດສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ- ເຕັກນິກ, ບໍ່ເປັນມືອາຊີບ, ບໍ່ມີວິຊາການສະເພາະດ້ານ, ບໍ່ມີປະສົບການ ແລະ ບໍ່ມີທຶນຮອນພຽງພໍ; ແກ່ຍາວເວລາການຊອກຄົ້ນ-ສໍາຫຼວດ ເຮັດໃຫ້ໝົດອາຍຸສັນຍາ, ຕໍ່ຫຼາຍຄັ້ງ; ປິດບັງເຊື່ອງອໍາຂາຮຸ້ນ ຫຼື ບໍລິສັດຜູ້ຮັບເໝົາ, ເມື່ອມີບັນຫາຂໍ້ຂັດແຍ່ງພາຍໃນຂາຮຸ້ນ ຈຶ່ງແຈ້ງໃຫ້ພາກ ລັດຮູ້ພາຍຫຼັງ, ຊຶ່ງເຮັດໃຫ້ການແກ້ໄຂບັນຫາມີຄວາມຫຍຸ້ງຍາກແກ່ຍາວ; ການສະຫຼຸບບັນຊີບໍ່ສອດຄ່ອງຕາມລະບຽບກົດໝາຍ, ເຮັດໃຫ້ການຈັດເກັບອາກອນກຳໄລບໍ່ໄດ້ດີເທົ່າ ທີ່ຄວນ; ຄ້າງຈ່າຍຄ່າສໍາປະທານ ແລະ ພັນທະຕາມສັນຍາ ໂດຍຊອກຂໍ້ອ້າງທີ່ເຮັດໃຫ້ແກ້ໄຂໄດ້ຍາກ; ປະຕິບັດມາດຕະການດ້ານສິ່ງແວດລ້ອມ, ສັງຄົມ, ທຳມະຊາດ ແລະ ຄວາມປອດໄພບໍ່ໄດ້ດີເທົ່າທີ່ຄວນ ຊຶ່ງເຮັດໃຫ້ມີການປ່ອຍສິ່ງເສດເຫຼືອ/ເຄມີ ລົງສູ່ທຳມະຊາດ, ດິນຫຍຸບ, ມີຜົນ ກະທົບຈາກການລະເບີດບໍ່ແຮ່, ການເສຍຊີວິດຂອງແຮງງານ/ປະຊາຊົນ ແລະ ບັນຫາການຊົດເຊີຍ ເນື້ອທີ່ທີ່ຖືກຜົນກະທົບ.

           ສຳລັບວິທີແກ້ໄຂ ແລະ ທິດທາງການຈັດຕັ້ງປະຕິບັດຕໍ່ໜ້າ ທ່ານ ລັດຖະມົນຕີ ໄດ້ສະເໜີວ່າ: 1) ຮີບຮ້ອນຜັນຂະຫຍາຍວິໄສທັດ ຮອດປີ 2040 ແລະ ຍຸດທະສາດການພັດທະນາແຮ່ທາດ ຮອດປີ 2030 ເປັນແຜນງານ, ໂຄງການ ແລະ ກິດຈະກຳລະອຽດ, 2) ສືບຕໍ່ຄົ້ນຄວ້າພິຈາລະນາການກໍານົດສິດ, ພາລະບົດບາດໃນການແບ່ງຂັ້ນຄຸ້ມຄອງໂຮງງານປຸງແຕ່ງແຮ່ທາດທີ່ບໍ່ມີເຂດສໍາປະທານບໍ່ແຮ່, ການຄຸ້ມຄອງສິ່ງແວດລ້ອມບໍ່ແຮ່, ການຈັດເກັບລາຍຮັບດ້ານບໍ່ແຮ່ ແລະ ການຄຸ້ມຄອງອະນຸຍາດກິດຈະການ ຫີນແຮ່-ຊາຍ, ດິນດໍາ-ດິນແດງ ໃຫ້ມີຄວາມຊັດເຈນ ແລະ ຂາດໂຕ, ເນື່ອງຈາກວ່າເປັນບັນຫາທີ່ບໍ່ສາມາດແກ້ໄຂມາຫຼາຍປີແລ້ວ, 3) ປະຕິບັດຫຼັກການ ການຄຸ້ມຄອງລັດດ້ວຍກົດໝາຍ ໂດຍການປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດ, 4) ສໍາລັບບໍລິສັດທີ່ໄດ້ປະເພດ C (ອ່ອນຫຼາຍ) ທັງໂຄງການຊອກຄົ້ນ-ສໍາຫຼວດ ແລະ ຂຸດຄົ້ນ-ປຸງແຕ່ງ ເຫັນຄວນປະຕິບັດມາດຕະການຂັ້ນເດັດຂາດຕາມລະບຽບ ແລະ ກົດໝາຍ ໂດຍການຖອນໃບອະນຸຍາດລົງທຶນ ແລະ ຍົກເລີກສັນຍາສຳປະທານ, 5) ປັບປຸງກົນໄກ, ຂັ້ນຕອນການພິຈາລະນາ ອະນຸມັດ ແລະ ການຍົກເລີກສັນຍາສຳປະທານບໍ່ແຮ່ ໃຫ້ມີປະສິດ ທິພາບ-ປະສິດທິຜົນ ແລະ ທັນກັບສະພາບການ, 6) ສະເໜີສ້າງຕັ້ງໜ່ວຍງານສະເພາະກິດ ໃນການຈັດເກັບພັນທະດ້ານການເງິນຈາກໂຄງາກນບໍ່ແຮ່ ທີ່ ປະກອບດ້ວຍຂະແໜງການກ່ຽວຂ້ອງຂອງກະຊວງການເງິນ, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທະນາຄານ ແຫ່ງ ສປປ ລາວ ເພື່ອເພີ່ມປະສິດທິພາບໃນການຄຸ້ມຄອງ-ຈັດເກັບລາຍຮັບດັ່ງກ່າວ, 7) ເພື່ອເຮັດໃຫ້ມີປະສິດທິພາບໃນການຊຸກຍູ້ການປະຕິບັດວຽກຊອກຄົ້ນ-ສໍາຫຼວດ ແລະ ການວາງແຜນພັດທະນາບໍ່ແຮ່ໃຫ້ໄດ້ຕາມເງື່ອນໄຂທີ່ໄດ້ອະນຸຍາດ ແລະ ຕາມລະບຽບກົດໝາຍກຳນົດ ຕ້ອງໄດ້ສ້າງລະບົບຄຸ້ມຄອງເຂດສໍາປະທານບໍ່ແຮ່ ແລະ ລະບົບລາຍງານ ແບບລວມສູນ ລະຫວ່າງ ບັນດາກົມທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ຂະແໜງການກ່ຽວຂ້ອງຂັ້ນທ້ອງຖິ່ນ ເພື່ອສະດວກໃນການຕິດຕາມກວດກາ ແລະ ບໍ່ໃຫ້ເກີດບັນຫາເນື້ອທີ່ເຂດສໍາປະທານບໍ່ແຮ່ທັບຊ້ອນກັນ ແລະ ທັບຊ້ອນກັບຂະແໜງການອື່ນ. ສໍາລັບໂຄງການທີ່ຂັ້ນທ້ອງຖິ່ນໄດ້ອອກອະນຸຍາດເກີນສິດໃນໄລຍະຜ່ານມາ ສະເໜີໃຫ້ປະຕິບັດມາດຕະການເດັດຂາດຕໍ່ຜູ້ລະເມີດ, ເນື່ອງຈາກວ່າ ໄດ້ສ້າງຄວາມຫຍຸ້ງຍາກ ສັບສົນໃນການຄຸ້ມຄອງ. ພ້ອມກັນນັ້ນ ຕ້ອງໄດ້ປະເມີນຄືນຜົນໄດ້ຜົນເສຍໃນການຈັດຕັ້ງປະຕິບັດ ດຳລັດວ່າດ້ວຍການພັດທະນາເສດຖະກິດໄຊສົມບູນ,

8) ສ້າງນິຕິກໍາເພື່ອກໍານົດມາດຕະຖານການອອກອະນຸຍາດໂຄງການສໍາປະທານບໍ່ແຮ່ຂັ້ນແຂວງ, ເມືອງໂດຍກຳນົດເນື້ອທີ່, ປະເພດແຮ່ທາດ ແລະ ປະລິມານການຜະລິດ ໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມສະພາບທາງດ້ານເຕັກນິກ ແລະ ເງື່ອນໄຂຕົວຈິງ ເຊັ່ນ: ຫີນຮັບໃຊ້ການກໍ່ສ້າງ, ວັດຖຸດິບຮັບໃຊ້ໂຮງງານຊີມັງ, ການຂຸດຄົ້ນດິນຖົມພື້ນ (ດິນດໍາ-ດິນແດງ), ແຮ່ຫີນຊາຍ, 9) ສະເໜີໃຫ້ບຸລິມະສິດແກ່ ລັດວິສາຫະກິດພັດທະນາແຮ່ທາດລາວ ເປັນຕົ້ນ: ການສໍາປະທານໂຄງການບໍ່ແຮ່ ໂດຍສະເພາະໃຫ້ສິດສໍາປະທານແຫຼ່ງແຮ່ເຫຼັກ ເພື່ອສະໜອງໃຫ້ແກ່ການສ້າງຕັ້ງໂຮງງານຫຼອມເຫຼັກທີ່ໄດ້ສະ ເໜີຫາກະຊວງແຜນການ ແລະ ການລົງທຶນໄປແລ້ວນັ້ນ, ສືບຕໍ່ໂຄງການທີ່ຖືກຍົກເລີກສັນຍາ, ເຂົ້າຖືຮຸ້ນກັບຜູ້ລົງທຶນ ໂດຍສະເພາະໂຄງການຂະໜາດໃຫຍ່ ແລະ ໂຄງການແຮ່ທາດຫາຍາກ, 10) ສືບຕໍ່ສ້າງຄວາມເຂັ້ມແຂງດ້ານວິຊາສະເພາະໃຫ້ແກ່ພະນັກງານ ດ້ວຍການສ້າງເປັນຊ່ຽວຊານສະເພາະ ດ້ານ ໂດຍສົ່ງໄປຍົກລະດັບ ແລະ ຝຶກອົບຮົມຢູ່ຕ່າງປະເທດ. ພ້ອມນັ້ນ ສະເໜີໃຫ້ພິຈາລະນາຈໍາ ນວນພະນັກງານລັດຖະກອນເຂົ້າໃນຂະແໜງທໍລະນີສາດ ແລະ ບໍ່ແຮ່ໃຫ້ຫຼາຍຂື້ນ, ເນື່ອງຈາກວ່າ ປະຈຸບັນ ຈໍານວນພະນັກງານ ແລະ ຈໍານວນໂຄງການບໍ່ແຮ່ ບໍ່ສົມຄູ່ກັນ, ຊຶ່ງເຮັດໃຫ້ມີຄວາມ ຫຍຸ້ງຍາກຫຼາຍໃນການຄຸ້ມຄອງ,

11) ສືບຕໍ່ສຶກສາຂໍ້ມູນດ້ານທໍລະນີສາດ ແລະ ແຫລ່ງແຮ່ທາດ ຮ່ວມກັບ ສປ ຈີນ ແລະ ສສ ຫວຽດນາມ ລວມທັງບັນດາປະເທດທີ່ມີປະສົບການດ້ານທໍລະນີສາດ ແລະ ແຮ່ທາດ ແລະ ສືບຕໍ່ດໍາເນີນການສໍາ ຫຼວດສ້າງແຜນທີ່ທໍລະນີສາດ-ແຮ່ທາດ ມາດຕາສ່ວນ 1:200.000 ໃນເຂດທີ່ບໍ່ໄດ້ປະຕິບັດ ມີ ເນື້ອທີ່ 74.696 ກມ2 (31,5% ຂອງເນື້ອທີ່ທົ່ວປະເທດ) ໃຫ້ສໍາເລັດ 100% ແລະ ດໍາເນີນການ ສໍາຫຼວດສ້າງແຜນທີ່ທໍລະນີສາດ ແລະ ແຮ່ທາດ ມາດຕາສ່ວນ 1:50.000 ໃນເຂດທີ່ມີທ່າແຮງແຫຼ່ງ ແຮ່ທາດ ຈາກຂໍ້ມູນທໍລະນີສາດ ແລະ ແຮ່ທາດ ມາດຕາສ່ວນ 1:200.000 ເພື່ອຕີລາຄາປະເມີນ ແຫຼ່ງຊັບພະຍາກອນແຮ່ທາດ, 12) ສືບຕໍ່ປະສານສົມທົບກັບກະຊວງແຜນການ ແລະ ການລົງທຶນ ເພື່ອໃຫ້ໄດ້ຮັບຮອງແຜນການສ້າງ ແຜນທີ່ທໍລະນີສາດ – ແຮ່ທາດ ມາດຕາສ່ວນ 1:200.000 ໃນເຂດເນື້ອທີ່ຍັງເຫຼືອ ເພື່ອໃຫ້ໄດ້ບັນຈຸ ເຂົ້າໃນງົບປະມານ ສົກປີ 2025, 13) ໂຄສະນາເຜີຍແຜ່ນິຕິກໍາ, ລະບຽບກົດໝາຍ ແລະ ນະໂຍບາຍຂອງລັດຖະບານ ໃນແຕ່ລະໄລຍະ ໃຫ້ ຜູ້ລົງທຶນ ແລະ ສັງຄົມ ໄດ້ຮັບຊາບ, ເຂົ້າໃຈ ແລະ ຈັດຕັ້ງປະຕິບັດ ດ້ວຍຫຼາຍຊ່ອງທາງ.

ໂດຍ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506