ກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າອວຍພອນກະຊວງປ້ອງກັນປະເທດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ

         ຕອນບ່າຍວັນທີ 17 ມັງກອນ 2024 ຢູ່ຫ້ອງຮັບແຂກກະຊວງປ້ອງກັນປະເທດ, ບ້ານໂພນເຄັງ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ. ສະຫາຍ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະໄດ້ເຂົ້າອວຍພອນການນຳກະຊວງປ້ອງກັນປະເທດ ໂດຍໃຫ້ການຕ້ອນຮັບຢ່າງອົບອຸ່ນຂອງ ສະຫາຍ ພົນໂທ ທອງລອຍ ສິລິວົງ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍຄະນະ.

          ໃນໂອກາດດັ່ງກ່າວ ສະຫາຍ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນຳກະຊວງ ແລະ ພະນັກງານລັດຖະກອນພາຍໃນກະຊວງພະລັງງານ ແລະ ບໍ່ແຮ່ ອວຍພອນໃຫ້ນາຍ ແລະ ພົນທະຫານ ໃນທົ່ວກອງທັບປະຊາຊົນລາວ ທີ່ກຳລັງປະຕິບັດໜ້າທີ່ເປັນຮົ້ວຂອງຊາດ, ເປັນກຳລັງປະຈັນບານ ໃນການປົກປັກຮັກສາພື້ນແຜ່ນດິນອັນຫ່ວງແຫນຂອງປະຊາຊົນລາວບັນດາເຜົ່າ. ພ້ອມກັນນີ້, ທ່ານ ລັດຖະມົນຕີ ຍັງໄດ້ລາຍງານຫຍໍ້ສະພາບທີ່ພົ້ນເດັ່ນ ການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ຢູ່ ສປປລາວ ຂອງພວກເຮົາ ໃຫ້ ທ່ານ ຮອງລັດຖະມົນຕີກະຊວງປ້ອງກັນປະເທດໄດ້ຮັບຊາບ.

          ຂະນະດຽວກັນ ສະຫາຍ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ກໍ່ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ ທ່ານ ລັດຖະມົນຕີ ທີ່ຍາມໃດກໍ່ເຫັນໄດ້ຄວາມສຳຄັນຂອງວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍຕໍຜົນສຳເລັດທີ່ຂະແໜງການພະລັງງານ ແລະ ບໍ່ແຮ່ ຍາດມາໄດ້ຕະຫຼອດໄລຍະທີ່ຜ່ານມາ ເຊິ່ງເປັນຂະແໜງການຫຼັກ ໄດ້ປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດຂອງພວກເຮົາ.

         ໃນໂອກາດເຂົ້າອວຍພອນກະຊວງປ້ອງກັນປະເທດຄັ້ງນີ້, ສະຫາຍ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຍັງໄດ້ເອົາກະຕ່າດອກໄມ້ ແລະ ເງິນສົດ ຈຳນວນ 100.000.000 ກີບ ນໍາມາມອບໃຫ້ ສະຫາຍ ພົນໂທ ທອງລອຍ ສຸລິວົງ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ຕື່ມອີກ.
ພາບ ແລະ ຂ່າວ: ວຽງສະຫວັນ ປຣະດິດ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: mem.gov.la
ສາຍດ່ວນ: 1506