ເຂື່ອນໄຟຟ້ານໍ້າງື່ມ1 ສຳເລັດຂະຫຍາຍກຳລັງການຜະລິດ

          ເພື່ອຕອບສະໜອງຄວາມຕ້ອງການຊົມໃຊ້ພະລັງງານໄຟຟ້າຢູ່ພາຍໃນປະເທດ ທີ່ນັບມື້ນັບເພີ່ມສູງຂຶ້ນ ໃຫ້ພຽງພໍ ແລະ ທັງຮັບປະກັນຄວາມສະຖຽນລະພາບດ້ານພະລັງານຢູ່ປະເທດເຮົາ, ລັດຖະບານ ສປປ ລາວ ຮ່ວມກັບ ລັດຖະບານ ຢີ່ປຸ່ນ ໂດຍແມ່ນອົງການ JICA ໄດ້ພ້ອມກັນສຶກສາຄວາມເປັນໄປໄດ້ຂະຫຍາຍກຳລັງການຜະລິດຂອງເຂື່ອນໄຟຟ້ານໍ້າງືາມ1 ເຊິ່ງເປັນເຂື່ອນໄຟຟ້າທີ່ມີລັກສະນະປະຫວັດສາດຂອງການພົວພັນຮ່ວມມືລາວ-ຢີ່ປຸ່ນ.

          ໂຄງການພາກຂະຫຍາຍ ຈັກເບີ 6 ໄດ້ເລີ່ມລົງມືການກໍ່ສ້າງມາແຕ່ກາງປີ 2014 ແລະ ກໍ່ສ້າງສຳເລັດໃນຕົ້ນປີ 2022 ນີ້ ພ້ອມມີພິທີເປີດການຜະລິດໄຟຟ້າຢ່າງເປັນທາງການໃນວັນທີ 27 ສິງຫາ 2022 ນີ້, ໂດຍໃຫ້ກຽດເຂົ້າຮ່ວມເປີດປ້າຍ ພ້ອມລັ່ນກ້ອງ 9 ບາດຂອງ ທ່ານ ປອ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານເສດຖະກິດ. ນອກຈາກນີ້ ຍັງມີ ທ່ານ ປອ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່, ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງໆວຽງຈັນ, ທ່ານ Kenichi Kobayashi ເອກອັກຄະລັດຖະທູດ ແຫ່ງ ຢີ່ປຸ່ນ ປະຈຳ ສປປ ລາວ, ທ່ານ Toshio NAKASE ຫົວໜ້າອົງການ JICA ປະຈຳ ສປປ ລາວ ພ້ອມດ້ວຍການນຳ ແລະ ພະນັກງານຂອງທັງສອງຝ່າຍເຂົ້າຮ່ວມ.

          ໂຄງການເຂື່ອນໄຟຟ້ານໍ້າງື່ມ1 ເປັນໂຄງການທີ່ມີອ່າງກັກເກັບນໍ້າຂະໜາດໃຫຍ່ທີ່ສຸດໃນ ສປປ ລາວ ແຕ່ເມື່ອທຽບໃສ່ຄວາມອາດສາມາດຜະລິດໄຟຟ້າເຫັນວ່າຍັງບໍ່ສູງ, ຍ້ອນເຫັນໄດ້ເຖິງທ່າແຮງດັ່ງກ່າວ ລັດຖະບານ ຈື່ງຕົກລົງເຫັນດີໃຫ້ມີການກໍ່ສ້າງພາກຂະຫຍາຍຈັກເບີ 6 ເຊິ່ງມີກຳລັງຕິດຕັ້ງ 40 MW, ປັດຈຸບັນ ເຂື່ອນໄຟຟ້ານໍ້າງື່ມ1ມີກຳລັງຕິດຕັ້ງເພີ່ມຂື້ນເປັນ 275 MW.
          ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າງື່ມ1 ພາກຂະຫຍາຍ ໂດຍສະເພາະແມ່ນຈັກເບີ6 ເປັນໂຄງການໜຶ່ງໃນໂລກ ທີ່ມີລັກສະນະພິເສດ ເນື່ອງຈາກໄດ້ເຈາະເຂື່ອນທີ່ກໍ່ສ້າງສຳເລັດ ແລະ ເປີດການຜະລິດໄຟຟ້າມາໄດ້ເກືອບ 50ປີ ເພື່ອກໍ່ສ້າງທໍ່ສົ່ງນໍ້າ. ຍ້ອນມີຈຸດພິເສດຄືແນວນັ້ນ ເຮັດໃຫ້ການກໍ່ສ້າງຕ້ອງໄດ້ນໍາໃຊ້ເຕັກນິກວິຊາການຂັ້ນສູງ ແລະ ປະຕິບັດຕາມມາດຕະຖານເຕັກນິກໄຟຟ້າລາວ ແລະ ໄຟຟ້າສາກົນຢ່າງເຄັ່ງຄັດ ເພື່ອຮັບປະກັນຜົນກະທົບຕໍ່ໂຄງສ້າງຂອງຕົວເຂື່ອນ. ເພື່ອຮັບກັນທາງດ້ານຄຸນນະພາບ ແລະ ຄວາມປອດໄພຂອງເຂື່ອນ ເຈົ້າຂອງໂຄງການໄດ້ວ່າຈ້າງ 3 ບໍລິສັດທີ່ປຶກສາຂອງ ຢີ່ປຸນ ເພື່ອດຳເນີນການຕິດຕາມ, ກວດກາ ແລະ ຄຸ້ມຄອງ ການກໍ່ສ້າງ, ຕິດຕັ້ງກົນຈັກ ແລະ ການຕິດຕັ້ງອຸປະກອນໄຟຟ້າ ໂດຍໄດ້ຮັບທຶນສະໜັບສະໜູນເງິນກູ້ຈາກລັດຖະບານຢີ່ປຸ່ນ ແບບຜ່ອນຜັນ ຈຳນວນ 5.547 ລ້ານເຢັນ

          ໂຄງການເຂື່ອນໄຟຟ້າພາກຂະຫຍາຍຈັກເບີ 6 ນີ້ ເມື່ອກໍ່ສ້າງສຳເລັດ ແລະ ເປີດຜະລິດໄຟຟ້າແລ້ວ ຈະເຮັດໃຫ້ ລັດວິສາຫະກິດໄຟຟ້າລາວ ມີທ່າແຮງ ແລະ ເພີ່ມກຳລັງການສະໜອງພະລັງງານໄຟຟ້າ ໃຫ້ສັງຄົມໄດ້ຊົມໃຊ້ຢ່າງພຽງພໍ ໂດຍສະເພາະບັນດາແຂວງພາກກາງ ເຊິ່ງເປັນເຂດທີ່ມີການຂະຫຍາຍຕົວທາງດ້ານເສດຖະກິດ ແລະ ຄວາມຕ້ອງການຊົມໃຊ້ພະລັງງານສູງ 

ພາບ: -​ ວຽງສະຫວັນ ປຣະດິດ
       -​ ວິລະຊາດ ສາຍອັດຕະປື
ຂ່າວ: ຄຳແສງ ແກ້ວປະເສີດ