ປະທານ ຄຳໄຕ ສີພັນດອນ ແມ່ນນັກຍຸດທະສາດ-ນັກຍຸດໂທບາຍ ທີ່ເຫັນການໄກ, ຄ່ອງແຄ້ວ, ວ່ອງໄວ ແລະ ມີຄວາມປະດິດສ້າງສູງ

         ພິທີໂຮມຊຸມໜຸມມິດຕິງປະຖະກະຖາລະນຶກວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ທີ່ໝູນວຽນມາຄົບຮອບໃນວັນທີ 8 ກຸມພາ 2024 ນີ້ ໄດ້ຈັດຂຶ້ນຢ່າງຄຶກຄື້ນ ແລະ ຟົດຟື້ນ ໃນຕອນເຊົ້າມື້ນີ້, ວັນທີ 2 ກຸມພາ 2024 ຢູ່ສະໂມສອນໃຫຍ່ ລັດວິສາຫະກິດໄຟຟ້າລາວ, ໂດຍໃຫ້ກຽດເປັນປະທານປະຖະກະຖາ ແລະ ເລົ່າປະຫວັດປະທານ ຄຳໄຕ ສີພັນດອນ ຂອງ ສະຫາຍ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່. ມີຄະນະປະຈຳພັກ, ຄະນະພັກ, ຄະນະນຳກະຊວງ, ຄະນະໜ່ວຍພັກຫ້ອງການ, ບັນດາກົມ, ສະຖາບັນ, ລັດວິສາຫະກິດ ພ້ອມດ້ວຍພະນັກງານ-ຫຼັກແຫຼ່ງ ອ້ອມຂ້າງກະຊວງ ເຂົ້າຮ່ວມຈຳນວນ 300 ສະຫາຍ.

         ໃນພິທີ ທີ່ມີຄວາມໝາຍດັ່ງກ່າວ, ສະຫາຍ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ໃຫ້ກຽດປາຖະກະຖາມູນເຊື້ອປະຫວັດການເຄື່ອນໄຫວຂອງປະທານ ຄໍາໄຕ ສີພັນດອນ ຕັ້ງແຕ່ຊີວິດເຍົາໄວ ຈົນເຖິງການເຂົ້າຮ່ວມຂະບວນເຄື່ອນໄຫວປະຕິວັດ ເພື່ອຕໍ່ສູ້ຕ້ານຈັກກະພັດພວກລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່, ໂດຍໄດ້ຍົກໃຫ້ເຫັນເຖິງຄວາມປີຊາສາມາດ, ຄວາມສະຫຼຽວສະຫຼາດຂອງເພິ່ນ ໃນການຊີ້ນໍາບັນຊາກອງທັບປົດປ່ອຍປະຊາຊົນລາວ ໃນການຕໍ່ສູ້ກູ້ຊາດທີ່ບໍ່ຍອມຈໍານົນ ຈົນສາມາດຍາດໄດ້ໄຊຊະນະ ທີ່ສົມບູນ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975 ຊຶ່ງຜົນງານອັນດີເລີດ, ຄຸນງາມຄວາມດີອັນປະເສີດ ຕະຫຼອດຮອດແບບແຜນການດໍາລົງຊີວິດ, ຄວາມດຸໝັ່ນພາກພຽນ, ການອຸທິດຕົນເພື່ອຊາດ, ເພື່ອປະຊາຊົນຂອງເພິ່ນ ຕະຫຼອດໄລຍະການຕໍ່ສູ້ກູ້ຊາດ ກໍຄືໃນໄລຍະພາລະກິດປົກປັກຮັກສາ ແລະ ສ້າງສາພັດປະເທດຊາດ

          ປະທານ ຄໍາໄຕ ສີພັນດອນ ເກີດເມື່ອ ວັນທີ 8 ກຸມພາ 1924, ຢູ່ບ້ານຫົວໂຂງພະໃຫຍ່, ເມືອງໂຂງ, ແຂວງ ຈຳປາສັກ ໃນຄອບຄົວຊາວນາທີ່ມີຄວາມດຸໝັ່ນຂະຫຍັນພຽນ, ເປັນຜູ້ທີ່ມີຄວາມຄວາມຮັກຊາດຢ່າງແທ້ຈິງ ຜ່ານການເຄື່ອນໄຫວປະຕິວັດໃນແຕ່ລະໄລຍະ ມາຮອດປີ 1967 ໄດ້ແຕ່ງຕັ້ງເປັນຜູ້ບັນຊາການສູງສຸດຂອງ ກອງທັບປົດປ່ອຍປະຊາຊົນລາວ, ປີ1972 ໄດ້ຮັບການເລືອກຕັ້ງເປັນກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ປີ 1991 ກອງປະຊຸມສະພາປະຊາຊົນຄັ້ງທີ II ໄດ້ແຕ່ງຕັ້ງເປັນນາຍົກລັດຖະມົນຕີ, ວັນທີ 24 ພະຈິກ 1992 ກອງປະຊຸມຂອງກົມການເມືອງສູນກາງພັກໄດ້ເປັນເອກະສັນເລືອກເອົາປະທານ ຄຳໄຕ ສີພັນດອນ ເປັນປະທານພັກປະຊາຊົນ ປະຕິວັດລາວ ຈົນເຖິງເດືອນ ມີຖຸນາ 2006 ກອງປະຊຸມໃຫຍ່ຄັ້ງທີ VIII ຂອງພັກຄັ້ງນັ້ນ, ທ່ານ ໄດ້ກ່າວລາໜ້າທີ່ເພື່ອພັກຜ່ອນບຳນານ. ພ້ອມກັນນີ້, ຜູ້ເຂົ້າຮ່ວມພິທີຍັງໄດ້ຮັບຟັງການເລົ່າມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນ ຕະຫຼອດໄລຍະ 75 ປີທີ່ຜ່ານມາ ແລະ ເອກະສານຄຳແນະນຳການສ້າງຂະບວນການກະກຽມການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກຕື່ມອີກ.

          ໃນຕອນທ້າຍຂອງພິທີ, ສະຫາຍ ເລຂາຄະນະພັກກະຊວງ ຍັງໄດ້ເນັ້ນໃຫ້ສະມາຊິກພັກ, ພະນັກງານ ທັງໝົດ ຂອງກະຊວງພະລັງງານ ແລະ ບໍ່ແຮ່ ຈົ່ງພ້ອມກັນຕັ້ງໜ້າສຶກສາ ຄົ້ນຄ້ວາຮໍ່າຮຽນເອົາຄຸນສົມບັດສິນທໍາປະຕິວັດ, ຄວາມຈົງຮັກພັກດີ, ຄວາມບໍລິສຸດຜຸດຜ່ອງ, ຄວາມມານະອົດທົນ, ອຸ່ນອ່ຽນທຸ່ນທ່ຽງ, ມີໄຫວພິບໃນການຈັດຕັ້ງປະຕິບັດບັນດາໜ້າທີ່ວຽກງານທີ່ຕົນຮັບຜິດຊອບເພື່ອອຸທິດຕົນໃຫ້ພາລະກິດປະຕິວັດ, ເພື່ອຊາດ ເພື່ອປະຊາຊົນຂອງ ປະທານ ຄຳໄຕ ສີພັນດອນ ຜູ້ນໍາທີ່ແສນເຄົາລົບຮັກ ເພື່ອມາໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານໃນປັດຈຸບັນ.

ໂດຍ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506