ໂດຍໄດ້ຮັບກຽດເຂົ້າຮ່ວມຂອງທ່ານ ຈັນທະບູນ ສຸກອາລຸນ, ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ເຂົ້າຮ່ວມ ເຮັດວຽກນຳ ຄະນະຊ່ຽວຊານຈາກປະເທດ ນິວຊີແລນ ທີ່ກຳລັງຈັດຕັ້ງປະຕິບັດໜ້າທີ່ຢູ່ ສປປ ລາວ, ຊຶ່ງໃນນາມຜູ້ໃຫ້ການຊ່ວຍເຫຼືອທາງດ້ານວິຊາການ ກ່ຽວກັບ ການຄິດໄລ່-ເຈລະຈາ ຜົນປະໂຫຍດຕໍ່ກັບໂຄງການພະລັງງານນ້ຳ ທີ່ຈະໝົດອາຍຸສຳປະທານ.
ວັນທີ 4 ຕຸລາ 2024, ທີ່ຫ້ອງຮັບແຂກ 102, ຂອງ ກະຊວງພະລັງງານ ແລະ ບໍ່ແຮ່ ໂດຍ ທ່ານ ຮອງຫົວໜ້າກົມທຸລະກິດພະລັງງານ ແລະ ທ່ານ ນາທານ ຮໍລິສ (H.E Nathan Hollis) ເລຂາເອກ ຂອງເອກອັກຄະລັດຖະທູດ ນິວຊີແລນ ປະຈໍາ ບາງກອກ ປະເທດຣາຊະອານາຈັກໄທ ໄດ້ນຳພາຄະນະຊ່ຽວຊານ Castalia ທີ່ກໍາລັງປະຕິບັດໜ້າທີ່ຢູ່ ສປປ ລາວ ຈໍານວນ 3 ທ່ານ ແລະ ຄະນະຮັບຜິດຊອບໂຄງການຊ່ວຍເຫຼືອທາງດ້ານວິຊາການຈາກປະເທດນິວຊີແລນ “Hydropower Concession Negotiation Technical Assistance”.
ການເຂົ້າຢ້ຽມຂໍານັບຄັ້ງນີ້ ເພື່ອລາຍງານການປະຕິບັດໜ້າທີ່ ຢູ່ ສປປ ລາວ ໂດຍສະເພາະ ແມ່ນການເກັບກຳຂໍ້ມູນນຳຂະແໜ່ງການກ່ຽວຂ້ອງ ເພື່ອນໍາໃຊ້ເຂົ້າໃນການວິເຄາະ-ວິໄຈ-ແບບຈຳລອງການຄິດໄລ່ທາງດ້ານການເງິນໂຄງການພະລັງງານນ້ຳທີ່ຈະໝົດອາຍຸສຳປະທານ.