ຄະນະນຳສູນກາງສະຫະພັນແມ່ຍິງລາວ ເຂົ້າຢ້ຽມຂໍ່ານັບ ທ່ານ ລັດຖະມົນຕີ Post author:mem admin Post published:28/03/2024 Post category:ການເຄື່ອນໄຫວຂອງຄະນະນຳກະຊວງພະລັງງານ ແລະ ບໍ່ແຮ່ ຕອນເຊົ້າວັນທີ 13 ມີນາ 2024 ນີ້, ທີ່ຫ້ອງຮັບແຂກຊັ້ນ 2 ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມຍິງລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ເພື່ອປຶກສາຫາລື ໂດຍສະເພາະການຮ່ວມມື ໃນວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ໃນຂົງເຂດດ້ານພະລັງງານ ແລະ ບໍ່ແຮ່. ໃນໂອກາດດັ່ງກ່າວ ທ່ານ ລັດຖະມົນຕີ ໄດ້ສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງ ຕໍ່ ທ່ານ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມຍິງລາວ ທີ່ໄດ້ມາຢ້ຽມຢາມກະຊວງພະລັງງານ ແລະ ບໍ່ແຮ່. ທ່ານ ຮອງປະທານ ສສພຍ ສແດງຄວາມຂອບໃຈ ຕໍ່ການຕ້ອນຮັບ ແລະ ພົບປະຄັ້ງນີ້ຂອງ ທ່ານ ລັດຖະມົນຕີ ເຊິ່ງເປັນຂີດໝາຍສຳຄັນ ໃນການເພີ້ມທະວີການພົວພັນຮ່ວມມືໃນຫຼາຍໆດ້ານ ໂດຍສະເພາະແມ່ນວຽກງານ ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ຂອງກະຊວງ ພະລັງງານ ແລະ ບໍ່ແຮ່ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ແໜ້ນແຟ້ນຂຶ້ນເລື້ອຍໆ. ພາບ ແລະ ຂ່າວ: ສົມສະນຸກຮຽບຮຽງ: ຄຳແສງ ແກ້ວປະເສີດWebsite: www.mem.gov.laສາຍດ່ວນ: 1506 You Might Also Like ກອງປະຊຸມລະດົມແນວຄວາມຄິດ ສ້າງແຜນພັດທະນາຂະແໜງການພະລັງງານ ແລະ ບໍ່ແຮ່ 5 ປີ ຄັັ້ງທີ X (2026-2030) 07/08/2024 ທ່ານ ລັດຖະມົນຕີ ຕ້ອນຮັບ ທ່ານ ເອກອັກຄະລັດຖະທູດ ແຫ່ງ ຣາຊະອານາຈັກໄທ ເຂົ້າຢ້ຽມຂໍ່ານັບ 21/06/2023 ອົງຄະນະພັກກະຊວງ ພະລັງງານ ແລະ ບໍ່ແຮ່ ດຳເນີນກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກ ຄັ້ງທີ 3 ສະໄໝທີ III 16/08/2022
ກອງປະຊຸມລະດົມແນວຄວາມຄິດ ສ້າງແຜນພັດທະນາຂະແໜງການພະລັງງານ ແລະ ບໍ່ແຮ່ 5 ປີ ຄັັ້ງທີ X (2026-2030) 07/08/2024
ອົງຄະນະພັກກະຊວງ ພະລັງງານ ແລະ ບໍ່ແຮ່ ດຳເນີນກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກ ຄັ້ງທີ 3 ສະໄໝທີ III 16/08/2022