
ໃນໂອກາດທີ່ຄະນະນັກລົງທຶນຈາກຕ່າງປະເທດ ນຳພາໂດຍ ທ່ານ ອາສາ ສາລະສິນ ປະທານສະພາບໍລິຫານ ບໍລິສັດ ອໍາມະຕະຊິດຕີ້ ລາວຈຳກັດ ແລະ ທ່ານ ວິກົມ ກົມມະດິດ ປະທານກຸ່ມບໍລິສັດ ອໍາມະຕະຄອບເປີເຣຊັນ ຈຳກັດ ມະຫາຊົນ ພ້ອມດ້ວຍປະທານທະນາຄານຢີ່ປຸ່ນເພື່ອການຮ່ວມມືສາກົນ ແລະ ປະທານບໍລິສັດ ເຄືອຈະເລີນ ໂພກພັນ ຈຳກັດ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະຢູ່ຫ້ອງປະຊຸມ 102 ໃນວັນທີ 16 ສິງຫາ 2024 ທີ່ຜ່ານມາ.

ໃນໂອກາດດັ່ງກ່າວ ທ່ານ ລັດຖະມົນຕີ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນຕໍ່ການຢ້ຽມຢາມ, ພົບປະ ກະຊວງພະລັງງານ ແລະ ບໍ່ແຮ່ ຂອງກຸ່ມບໍລິສັດອຳມະຕະຊິດຕີ້ ຄັ້ງນີ້. ພ້ອມກັນນີ້, ທ່ານ ລັດຖະມົນຕີ ກໍ່ໄດ້ລາຍງານຫຍໍ້ ສະພາບທີ່ພົ້ນເດັ່ນ ການຈັດຕັ້ງປະຕິບັດແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໃນໄລຍະຜ່ານມາ ແລະ ແຜນການຈັດຕັ້ງປະຕິບັດອຸດສາຫະກຳພະລັງງານ ແລະ ບໍ່ແຮ່ ຢູ່ ສປປ ລາວ ໃນຕໍ່ໜ້າ ໃຫ້ກຸ່ມນັກລົງທຶນຈາກຕ່າງປະເທດໄດ້ຮັບຊາບ ໂດຍສະເພາະແມ່ນການພັດທະນາພື້ນຖານໂຄງລ່າງ ແລະ ການສະໜອງພະລັງງານໄຟຟ້າ ຢູ່ພາກເໜືອຂອງລາວ ເຊິ່ງເປັນເຂດການລົງທຶນຂອງກຸ່ມບໍລິສັດ ອໍາມະຕະຊິດຕີ້ ລາວຈຳກັດ.

ທ່ານ ອາສາ ສາລະສິນ ປະທານສະພາບໍລິຫານ ບໍລິສັດ ອໍາມະຕະຊິດຕີ້ ລາວຈຳກັດ ໄດ້ຕາງໜ້າໃຫ້ກຸ່ມບໍລິສັດລົງທຶນຈາກຕ່າງປະເທດ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ທ່ານ ລັດຖະມົນຕີ ພ້ອມດ້ວຍຄະນະທີ່ໄດ້ການຕ້ອນຮັບ ແລະ ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງ ສປປລາວ ໂດຍສະເພາະແມ່ນ ການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ເຊິ່ງເປັນຂະແໜງການໜຶ່ງ ທີ່ມີບົດບາດສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງ ສປປລາວ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ.

ທ່ານ ວິກົມ ກົມມະດິດ ປະທານກຸ່ມບໍລິສັດ ອໍາມະຕະຄອບເປີເຣຊັນ ຈຳກັດ ມະຫາຊົນ ໄດ້ລາຍງານການດຳເນີນທຸລະກິດຂອງກຸ່ມບໍລິສັດຢູ່ ສປປລາວ ວ່າ: ກຸ່ມບໍລິສັດ ອໍາມະຕະຊິດຕີ້ ລາວຈຳກັດ ໄດ້ຮັບສິດຈາກລັດຖະບານ ເພື່ອສຶກສາຄວາມເປັນໄປໄດ້ໃນການພັດທະນາ ໂຄງການຕົວເມືອງທັນສະໄໝ ແລະ ເປັນມິດຕໍ່ສິ່ງແວດລ້ອມ ຢູ່ ສປປລາວ ມາແຕ່ປີ 2022 ເປັນຕົ້ນມາ ໃນເນື້ອທີ່ 7,424 ເຮັກຕາ ກວມເອົາ 3 ເຂດຄື: ເຂດນາເຕີຍ ແຂວງຫຼວງນໍ້າທາ ມີເນື້ອທີ່ 410ເຮັກຕາ, ເຂດນາໝໍ້ ແຂວງອຸດົມໄຊ ມີເນື້ອທີ່ 3,150 ເຮັກຕາ ແລະ ເຂດເມືອງໄຊ ແຂວງອຸດົມໄຊ ມີເນື້ອທີ່ 3,864 ເຮັກຕາ ເພື່ອພັດທະນາອຸດສາຫະກຳການຂົນສົ່ງ, ອຸດສາຫະກຳດ້ານການປະກອບສິ້ນສ່ວນພາຫະນະກົນຈັກໜັກ, ອຸດສາຫະກຳຂະໜາດກາງ, ອຸດສາຫະກຳທີ່ສະອາດ ແລະ ບໍ່ໃຊ້ໄຟຟ້າຫຼາຍ ແລະ ອຸດສາຫະກຳການນຳໃຊ້ວັດຖຸດິບພາຍໃນ (ຢາງພາລາ).
ພາບ: ວຽງສະຫວັນ ປຣະດິດ
ຂ່າວ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506