ການນຳກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າວາງກະຕ່າດອກໄມ້ຕໍ່ໜ້າຮູບຫຼໍ່ປະທານ ສຸພານຸວົງ ເນື່ອງໂອກາດວັນສະຫວັນຄົດຂອງເພິ່ນຄົບຮອບ 29ປີ

           ເພື່ອສະແດງຄວາມຮູ້ບຸນຄຸນ ແລະ ອາໄລຮັກຂອງປະຊາຊົນລາວບັນດາເຜົ່າເວົ້າລວມ, ເວົ້າສະເພາະ ຂອງພະນັກງານ, ລັດຖະກອນ ແລະ ກຳມະກອນ ຢູ່ໃນຂົງເຂດພະລັງງານ ແລະ ບໍ່ແຮ່ ຕໍ່ປະທານ ສຸພານຸວົງ ອາດີດກຳມະການກົມການເມືອງສູນກາງພັກ, ອາດີດປະທານແນວລາວຮັກຊາດ, ອາດີດປະທານປະທດຄົນທຳອິດ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ມີຕໍ່ພັກ, ປະຊາຊົນ ແລະ ປະເທດຊາດຂອງພວກເຮົາ.

          ຕອນເຊົ້າວັນທີ 9 ມັງກອນ 2024 ເຊິ່ງກົງກັບມື້ທີ່ເພິ່ນໄດ້ຈາກພວກເຮົາໄປໂດຍບໍ່ມີວັນຈະກັບຄືນຫວນມາຫາພວກເຮົາອີກ ກ່ອນໜ້ານີ້ 29 ປີ ຄືວັນທີ 9 ມັງກອນ 1995. ທ່ານ ປະລິຍາເອກ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ນຳພາຄະນະພັກ, ຄະນະນຳ ແລະ ສະມາຊິກສະພາປະຊາຊົນແຂວງຫຼວງພະບາງ ແລະ ຄະນະພັກ, ຄະນະນຳພະແນກພະລັງງານ ແລະ ບໍ່ແຮ່ ແຂວງຫຼວງພະບາງ ເຂົ້າວາງກະຕ່າດອກໄມ້ ຢູ່ຕໍ່ໜ້າຮູບຫຼໍ່ປະທານ ສຸພານຸວົງ ຢູ່ອະນຸສາວະລີຂອງເພິ່ນ ຢູ່ນະຄອນຫຼວງພະບາງ.
ໂດຍ: ຄຳແສງ ແກ້ວປະເສີດ
ສາຍດ່ວນ: 1506