ກອງປະຊຸມສຳມະນາກ່ຽວກັບການພັດທະນາລະບົບສາຍສົ່ງໄຟຟ້າໃຫ້ມີສະຖຽນລະພາບ

          ກອງປະຊຸມຈັດຂຶ້ນໃນຕອນເຊົ້າວັນທີ 4 ສິງຫາ 2022 ຢູ່ຫ້ອງປະຊຸມ 102 ຫ້ອງການກະຊວງ ພະລັງງານ ແລະ ບໍ່ແຮ່ ພາຍໃຕ້ການເປັນທານຂອງ ທ່ານ ປອ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່, ມີ ທ່ານ ຄຳມ່ວນ ສົມສີຫາປັນຍາ ຮອງປະທານກຳມະທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ສະພາແຫ່ງຊາດ; ທ່ານ ປອ ສະຖາບັນດິດ ອິນສີຊ່ຽງໃໝ່ ຮອງລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ; ຕາງໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ຜູ້ຕາງໜ້າກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ; ຜູ້ຕາງໜ້າຈາກສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງ ກະຊວງ ພະລັງງານ ແລະ ບໍ່ແຮ່ ເປັນຕົ້ນແມ່ນ: ຫ້ອງການກະຊວງ, ກົມນະໂຍບາຍ ແລະ ແຜນພະລັງງານ, ກົມທຸລະກິດພະລັງງານ, ລັດວິສາຫະກິດໄຟຟ້າລາວ, ບໍລິສັດ ສາຍສົ່ງແຫ່ງຊາດ ເຂົ້າຮ່ວມ.

          ທ່ານ ປອ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ກ່າວເປີດກອງປະຊຸມ ພ້ອມທັງຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມກອງປະຊຸມສຸມທຸກຄວາມຮູ້, ຄວາມສາມາດ ແລະ ບົດຮຽນປະສົບການຂອງຕົນ ແລກປ່ຽນບົດຮຽນຮ່ວມກັນ ເພື່ອເຮັດແນວໃດ ເຮັດໃຫ້ລະບົບການສະໜອງພະລັງງານໄຟຟ້າຢູ່ ສປປລາວ ພວກເຮົາມີຄວາມສະຖຽນລະພາບ ແລະ ໝັ້ນຄົງ, ຮັບປະກັນບໍ່ໃຫ້ເກີດມີໄຟມອດ, ໄຟດັບ ທັງນີ້, ກໍ່ເພື່ອສ້າງຄວາມເຊື່ອໝັ້ນຕໍ່ຜູ້ຊົມໃຊ້, ຜູ້ປະກອບການ ແລະ ນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ.

          ທ່ານ ປອ ຈັນສະແຫວງ ບຸນຍົງ ຫົວໜ້າກົມນະໂຍບາຍ ແລະ ແຜນພະລັງງານ ໄດ້ລາຍງານໂດຍຫຍໍ້ ຍຸດທະສາດການພັດທະນາພະລັງງານໄຟຟ້າຢູ່ ສປປລາວ ໂດຍສະເພາະແມ່ນການຄາດຄະເນຄວາມຕ້ອງການພະລັງງານຢູ່ ສປປລາວ ໃນປະຈຸບັນ ແລະ ໃນຕໍ່ໜ້າ. 

          ຈາກນັ້ນ, ທ່ານ ຟອງປະສິດ ເພັດສີສຸກ ຮອງຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ແລະ ຜູ້ຕາງໜ້າບໍລິສັດສາຍສົ່ງແຫ່ງຊາດ ໄດ້ພັດປ່ຽນກັນລາຍງານຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ທິດທາງແຜນການເຄື່ອນໄຫວໃນຕໍ່ໜ້າ ໂດຍສະເພາະແມ່ນແຜນການປັບປຸງ ແລະ ກໍ່ສ້າງສາຍສົ່ງແຫ່ງຊາດ ໃຫ້ສາມາດເຊື່ອມຈອດກັນໃນຂອບເຂດທົ່ວປະເທດ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການຮອງຮັບການລຳລຽງກະແສໄຟຟ້າຈາກແຫຼ່ງຜະລິດແຫ່ງຕ່າງໆ ເພື່ອຈຳໜ່າຍ ແລະ ບໍລິການແກ່ຜູ້ຊົມໃຊ້ທັງພາຍໃນ ແລະ ຕ່າງປະເທດ. ພ້ອມກັນນີ້ ຍັງຈະເປັນການສ້າງຄວາມໝັ້ນຄົງດ້ານພະລັງງານຕື່ມອີກ. 

          ພ້ອມກັນນີ້, ຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ຜັດປ່ຽນກັນປະກອບຄຳຄິດຄຳເຫັນ ແລະ ແລກປ່ຽນຢ່າງກົງໄປກົງມາ ເພື່ອເປັນຂໍ້ມູນໃນການສຶກສາ ແລະ ຈັດຕັ້ງປະຕິບັດການພັດທະນາລະບົບສາຍສົ່ງໄຟຟ້າຂອງປະເທດ ໃຫ້ມີຄວາມໝັ້ນຄົງ ແລະ ເຊື່ອມຈອດກັນໃນຂອບເຂດທົ່ວປະເທດ. 

ພາບ: ວິລະຊາດ ສາຍອັດຕະປື
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ