
ໃນຕອນເຊົ້າວັນທີ 20 ມັງກອນ 2025 ນີ້, ຄະນະຜູ້ບໍລິຫານ ການໄຟຟ້າຝ່າຍຜະລິດ ແຫ່ງປະເທດໄທ (E-GAT) ນໍາໂດຍ ທ່ານ ເມທາວັດ ພົງລະດາພິລົມ, ຮອງຜູ້ອຳນວຍການ ການໄຟຟ້າຝ່າຍຜະລິດ ແຫ່ງປະເທດໄທ (E-GAT) ພ້ອມຄະນະ ໄດ້ເຂົ້າພົບປະ ແລະ ເຮັດວຽກນຳ ກັບ ທ່ານ ຈັນທະບູນ ສຸກອາລຸນ, ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່.
ໃນໂອກາດດັ່ງກ່າວ ທັງສອງຝ່າຍໄດ້ປຶກສາຫາລືເຮັດວຽກຮ່ວມກັນ ກ່ຽວກັບແຜນການຮ່ວມມື ແລະ ການຊຸກຍູ້ ໃນການຊື້ຂາຍພະລັງງານ ແລະ ການປັບປຸງລະບົບສາຍສົ່ງ. ໃນນີ້ໄດ້ເນັ້ນໜັກໃນ ຫຼາຍຫົວຂໍ້ຫຼັກຄື: ການຮ່ວມມືໃນການເຊື່ອມຈອດລະບົບສາຍສົ່ງຂໍ້ມູນ (Fiber Optic) ໃນອານາຄົດ, ແຜນການຊື້ຂາຍ ແລະ ແລກປ່ຽນພະລັງງານ ໃນອານາຄົດ, ລວມທັງທົບທວນວຽກງານການຮ່ວມມືຜ່ານມາ ເພື່ອຊອກຫາວິທີທາງແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນ ແລະ ເພື່ອເປັນການວາງແຜນການຮ່ວມມືໃນແຕ່ລະໄລຍະ.
ທ່ານ ຮອງລັດຖະມົນຕີ ສະແດງຄວາມຂອບໃຈຕໍ່ ຄະນະຜູ້ບໍລິຫານ E-GAT ປະເທດໄທ ທີ່ໃຫ້ຊ່ວຍເຫຼືອແລະ ການສະໜັບສະໜູນ ສປປ ລາວ ເວົ້າລວມ, ເວົ້າສະເພາະ ໃນການຊ່ວຍຊຸກຍູ້ແຜນຍຸດທະສາດພັດທະນາເສດຖະກິດ-ສັງຄົມ, ໃນການ ຊື້ຂາຍ ແລະ ແລກປ່ຽນ ພະລັງງານ ໄຟຟ້າ ລະຫວ່າງ ສປປ ລາວ ແລະ ປະເທດໄທ ໃນອານາຄົດ ຕື່ມອີກ.
