
ໃນຕອນເຊົ້າວັນທີ 19 ທັນວາ 2024 ທີ່ຜ່ານມາ, ສະພາການຄ້າ ເຈີ້ຈຽງ ສປ ຈີນ ນຳພາໂດຍທ່ານ HU LUNMING, ປະທານສະພາການຄ້າ ເຈີ້ຈຽງ ສປ ຈີນ ພ້ອມຄະນະ ໄດ້ເຂົ້າພົບປະ ແລະ ເຮັດວຽກນຳ ກະຊວງ ພະລັງງານ ແລະ ບໍ່ແຮ່, ໂດຍໃຫ້ການຕ້ອນຮັບຂອງ ທ່ານ ປອ ຈັນສະແຫວງ ບຸນຍົງ, ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່.
ໃນໂອກາດດັ່ງກ່າວ ທັງສອງຝ່າຍໄດ້ຈັດກອງປະຊຸມໄດ້ປຶກສາຫາລືເຮັດວຽກຮ່ວມກັນ ເພື່ອຮ່ວມມື ການພັດທະນາໃນຂົງເຂດພະລັງງານ, ແລະ ການສຳຫຼວດ, ຂຸດຄົ້ນແຮ່ທາດ ໃນ ສປປ ລາວ, ຊຶ່ງ ສປປ ລາວ ເອງກໍ່ມີທ່າແຮງດ້ານຊັບພະຍາກອນທຳມະຊາດ ທີ່ອຸດົມສົມບູນ, ທີ່ປະຊຸມໄດ້ສະເໜີການລົງທຶນຫຼາຍໆດ້ານ ໂດຍສະເພາະການລົງທຶນສ້າງຕັ້ງໂຮງງານປຸຍ, ໂຮງງານຫຼອມເຫຼັກ, ໂຮງງານຫຼອມອາລູມີນຽມ ແລະ ອື່ນໆອີກ.
ທ່ານ ຮອງລັດຖະມົນຕີ ສະແດງຄວາມຂອບໃຈຕໍ່ ສະພາການຄ້າ ເຈີ້ຈຽງ ສປ ຈີນ ທີ່ມີຄວາມສົນໃຈ ທີ່ຈະເຂົ້າມາລົງທຶນດ້ານພະລັງງານ ແລະ ດ້ານບໍ່ແຮ່ ໃນ ສປປ ລາວ, ແລະ ທ່ານ ກໍ່ໄດ້ສະເໜີແກ່ປະທານສະພາການຄ້າ ລະດົມນັກລົງທຶນລາຍໃຫຍ່ ມາລົງທຶນໃນ ສປປ ລາວ ບໍ່ວ່າຈະເປັນດ້ານພະລັງງານ ຫຼື ດ້ານບໍ່ແຮ່ ເພື່ອນຳເມັດເງິນດັ່ງກ່າວມາສ້າງສາພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຕື່ມອີກ.

