
ເພື່ອສືບຕໍ່ເສີມຂະຫຍາຍສົນທິສັນຍາວ່າດ້ວຍການພົວພັນຮ່ວມມື 2 ຝ່າຍ ລະຫວ່າງ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລັດຖະບານ ແຫ່ງ ຣາຊະອານາຈັກ ໄທ ເວົ້າລວມ, ເວົ້າສະເພາະບົດບັນທຶກຄວາມໃຈ ລະຫວ່າງ ກະຊວງພະລັງງານ ແລະ ບໍ່ແຮ່ ສປປລາວ ກັບ ກະຊວງ ພະລັງງານ ຣາຊະອານາຈັກໄທ ທີ່ໄດ້ລົງນາມຮ່ວມກັນມາແຕ່ປີ 1993 ເປັນຕົ້ນມາ ວ່າດ້ວຍການແລກປ່ຽນຊື້-ຂາຍ ພະລັງງານໄຟຟ້າຮ່ວມກັນໃຫ້ມີລັກສະນະຍຸດທະສາດ, ຍາວນານ ແລະ ເພີ່ມຂຶ້ນເລື້ອຍໆ

ດັ່ງນັ້ນ, ມາໃນຕອນເຊົ້າຂອງວັນທີ 4 ມີນາ 2022 ນີ້ຢູ່ ນະຄອນຫຼວງວຽງຈັນ, ສປປລາວ ແລະ ຢູ່ ນະຄອນຫຼວງບາງກອກ, ຣາຊະອານາຈັກໄທ ໄດ້ມີພິທີລົງນາມບົດບັນທຶກຄວາມເຂົ້າໃຈການຂະຫຍາຍກອບການຮ່ວມມືການຊື້-ຂາຍພະລັງງານໄຟຟ້າ ລະຫວ່າງ ສປປລາວ ແລະ ຣາຊະອານາຈັກ ໄທ ຈາກ 9.000 MW ເປັນ 10.500 MW ຜ່ານລະບົບອອນລາຍ. ຝ່າຍກະຊວງ ພະລັງງານ ແລະ ບໍ່ແຮ່ ສປປລາວ ລົງນາມໂດຍ ທ່ານ ປອ. ດາວວົງ ພອນແກ້ວ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ຕາງໜ້າກະຊວງ ພະລັງງານ ຣາຊະອານາຈັກໄທ ລົງນາມໂດຍ ທ່ານ ສຸພັດທະນະພົງ ພັນມີເຊົາ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງພະລັງງານ ແຫ່ງ ຣາຊະອານາຈັກໄທ ໂດຍມີຫົວໜ້າຫ້ອງການກະຊວງ, ຫົວໜ້າກົມ, ຜູ້ອຳນວຍການລັດວິສາກິດທີ່ຂຶ້ນກັບທັງ 2 ຝ່າຍເຂົ້າຮ່ວມເປັນສັກຂີ່ພິຍານ.

ບົດບັນທຶກຄວາມເຂົ້າໃຈການຂະຫຍາຍກອບການຮ່ວມມືການຊື້-ຂາຍພະລັງງານໄຟຟ້າສະບັບນີ້ ແມ່ນເປັນບົດບັນທຶກຄວາມເຂົ້າໃຈທີ່ ລັດຖະບານ ຂອງສອງປະເທດ ກໍ່ຄື ລະຫວ່າງ ສອງກະຊວງເຊັນຮ່ວມກັນເປັນສະບັບທີ 6 ແລ້ວ, ນັບແຕ່ປີ 1993 ເປັນຕົ້ນມາ . ການຂະຫຍາຍບົດບັນທຶກຄວາມເຂົ້າໃຈໃນແຕ່ລະຄັ້ງນັ້ນ, ທັງສອງ ລັດຖະບານ ກໍ່ເພີ່ມອັດຕາການແລກປ່ຽນຊື້-ຂາຍຮ່ວມກັນເລື້ອຍໆ. ຢ່າງໃດກໍ່ຕາມ ອີງໃສ່ຄວາມຮຽກຮ້ອງຕ້ອງການ ການຊົມໃຊ້ພະລັງງານໄຟຟ້າຂອງ ຣາຊະອານາຈັກໄທ ນັບມື້ນັບສູງຂຶ້ນ ລັດຖະບານ ຂອງທັງສອງປະເທດຈຶ່ງໄດ້ຕົກລົງໃຫ້ເພີ່ມປະລິມານການສົ່ງພະລັງງານໄຟຟ້າຈາກ ສປປລາວ ຫາ ຣາຊະນາຈັກໄທ ເພີ່ມຂຶ້ນຈາກ 9.000 MW ເປັນ 10.500 MW ໂດຍມີຈຸດປະສົງເພື່ອສົ່ງເສີມການຮ່ວມມືດ້ານພະລັງງານໄຟຟ້າ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ, ທັງເປັນການສະໜັບສະໜູນ ແລະ ໃຫ້ຄວາມສໍາຄັນກ່ຽວກັບການຊື້-ຂາຍພະລັງງານສະອາດ ເພື່ອຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ລວມເຖິງກາລະໂອກາດທາງດ້ານການລົງທຶນໃນຂະແໜງພະລັງງານໄຟຟ້າ. ພ້ອມກັນນີ້, ການຂະຫຍາຍກອບການຮ່ວມມືການຊື້-ຂາຍພະລັງງານໄຟຟ້າສະບັບທີ 6 , ຍັງຈະເປັນພື້ນຖານອັນສໍາຄັນເພື່ອຮອງຮັບໃນການສົ່ງກະແສໄຟຟ້າ ຈາກໂຄງການຂະໜາດໃຫຍ່ ຂອງ ສປປລາວ ໃຫ້ ຣາຊະອານາຈັກໄທ ໃນອະນາຄົດ ໃນນີ້ລວມມີບັນດາເຂື່ອນໄຟຟ້ານ້ຳຕົກນ້ຳງື່ມ-3, ນ້ຳຂອງຈຸດປາກລາຍ, ນ້ຳຂອງຫຼວງພະບາງ, ນ້ຳຂອງປາກແບງ, ນ້ຳຂອງຊະນາຄາມ ແລະ ໂຄງການເຂື່ອນໄຟຟ້າເຊກອງ 4 A,4B ເຊິ່ງຈະປະກອບສ່ວນສໍາຄັນ ໃນການສ້າງລາຍຮັບທີ່ເປັນພື້ນຖານໃຫ້ແກ່ການພັດທະນາປະເທດຊາດ, ທັງຊຸກຍູ້ໃຫ້ແກ່ການແກ້ໄຂຄວາມທຸກຫຍາກຂອງປະຊາຊົນບັນດາເຜົ່າໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນ. ມາຮອດທ້າຍປີ 2021 ສປປ ລາວ ໄດ້ສົ່ງຂາຍພະລັງງານໄຟຟ້າ ໃຫ້ ຣາຊະອານາຈັກໄທ ທັງໝົດ 8 ໂຄງການ, ລວມກຳລັງຕິດ 5.415,8 MW ແລະ ໃນກາງປີ 2022 ນີ້ ຄາດວ່າຈະສົ່ງອອກຕື່ມອີກ 1 ໂຄງການ ລວມກຳລັງຕິດຕັ້ງ 514 MW.

ສປປ ລາວ ໄດ້ວາງແນວທາງຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ເພື່ອພັດທະນາປະເທດຊາດກ້າວຂຶ້ນເປັນປະເທດທີ່ມີລາຍຮັບປານກາງ ແລະ ສູງ ແລະ ກາຍເປັນປະເທດທີ່ຈະເລີນຮັ່ງມີ ໂດຍໄດ້ກໍານົດເອົາການພັດທະນາພະລັງງານໄຟຟ້າ ເຊິ່ງແມ່ນທ່າແຮງທີ່ສໍາຄັນຂອງລາວ ເປັນພື້ນຖານພັດທະນາເສດຖະກິດແຫ່ງຊາດ ແນໃສ່ການຈັດສັນ ແລະ ນໍາໃຊ້ແຫຼ່ງຊັບພະຍາກອນຂອງຊາດໃຫ້ມີປະສິດທິຜົນສູງ, ຕາມທິດພັດທະນາທີ່ເປັນມິດຕໍ່ສິ່ງແວດລ້ອມ ຕິດພັນກັບການພັດທະນາແບບຍືນຍົງ.
ພາບ: ວິລະຊາດ ສາຍອັດຕະປື
ແຫຼ່ງຂໍ້ມູນ: ກົມແຜນການ ແລະ ການຮ່ວມມື
ຂ່າວ: ຄຳແສງ ແກ້ວປະເສີດ