
ພິທີເປີດໂຄງການກໍ່ສ້າງໂຄງການຂຸດຄົ້ນແຮ່ ດັ່ງກ່າວໄດ້ຈັດຂື້ນໃນວັນທີ 29 ຕຸລາ2022 ທີ່ຜ່ານມາໂດຍການເຂົ້າຮ່ວມຂອງ ປອ ດາວວົງ ພອນແກ້ວ,ລັດຖະມົນຕີກະຊວງພະລັງງານແລະບໍ່ແຮ່,ທ່ານ ມາໄລທອງ ກົມມະສິດ ລັດຖະມົນຕີຫະຊວງອຸດສະຫະກໍາແລະການຄ້າ,ທ່ານ ສົມສະຫວາດ ເລັ່ງສະຫວັດ ອາດິດຮອງນາຍົກລັດຖຖະມົນຕີ ມີຮອງລັດຖະມົນຕີ, ຮອງເຈົ້າຄອງນະຄອນຫຼວງ , ເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈໍາ ສປປ ລາວ ,ປະທານ ບໍລິສັດພັດທະນາ ແລະ ລົງທຶນດ້ານບໍ່ແຮ່, ກຸ່ມບໍລິສັດ ຢຸນທຽນຮວ່າ, ທ່ານ ປະທານ ບໍລິສັດ ຢຸ້ຍຢວນເກືອໂປຕາສ໌ ແລະພາກສ່ວນທີ່ກ່ຽວຂ້ອງເຂົາຮ່ວມ.

ທ່ານ ປອ ດາວວົງ ພອນແກ້ວ ໄດ້ກ່າວວ່າ:ພາຍຫຼັງທີ່ປະເທດຊາດໄດ້ຮັບການປົດປ່ອຍ, ພັກ ແລະ ລັດເຮົາໄດ້ມີແຜນການສົ່ງເສີມການພັດທະນາວຽກງານທໍລະນີສາດ ແລະ ແຮ່ທາດ ໂດຍຖືເປັນຂະແໜງເສດຖະກິດທີ່ສໍາຄັນຂອງຊາດ, ໂດຍສະເພາະຜ່ານມາແມ່ນໄດ້ສຸມໃສ່ການສຶກສາຊອກຄົ້ນຢ່າງເປັນລະບົບຕໍ່ເນື່ອງ ແລະມີລັກສະນະຄົບຊຸດໂດຍການຊ່ວຍເຫຼືອຈາກປະເທດເພື່ອນມິດ. ມາຮອດປະຈຸບັນສາມາດຄົ້ນພົບຈຸດປາກົດແຮ່ທາດໄດ້ຫຼາຍກວ່າ 570 ຈຸດ, ໃນຂອບເຂດເນື້ອທີ່ປະມານ: 162.104 ກມ2 ຂອງເນື້ອທີ່ທົ່ວປະເທດ; ຊຶ່ງປະກອບດ້ວຍ : ຄໍາ, ທອງ, ເງິນ, ນິແກນ, ກົ່ວ, ຖ່ານຫີນ, ບົກຊິດ, ຫີນກາວ, ເຫຼັກ, ແກ້ວປະເສີດ, ເກືອກິນ, ເກືອໂປຕັດສ໌, ຊືນ, ສັງກະສີ, ມັງການ, ຫີນປູນ, ຫີນໂດໂລໄມ, ບາລິດ ແລະອື່ນໆ. ນັບແຕ່ປີ 1990 ເປັນຕົ້ນມາ, ລັດຖະບານລາວ ໄດ້ເປີດກວ້າງ ໂດຍອະນຸຍາດໃຫ້ຜູ້ລົງທຶນທັງພາຍໃນ ແລະ ຕ່າງປະເທດ ສາມາດລົງທຶນເຂົ້າໃສ່ການພັດທະນາອຸດສາຫະກຳບໍ່ແຮ່ ຊຶ່ງມາຮອດປະຈຸບັນ, ມີ 253 ບໍລິສັດ, 362 ກິດຈະການ ພວມລົງທຶນເຂົ້າໃນການພັດທະນາໃນຂະແໜງທໍະນີສາດ-ແຮ່ທາດ ແລະ ບໍ່ແຮ່.ໃນນີ້, ລັດຖະບານໄດ້ອະນຸມັດ ໃຫ້ 90 ບໍລິສັດ ສໍາປະທານຂຸດຄົ້ນ-ປຸງແຕ່ງແຮ່ທາດ ຊຶ່ງລວມມີທັງໝົດ 136 ກິດຈະການ, ໂດຍສຸມໃສ່ 5 ກຸ່ມຄື : ກຸ່ມແຮທາດທີ່ມີບໍລິມາດໜ້ອຍ,ມູນຄ່າສູງ, ກຸ່ມແຮ່ທາດທີ່ມີບໍລິມາດຫຼາຍ, ມູນຄ່າຕໍ່າ, ກຸ່ມແຮ່ທາດທີ່ມີລັກສະນະຍຸດທະສາດ ກຸ່ມແຮ່ທາດອະໂລຫະ

ສໍາລັບການກໍ່ສ້າງ ແລະ ອຸດສາຫະກໍາ ແລະ ກຸ່ມແຮ່ທາດຫາຍາກ.ເຊີ່ງໂຄງການຂຸດຄົ້ນແຮ່ການາລາຍ ແລະ ການປຸງແຕ່ງເປັນໂປຕາສ໌ຊຽມອໍລາຍ ເປັນໂຄງການໜື່ງທີ່ໄດ້ລິເລີ້ມການສຶກສາສຳຫຼວດມາດົນສົມຄວນແລ້ວ ແລະ ຖືກກໍານົດໄວ້ແຜນຍຸດທະສາດ ການພັດທະນາວຽກງານປຸງແຕ່ງບໍ່ແຮ່ ແຕ່ນີ້ຮອດປີ 2025.ໂຄງການພັດທະນາການຂຸດຄົ້ນແຮ່ການາລາຍ ແລະ ການປຸງແຕ່ງເປັນໂປຕາສ໌ຊຽມອໍລາຍ ແຫ່ງນີ້ແມ່ນໂຄງການໜື່ງທີ່ໄດ້ນຳໃຊ້ເຕັກນິກທີ່ທັນສະໄໝ, ນຳໃຊ້ທຶນກໍ່ສ້າງສູງ, ມີລັກສະນະຄົບວົງຈອນ ແລະ ເປັນມິດກັບສິ່ງແວດລ້ອມ,ເຊີ່ງການດໍາເນີນກິດຈະການຂອງ ໂຄງການນີ້ ຈະເປັນເງື່ອນໄຂ ແລະ ສ່ວນປະກອບທີ່ສໍາຄັນເຂົ້າໃນການພັດທະນາອຸດສາຫະກໍາແຮ່ ທາດ ກໍຄືການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດໃນສະເພາະໜ້າ ແລະ ຍາວນານ.
