ແຜນການຕິດຕາມ ແລະ ຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມໄລຍະທີ 2 ຂອງບໍລິສັດ ເທີນ-ຫີນບູນ ພາວເວີ ຈໍາກັດ ກຽມພ້ອມສຳລັບການຮັບຮອງ.

           ຕອນເຊົ້າວັນທີ 30 ສິງຫາ 2022, ກົມສິ່ງແວດລ້ອມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມຂຶ້ນຢູ່ທີ່ຫ້ອງການພາກສະໜາມຂອງ ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ຢູ່ເມືອງຄູນຄໍາ, ແຂວງຄໍາມ່ວນ ເພື່ອປຶກສາຫາລືການຮັບຮອງເອົາແຜນການຕິດຕາມ ແລະ ຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ ໄລຍະ 2 ຂອງບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດແຕ່ປີ 2023-2027 ໂດຍການເປັນປະທານຂອງທ່ານ ເທວະຣັກ ພອນແກ້ວ, ຮອງຫົວໜ້າກົມສິ່ງແວດລ້ອມ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ. ໂດຍມີຜູ້ຕາງໜ້າຈາກກົມທີ່ກ່ຽວຂ້ອງຈາກຂັ້ນສູນກາງ, ຕາງໜ້າຈາກພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຄໍາມ່ວນ ແລະ ບໍລິຄໍາໄຊ, ບັນດາພະແນການອ້ອມຂ້າງແຂວງ, ອົງການປົກຄອງເມືອງຄູນຄໍາ, ເມືອງຫີນບູນ, ເມືອງຄໍາເກີດ ແລະ ຄະນະອໍານວຍການບໍລິສັດ ເທີນ-ຫີນບູນ ພາວເວີ ຈໍາກັດ ເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອກວດກາ ແລະ ຕິດຕາມລາຍງານຜົນສຳເລັດການຈັດຕັ້ງປະຕິບັດແຜນການຕິດຕາມ ແລະ ຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ ໄລຍະ 5 ປີ ແຕ່ປີ 2018-2022 ແລະ ລາຍງານແຜນການ 5 ປີຕໍ່ໜ້າຂອງບໍລິສັດແຕ່ປີ 2023-2027 ເພື່ອໃຫ້ກົມສິ່ງແວດລ້ອມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຮັບຮອງ.

          ນັບຕັ້ງແຕ່ມີການກໍ່ສ້າງໂຄງການພາກຂະຫຍາຍມາຮອດປີ 2022, ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ໄດ້ປະຕິບັດພັນທະຂອງຕົນເອງຕາມສັນຍາສຳປະທານ ສຳເລັດໄດ້ 99 ສ່ວນຮ້ອຍ ເຊັ່ນ: ສໍາເລັດວຽກງານຍົກຍ້າຍຈັດສັນປະຊາຊົນ, ການກໍ່ສ້າງໂຄ່ງລ່າງພື້ນຖານ, ການຈັດສັນດິນ ແລະ ການອອກໃບຕາດິນ, ການປັບປຸງຊິວິດການເປັນຢູ່, ການບັນລຸເປົ້າໝາຍລາຍຮັບ; ສ່ວນວຽກທີ່ຍັງເຫຼືອທີ່ເປັນພັນທະແມ່ນວຽກງານການສ້ອມແປງບໍາລຸງຮັກສາໂຄ່ງລ່າງພື້ນຖານທີ່ໄດ້ສ້າງໄວ້ ເຊີ່ງຈະສໍາເລັດພາຍໃນປີ 2024. ນອກເໜືອຈາກພັນທະຕາມສັນຍາສໍາປະທານແລ້ວ, ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ຍັງໄດ້ລິເລີ່ມວຽກງານການພັດທະນາ ເພື່ອຍົກລະດັບມາດຕະຖານຊີວິດການເປັນຢູ່ຂອງຊຸມຊົນໃນທ້ອງຖິ່ນ ແລະ ສົ່ງເສີມຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບໃນການຄຸ້ມຄອງດ້ານການເງິນໃນການພັດທະນາຕົນເອງ ໂດຍສອດຄ່ອງກັບແຜນຍຸດທະສາດ ແລະ ການພັດທະນາເສດຖະກິດສັງຄົມຂອງລັດ ເຊີ່ງກິດຈະກໍາຫຼັກໆແມ່ນແຜນພັດທະນາບ້ານ (VDP) ໂດຍອີງໃສ່ແຜນ 5 ປີ ຂອງບ້ານ ທີ່ບໍລິສັດໄດ້ຮ່ວມວາງແຜນກັບບ້ານໂດຍການຊີ້ນໍາດ້ານວິຊາການຈາກກອງທືນຫຼຸດຜ່ອນຄວາມທຸກຍາກ, ການສະໜັບສະໜູນນໍ້າມັນ ແລະ ໄຟຟ້າແກ່ການຜະລິດກະສິກໍາ ແລະ ວຽກບົດບາດຍິງ-ຊາຍ, ຊົນເຜົ່າ ແລະ ຜູ້ດ້ອຍໂອກາດ.
          ບໍລິສັດໄດ້ປະຕິບັດພັນທະຂອງຕົນຕາມແຜນໃນໄລຍະ 5 ປີທໍາອິດໄດ້ເປັນຢ່າງດີ. ແຜນການຕິດຕາມ ແລະ ຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ ໄລຍະ 2 ແຕ່ປີ 2023-2027 ນີ້ ບໍລິສັດຈະສຸມໃສ່ສອງໜ້າວຽກຫຼັກຄື: ການປະຕິບັດຕາມພັນທະໃນສັນຍາສຳປະທານທາງດ້ານສັງຄົມ ແລະ ສີ່ງແວດລ້ອມ ພ້ອມທັງສືບຕໍ່ວຽກງານພັດທະນາທີ່ບໍ່ໄດ້ກໍານົດໃນສັນຍາສໍາປະທານ ເພື່ອສືບຕໍ່ຍົກລະດັບມາດຕະຖານຊີວິດການເປັນຢູ່ຂອງຊຸມຊົນໃນທ້ອງຖິ່ນ.
          ໃນໂອກາດດັ່ງກ່າວຄະນະຜູ້ແທນກອງປະຊຸມຍັງໄດ້ເຄື່ອນໄຫວກວດກາຕິດຕາມການຈັດຕັ້ງປະຕິບັດແຜນການຕິດຕາມ ແລະ ຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ ໄລຍະ 5 ປີທໍາອິດ ແຕ່ປີ 2018-2022 ຢູ່ບັນດາບ້ານຍົກຍ້າຍ, ຍັບຍ້າຍຈັດສັນ ແລະ ເຂື່ອນກັກເກັບນໍ້າຂອງບໍລິສັດເທີນ-ຫີນບູນ ພາວເວີ ຈໍາກັດອີກດ້ວຍ.
ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ໄດ້ຮັບຄຳຍ້ອງຍໍທີ່ເປັນໜຶ່ງໃນບັນດາໂຄງການຕົວແບບ ທີ່ປະສົບຜົນສຳເລັດສຳລັບການພັດທະນາສັງຄົມ ແລະ ສິ່ງແວດລ້ອມ. ບໍລິສັດ THPC ໄດ້ຮັບອະນຸຍາດໃຫ້ພັດທະນາໂຄງການເທີນຫີນບູນໃນປີ 1994 ແລະ ເລີ່ມທຳການຜະລິດໄຟຟ້າໃນປີ 1998. ເນື່ອງຈາກຄວາມຕ້ອງການທາງດ້ານພະລັງງານຢູ່ພາຍໃນ ແລະ ປະເທດອ້ອມຂ້າງເພີ່ມຂຶ້ນ, ບໍລິສັດ THPC ໄດ້ເລີ່ມທຳການສຳຫຼວດໂຄງການເທີນ-ຫີນບູນ ພາກຂະຫຍາຍ ເຊິ່ງໄດ້ລົງມືກໍ່ສ້າງໃນປີ 2009 ແລະ ສຳເລັດໃນປີ 2012. ເລີ່ມແຕ່ການກໍ່ສ້າງໂຄງການ ເທີນ-ຫີນບູນ ພາກຂະຫຍາຍ ສຳເລັດເປັນຕົ້ນມາ ກຳລັງການຕິດຕັ້ງຂອງເຂື່ອນໄຟຟ້າ ເທີນ-ຫີນບູນ ເພີ່ມຂຶ້ນຈາກ 220 ເມກາວັດ ມາເປັນ 520 ເມກາວັດ.
 
ພາບ ແລະ ແຫຼ່ງຂ່າວ: ບໍລິສັດ ໄຟຟ້າເທີນ-ຫີນບູນ ຈຳກັດ
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ