ລາວ-ສິງກະໂປ ເພີ່ມທະວີການຮ່ວມມືດ້ານພະລັງງານ

            ຕອນບ່າຍວັນທີ 18 ສິງຫາ 2022 ນີ້ ຢູ່ຫ້ອງຮັບແຂກກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ມີພິທີພົບປະ, ປຶກສາຫາລື ການຮ່ວມມືດ້ານພະລັງງານລະຫວ່າງ ສປປລາວ ແລະ ສາທາລະນະລັດ ສິງໂປ. ຝ່າຍລາວນຳໂດຍ ທ່ານ ປອ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ແລະ ຝ່າຍສິງກະໂປ ນຳໂດຍ ທ່ານ Jonathan Goh ຜູ້ອຳນວຍການຝ່າຍພົວພັນຕ່າງປະເທດ ອົງການພະລັງງານແຫ່ງຊາດສິງກະໂປ ພ້ອມດ້ວຍຄະນະ.

          ການພົບປະປຶກສາຫາລືກັນຄັ້ງນີ້,ທັງສອງຝ່າຍໄດ້ພ້ອມກັນທົບທວນຄືນການຈັດຕັ້ງປະຕິບັດໂຄງການຮ່ວມມືດ້ານພະລັງງານຢູ່ໃນພາກພື້ນ ໂດຍສະເພາະແມ່ນ ໂຄງການເຊື່ອມໂຍງດ້ານພະລັງງານ ລະຫວ່າງ ລາວ-ໄທ-ມາເລເຊຍ-ສິງກະໂປ ເຊິ່ງໄດ້ຈັດຕັ້ງປະຕິບັດຢ່າງເປັນຮູບປະທຳໃນເດືອນ ມິຖຸນາ ທີ່ຜ່ານມາ. ພ້ອມກັນນີ້ ທັງສອງຝ່າຍຍັງເຫັນພ້ອມກັນທີ່ຈະສືບຕໍ່ຍົກລະດັບການຮ່ວມມືກັນດ້ານພະລັງງານໃນຕໍ່ໜ້າ ໃຫ້ແໜ້ນແຟ້ນກວ່າເກົ່າ ເພື່ອສ້າງຄວາມໝັ້ນຄົງດ້ານພະລັງງານໄຟຟ້າຢູ່ໃນພາກພື້ນ.
ພາບ: ວຽງສະຫວັນ ປຣະດິດ
ຂ່າວ:ຄຳແສງ ແກ້ວປະເສີດ