ທ່ານ ລັດຖະມົນຕີ ພ້ອມດ້ວຍຄະນະເຄື່ອນໄຫວຢ້ຽມຢາມໂຮງງານປຸງແຕງແຮ່ທາດຢູ່ ໃນນະຄອນຫຼວງວຽງຈັນ

          ໃນວັນທີ 6 ກຸມພາ 2024 ຜ່ານມານີ້, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະຄະນະນຳ ແລະ ກຳມະກອນ ຂອງບັນດາໂຮງງານປຸງແຕງແຮ່ທາດຢູ່ ນະຄອນຫຼວງວຽງຈັນ, ໂດຍສະເພາະແມ່ນຢູ່ບັນດາເຂດນິຄົມອຸດສາຫະກຳ ນະຄອນຫຼວງວຽງຈັນ. ຢູ່ແຕ່ລະບ່ອນນັ້ນ ທ່ານ ລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ລາຍງານສະພາບການດຳເນີນກິດຈະການ ຂອງແຕ່ລະໂຮງງານຈາກຄະນະອຳນວຍການຂອງທັງ 5 ກິດຈະການຄື:

1) ໂຮງງານປຸງແຕ່ງແຮ່ຊີລິຄອນ ຂອງບໍລິສັດ ລາວຊີລີຄອນ ຈໍາກັດ ເປັນໂຄງການລົງທຶນລາວ-ຈີນ, ຕັ້ງຢູ່ເຂດອຸດສາຫະກໍາ ຫຼັກ 21, ນະຄອນຫຼວງວຽງຈັນ, ມີເນື້ອທີ່ 6 ເຮັກຕາ. ສຳລັບການອອກແບບໂຮງງານປຸງແຕ່ງແຮ່ຊີລີຄອນ ຂອງບໍລິສັດ ປະກອບມີ 3 ເຕົາຫຼອມ ຈະນໍາໃຊ້ແຮ່ກວາສ (SiO2) ຈໍານວນ 36.000 ໂຕນ/ປີ ເພື່ອມາປຸງແຕ່ງ ເປັນຜະລິດຕະພັນຊີລີຄອນ (Si) ໃຫ້ໄດ້ 16.821 ໂຕນ/ປີ, ສ່ວນວັດຖຸດິບສໍາຮອງທີ່ຮັບໃຊ້ໃນການຫຼອມແຮ່ ລວມມີ: ຖ່ານໄມ້, ຖ່ານໂຄກ, ເຟືອງເຂົ້າ .
2) ໂຮງງານປຸງແຕ່ງແຮ່ທອງ, ຊືນ ແລະ ສັງກະສີ ຂອງບໍລິສັດ ລາວພັດທະນາອຸດສາຫະກໍາ ຫຼອມໂລຫະມີສີ ແລະ ການລົງທຶນ ຈໍາກັດ ເປັນໂຄງການລົງທຶນຈາກຕ່າງປະເທດ 100% (ສປ ຈີນ) ຕັ້ງຢູ່ເຂດບ້ານສະພັງຄະນົງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ມີເນື້ອທີ່ 5,5 ເຮັກຕາ. ເລີ່ມແຕ່ປີ 2013 ເປັນຕົ້ນມາ ໂຮງງານດັ່ງກ່າວ ໄດ້ຫັນປ່ຽນກິດຈະການມາເປັນໂຮງງານຫຼອມ (ແຮ່ທອງ, ຊືນ ແລະ ສັງກະສີ) ເພື່ອຍົກລະດັບແຮ່ເຂັ້ມຂຸ້ນທີ່ເປັນຜະລິດຕະພັນເຄິ່ງສຳເລັດຮູບ. ປັດຈຸບັນ ໂຮງງານມີຂີດຄວາມສາມາດປຸງແຕງແຮ່ ປະມານ 86.668 ໂຕນ/ປີ ເພື່ອປຸງແຕ່ງເປັນຜະລິດຕະພັນແຮ່ທອງ ກ້ອນ 17.550 ໂຕນ/ປີ; ໂລຫະທອງ ແທ່ງ 17.550 ໂຕນ/ປີ; ສັງກະສີເຂັ້ມຂຸ້ນ 11.000 ໂຕນ/ປີ, ໂລຫະຊືນ ແທ່ງ 9.900 ໂຕນ/ປີ.
3) ໂຮງງານປຸງແຕ່ງແຮ່ທອງ, ຊືນ, ສັງກະສີ ແລະ ກົ່ວ ຂອງບໍລິສັດ ຊ້າງຄໍາລາວ ໂລຫະມີສີ ຂາອອກ-ຂາເຂົ້າ ຈໍາກັດເປັນໂຄງການລົງທຶນຈາກຕ່າງປະເທດ 100% (ສປ ຈີນ) ຕັ້ງຢູ່ເຂດນິຄົມອຸດສະາຫະກຳ ແລະ ການຄ້າວຽງຈັນໂນນທອງ ບ້ານໂນນທອງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ເນື້ອທີ່ 18,90 ເຮັກຕາ.
          ໂຮງງານປຸງແຕ່ງແຮ່ທອງ, ຊືນ, ສັງກະສີ ແລະ ກົ່ວ ຂອງບໍລິສັດ ມີຄວາມອາດສາມາດຮັບແຮ່ປ້ອນ 120.000 ໂຕນ/ປີ ເພື່ອປຸງແຕ່ງເປັນຜະລິດຕະພັນໂລຫະທອງ 242 ໂຕນ/ປີ; ໂລຫະຊືນ 10.421 ໂຕນ/ປີ; ໂລຫະສັງກະສີ 1.279 ໂຕນ/ປີ ແລະ ໂລຫະກົ່ວ 261 ໂຕນ/ປີ. ການນຳເຂົ້າ-ສົ່ງອອກ, ໃນປີ 2023 ບໍລິສັດໄດ້ນຳເຂົ້າແຮ່ທາດເພື່ອນຳເຂົ້າມາຜະລິດແລ້ວສົ່ງອອກຄືນຄຶ: ແຮ່ຊືນ: 18,410 Tons, ຖ່ານໂຄກ: 5,013 TONs, ສົ່ງອອກຊືນແທ່ງ : 8,147 Tons, ສົ່ງອອກແຮ່ທອງ: 404 Tons.
4) ໂຮງງານປຸງແຕ່ງແຮ່ທອງ, ກົ່ວ, ຊືນ ແລະ ສັງກະສີ ຂອງບໍລິສັດ ລາວຫາວເຟີງຢວນ ໂລຫະມີສີ ຂາເຂົ້າ-ຂາອອກ ຈໍາກັດ ເປັນໂຄງການລົງທຶນຈາກຕ່າງປະເທດ 100% (ສປ ຈີນ) ຕັ້ງຢູ່ເຂດນິຄົມອຸດສະາຫະກຳ ແລະ ການຄ້າວຽງຈັນໂນນທອງ ບ້ານໂນນທອງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ເນື້ອທີ່ 1,26 ເຮັກຕາ.
          ໂຮງງານປຸງແຕ່ງແຮ່ທອງ, ກົ່ວ, ຊືນ ແລະ ສັງກະສີ ຂອງບໍລິສັດ ມີຄວາມອາດສາມາດຮັບແຮ່ປ້ອນ 80.000 ໂຕນ/ປີ ເພື່ອປຸງແຕ່ງເປັນຜະລິດຕະພັນໂລຫະທອງ 2.019 ໂຕນ/ປີ; ໂລຫະກົ່ວ 2.177ໂຕນ/ປີ; ໂລຫະຊືນ 10.884 ໂຕນ/ປີ; ໂລຫະສັງກະສີ 5.343 ໂຕນ/ປີ.
5) ໂຮງງານປຸງແຕ່ງແຮ່ນິແກນ, ໂກບານ, ລິຕີ ແລະ ອາລູມີນຽມ ຂອງບໍລິສັດ ຈີເອວຊີ (ລາວ) ເມໂທລ ຈໍາກັດ ເປັນໂຄງການລົງທຶນຈາກຕ່າງປະເທດ 100% (ສປ ຈີນ) ຕັ້ງຢູ່ເຂດນິຄົມອຸດສະາຫະກຳ ແລະ ການຄ້າວຽງຈັນໂນນທອງບ້ານໂນນທອງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ເນື້ອທີ່ 1,26 ເຮັກຕາ, ກະຊວງພະລັງງານ ແລະ ບໍ່ແຮ່ໄດ້ອອກໃບອະນຸຍາດດໍາເນີນກິດຈະການໃນເດືອນ ເມສາ 2023 ປັດຈຸບັນ ໃນໄລຍະທົດລອງຜະລິດການນຳເຂົ້າແຮ່ເຂັ້ມຂຸ້ນຈາກຕ່າງປະເທດ. ເພື່ອຜະລິດ ແລະ ສົ່ງອອກຕ່າງປະເທດຄືນ ສ່ວນປະລິມານ ແລະ ລາຄາແມ່ນອິງຕາມຄວາມຕ້ອງການຂອງລູກຄ້າ ແລະ ການຕົກລົງຂອງທັງສອງຝ່າຍ. ໄລຍະຜ່ານມາໄດ້ນໍາເຂົ້າ-ສົ່ງອອກ ນຳເຂົ້າທັ້ງໝົດ : 2800 ton,ສົ່ງອອກສິນຄ້າ : MHP 176 TONS, Lithium Sulphate 260 tons, Lithium carbonated 52 ton. ໂຮງງານປຸງແຕ່ງແຮ່ນີແກນ, ໂກບານ, ລິຕີ ແລະ ອາລູມີນຽມ ຂອງບໍລິສັດ ມີຄວາມອາດສາມາດຮັບແຮ່ປ້ອນ 40.000 ໂຕນ/ປີ ເພື່ອປຸງແຕ່ງເປັນຜະລິດຕະພັນແຮ່ນິແກນ-ໂກບານເຂັ້ມຂຸ້ນ 26.000 ໂຕນ/ປີ; ແຮ່ລິຕີເຂັ້ມຂຸ້ນ 8.000 ໂຕນ/ປີ; ອາລູມີນຽມ 1.000 ໂຕນ/ປີ.
           ພາຍຫຼັງໄດ້ຮັບຟັງການລາຍງານ ການດຳເນີນກິດຈະການຂອງແຕ່ລະໂຮງງານແລ້ວ, ທ່ານ ລັດຖະມົນຕີ ກໍ່ໄດ້ມີຄຳເຫັນໂອ້ລົມ ເຊິ່ງກ່ອນອື່ນ ທ່ານ ລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄວາມເອົາໃຈໃສ່ຂອງແຕ່ລະໂຮງງານ ໃນການດຳເນີນກິດຈະການຂອງຕົນເອງ ເຊິ່ງເປັນການປະກອບສ່ວນຢ່າງແຂງແຮງຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປລາວ. ພ້ອມກັນນີ້, ທ່ານ ລັດຖະມົນຕີ ຍັງເນັ້ນໜັກໃຫ້ຄະນະພັກ, ຄະນະອຳນວຍການແຕ່ລະໂຮງງານ ເອົາໃຈໃສ່ປັບປຸງກົນໄກ, ແບບແຜນ ແລະ ວິທີການບໍລິຫານ, ຈັດການໂຮງງານຂອງຕົນ ໃຫ້ມີປະສິດທິພາບ, ມີປະສິດທິຜົນດີຂຶ້ນກວ່າເກົ່າ. ພ້ອມກັນນີ້, ກໍ່ເອົາໃຈໃສ່ໃນການຊຸກຍູ້, ສົ່ງເສີມ ແຮງງານທ້ອງຖິ່ນໃຫ້ໄດ້ມີສ່ວນຮ່ວມຕໍ່ການດຳເນີນທຸລະກິດຂອງບໍລິສັດໃຫ້ຫຼາຍຂຶ້ນກວ່າເກົ່າ ທັງນີ້, ກໍ່ເພື່ອຍົກສູງຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນໃຫ້ມີຊີວິດມີຊີວ່າ ທີ່ດີຂຶ້ນ. ປັບປຸງສະພາບແວດລ້ອມຂອງໂຮງງານໃຫ້ມີຄວາມສະອາດຈົບງາມ, ຮັບປະກັນຄວາມສະຫງົບ, ປອດໄພ.
ພາບ ແລະ ຂ່າວ: ວຽງສະຫວັນ ປຣະດິດ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
ສາຍດ່ວນ: 1506