
ຂໍ້ມູນດັ່ງກ່າວ ໄດ້ຖືກເປີດເຜີຍຢູ່ໃນກອງປະຊຸມເປີດກວ້າງ ເພື່ອສະຫຼຸບ ແລະ ຖອດຖອນບົດຮຽນການຈັດຕັ້ງປະຕິບັດຕາມວິໄສທັດ ຮອດປີ 2040 ແລະ ຍຸດທະສາດການພັດທະນາແຮ່ທາດ ຮອດປີ 2030 ເພື່ອພັດທະນາວຽກງານຂອງຂະແໜງບໍ່ແຮ່ ປະຈຳປີ 2024 ທີ່ຜ່ານມາ ແລະ ວາງແຜນການ ປີ 2025 ເຊິ່ງຈັດຂຶ້ນລະຫວ່າງ ວັນທີ 20-21 ມັງກອນ 2025 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ມີຜູ້ຕາງໜ້າຈາກບັນດາກະຊວງ, ອົງການທີ່ກ່ຽວຂ້ອງ; ຫົວໜ້າຫ້ອງການກະຊວງ, ຫົວໜ້າກົມ, ສະຖາບັນ ແລະ ຜູ້ອຳນວຍການລັດວິສາຫະກິດອ້ອມຂ້າງກະຊວງ; ຫົວໜ້າຮອງຫົວໜ້າພະແນກພະລັງງານບໍ່ແຮ່ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ໃນຂອບເຂດທົ່ວປະເທດເຂົ້າຮ່ວມ.
ທ່ານ ລັດຖະມົນຕີ ກ່າວເປີດກອງປະຊຸມວ່າ: ດັ່ງທີ່ພວກເຮົາໄດ້ຮູ້ນໍາກັນແລ້ວວ່າການຈັດຕັ້ງປະຕິບັດແຜນພັດທະນາວຽກງານຂອງຂະແໜງບໍ່ແຮ່ ປີ 2024 ແມ່ນນອນຢູ່ໃນໄລຍະທີ່ສະພາບການພາກພື້ນ, ສາກົນ ແລະ ພາຍໃນປະເທດໄດ້ມີການຜັນແປຢ່າງສັບສົນ ເຊິ່ງອັນທີ່ພົ້ນເດັ່ນແມ່ນສະພາບຄວາມຫຍຸ້ງຍາກ ຝືດເຄືອງທາງດ້ານເສດຖະກິດ,ງົບປະມານ-ການເງິນ, ການຖີບຕົວສູງຂຶ້ນຂອງລາຄານໍ້າມັນ, ລາຄາສິນຄ້າຫຼາຍຊະນິດເພີ່ມຂຶ້ນ, ອັດຕາເງິນຕາເງິນເຟີ້ ແລະ ຄວາມຫຍຸ້ງຍາກໃນດ້ານອື່ນໆ. ສໍາລັບຂະແໜງພະລັງງານ ແລະ ບໍ່ແຮ່ ມີແຜນການ ໂຄງການໜ້າວຽກຈໍານວນໜຶ່ງກໍຖືກຢຸດຊະງັກ, ເກີດຄວາມຊັກຊ້າ ບໍ່ສາມາດບັນລຸໄດ້ຕາມກໍານົດເວລາ ແລະ ພົບຄວາມຫຍຸ້ງຍາກໃນດ້ານອື່ນໆ, ແຕ່ເຖິງແນວໃດກໍຕາມ ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກ ແລະ ລັດຖະບານ ຄະນະພັກ ແລະ ອົງການປົກຄອງທ້ອງຖິ່ນ ບວກກັບຄວາມຕັດສິນໃຈ ຄວາມເປັນເຈົ້າການ ບຸກບືນສູ້ຊົນ ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກຂອງຖັນແຖວພະນັກງານ ສະມາຊິກພັກ ລັດຖະກອນ ກໍາມະກອນໃນທົ່ວຂະແໜງພະລັງງານ ແລະ ບໍ່ແຮ່ ພວກເຮົາກໍສາມາດຍາດໄດ້ຜົນສໍາເລັດທີ່ມີລັກສະນະຕໍ່ເນື່ອງ ແລະ ໜັກແໜ້ນ.

ທ່ານ ບຸນຍົງ ສີດາວົງ ຫົວໜ້າກົມຄຸ້ມຄອງບໍ່ແຮ່ ໄດ້ໃຫ້ຮູ້ວ່າ: ມາຮອດປັດຈຸບັນ ລັດຖະບານ ໄດ້ອະນຸຍາດໃຫ້ບໍລິສັດ ລົງທຶນດ້ານບໍ່ແຮ່ ເຊັນສັນຍາວ່າດ້ວຍການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ມີທັງໝົດ 244 ບໍລິສັດ, 378 ກິດຈະການ. ໃນນັ້ນ, ມີບໍລິສັດທີ່ກຳລັງດໍາເນີນການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ຈໍານວນ 25 ບໍລິສັດ, 43 ກິດຈະການ, ໄລຍະກໍ່ສ້າງບໍ່ແຮ່ ຈຳນວນ 58 ບໍລິສັດ, 110 ກິດຈະການ, ບໍລິສັດທີ່ດຳເນີນການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ມີຈຳນວນ 85 ບໍລິສັດ, 149 ກິດຈະການ, ໂຄງການຂຸດຄົ້ນແຮ່ ແລະ ປຸງແຕ່ງ ຮຸບແບບທົດລອງ ຈໍານວນ 76 ບໍລິສັດ 76 ກິດຈະການ (ໄດ້ຫັນສູ່ຮູບແບບປົກກະຕິ ຈຳນວນ 15 ບໍລິສັດ ແລະ 2 ບໍລິສັດ ຖອນກິດຈະການ) ແລະ ຂັ້ນທ້ອງຖິ່ນອອກອະນຸຍາດໃນຂອບເຂດທົ່ວປະເທດ ຈຳນວນ 719 ບໍລິສັດ/ຫົວໜ່ວຍ, 777 ກິດຈະການ. ນອກຈາກນີ້, ຍັງມີການອອກອະນຸຍາດປະເພດບໍລິການ ເປັນຕົ້ນ: ໂຮງງານປຸງແຕ່ງແຮ່ທາດທີ່ບໍ່ມີເຂດສຳປະທານເປັນຂອງຕົນເອງ ມີຈໍານວນ 24 ບໍລິສັດ, 25 ກິດຈະການ ແລະ ບໍລິການ ແລະ ທີ່ປຶກສາ ຈຳນວນ 28 ບໍລິສັດ, 35 ກິດຈະການ.

ທ່ານ ຫົວໜ້າກົມຄຸ້ມຄອງບໍ່ແຮ່ ກ່າວຕື່ມວ່າ: ໃນປີ 2024 ມີມູນຄ່າການລົງທຶນເຂົ້າໃນການຜະລິດແຮ່ທາດ ທັງໝົດ: 2,475,092,758 USD, ຖ້າທຽບໃສ່ ປີ 2023 ມູນຄ່າ: 2,432,051,082 USD ເຫັນວ່າເພີ່ມຂຶ້ນ 1.77% ແລະ ຖ້າທຽບໃສ່ແຜນການທິດທາງ (ສະພາຮັບຮອງ) ປີ 2024 ມູນຄ່າ: 1,513,454,812 USD ສາມາດປະຕິບັດໄດ້ລື່ນແຜນການ 63.54%. ມູນຄ່າການຈຳໜ່າຍແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ພາຍໃນ ແລະ ຕ່າງປະເທດ ລວມທັງໝົດ 3,261,274,831 USD, ຖ້າທຽບໃສ່ ປີ 2023 ມູນຄ່າ: 2,878,393,522 USD, ເຫັນວ່າເພີ່ມຂື້ນ 13%, ແລະ ຖ້າທຽບໃສ່ແຜນທິດທາງ ປີ 2024 ມູນຄ່າ 2,005,210,750 USD ເຫັນວ່າສາມາດປະຕິບັດໄດ້ລື່ນແຜນການ 63%. ພ້ອມກັນນີ້, ກໍໄດ້ດຳເນີນການກວດກາປະເມີນຜົນຂອງໂຄງການ ໃນປີ 2023 ສາມາດການຈັດປະເພດ A+ ມີ 2 ບໍລິສັດ ທຽບໃສ່ປີ 2022 ເພີ່ມຂຶ້ນ 1 ບໍລິສັດ; ປະເພດ A ມີ 3 ບໍລິສັດ, ທຽບໃສ່ປີ 2022 ຫຼຸດລົງ 3 ບໍລິສັດ; ປະເພດ B+ ມີ 11 ບໍລິສັດ, ທຽບໃສ່ປີ 2022 ເພີ່ມຂຶ້ນ 1 ບໍລິສັດ; ປະເພດ B ມີ 32 ບໍລິສັດ, ທຽບໃສ່ປີ 2022 ເພີ້ມຂຶ້ນ 16 ບໍລິສັດ; ປະເພດ C+ ມີ 22 ບໍລິສັດ ແລະ ປະເພດ C ມີ 30 ບໍລິສັດ.

ກອງປະຊຸມຄັ້ງນີ້ ຈັດຂຶ້ນເພື່ອເປັນການຖອດຖອນບົດຮຽນກ່ຽວກັບການພັດທະນາວຽກງານບໍ່ແຮ່ ພວກເຮົາຈະຕ້ອງໄດ້ຈັດຕັ້ງການສະຫຼຸບ ປະເມີນຜົນ ແລະ ຕີລາຄາສະພາບການເຄື່ອນໄຫວວຽກງານບໍ່ແຮ່ ປີ 2024 ລົງເລິກສະຫຼຸບໃຫ້ເຫັນໄດ້ໝາກຜົນຂອງການປະຕິບັດແຜນການ ຊອກໃຫ້ເຫັນຂໍ້ສະດວກ ຂໍ້ຫຍຸ້ງຍາກ ສາເຫດ ຈາກນັ້ນຈຶ່ງພ້ອມກັນຖອດຖອນການຈັດຕັ້ງປະຕິບັດວຽກງານໄດ້ມີດ້ານໃດແນ່ ແລະ ເພື່ອສ້າງເງື່ອນໄຂໃຫ້ແກ່ການຖອດຖອນບົດຮຽນທີ່ມີລັກສະນະກວມລວມໄດ້ນັ້ນ ກອງປະຊຸມໄດ້ຟັງການລາຍງານສະພາບການປະຕິບັດວຽກງານບໍ່ແຮ່ຂອງແຕ່ລະແຂວງ ນັບທັງປະກອບຄໍາເຫັນກ່ຽວກັບການປະສານສົມທົບຈາກບັນດາກົມກອງ ແລະ ພາກສ່ວນຕ່າງໃນຜ່ານມາ ຄົ້ນຄວ້າເພື່ອວາງແຜນການ ສໍາລັບປີ 2025 ອັນທີ່ສໍາຄັນແມ່ນການວາງວິທີການ ມາດຕະການ ເພື່ອແກ້ໄຂຈຸດອ່ອນ ສິ່ງທີ່ພວກເຮົາເຮັດບໍ່ທັນໄດ້ ເພື່ອພ້ອມກັບປັບປຸງໃຫ້ໜັກແໜ້ນຂຶ້ນ ການຈັດກອງປະຊຸມເພື່ອຖອດຖອນບົດຮຽນໃນການເຄື່ອນໄຫວວຽກງານບໍ່ແຮ່ໃນຄັ້ງນີ້ ແມ່ນການສ້າງພື້ນຖານທີ່ສໍາຄັນໃຫ້ແກ່ການປັບປຸງການເຄື່ອນໄຫວຂອງພວກເຮົາ ໂດຍສະເພາະແມ່ນແນໃສ່ເພື່ອໃຫ້ຂະແໜງ ພະລັງງານ ແລະ ບໍ່ແຮ່ ແຕ່ລະຂັ້ນສາມາດເຮັດຫຼ້ອນພາລະບົດບາດ ແລະ ໜ້າທີ່ເປັນເສນາທິການໃຫ້ແກ່ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນກ່ຽວກັບການພັດທະນາວຽກງານບໍ່ແຮ່ກໍຄືການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ເວົ້າລວມໃຫ້ມີຄຸນນະພາບ ແລະ ມີປະສິດທິຜົນສູງຂຶ້ນ.
ພາບ-ຂ່າວ: ວຽງສະຫວັນ ປຣະດິດ
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ
Website:www.mem.gov.la
ສາຍດ່ວນ: 1506