
ພິທິການປະກາດປັບປຸງກົງຈັກການຈັດຕັ້ງ ຂອງກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດຂື້ນຢ່າງເປັນທາງການ ໃນຕອນເຊົ້າ ວັນທີ 03 ມິຖຸນາ 2022 ນີ້, ທີ່ຫ້ອງປະຊຸມຊັ້ນ 5, ພາຍໃຕ້ການເປັນປະທານຂອງທ່ານ ປອ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ມີບັນດາທ່ານຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີ, ຫົວໜ້າຫ້ອງການ-ຮອງຫົວໜ້າຫ້ອງການ, ຫົວໜ້າກົມ-ຮອງຫົວໜ້າກົມ, ຫົວໜ້າສະຖາບັນ-ຮອງຫົວໜ້າສະຖາບັນ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ທອງຂັນ ພິມວິໄລ ກຳມະການຄະນະປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂື້ນຜ່ານດຳລັດຂອງທ່ານ ນາຍົກລັດຖະມົນຕີ, ສະບັບເລກທີ 163/ນຍ, 164/ນຍ, 165/ນຍ, 166/ນຍ, 167/ນຍ, 168/ນຍ, ແລະ 169/ນຍ, ລົງວັນທີ 24 ພຶດສະພາ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກະຊວງ ພະລັງງານ ແລະ ບໍ່ແຮ່, ວ່າດ້ວຍການແຕ່ງຕັ້ງພະນັກງານຜູ້ວ່າການຫົວໜ້າຫ້ອງການ, ຜູ້ວ່າການຫົວໜ້າກົມ ແລະ ຜູ້ວ່າການຫົວໜ້າສະຖາບັນ ໃນນີ້ໄດ້ແຕ່ງຕັ້ງ: ທ່ານ ຄຳໂສ້ ກຸໂພຄຳ ອະອີດວ່າການຫົວໜ້າຫ້ອງການ ມາເປັນ ຫົວໜ້າຫ້ອງການ, ແຕ່ງຕັ້ງ ທ່ານ ເພັດສະຫວັນ ລັດຕະນະທົງໄຊ ເປັນຫົວໜ້າກົມຄຸ້ມຄອງພະລັງງານ, ທ່ານ ສຸຂັນສັກ ສີສຸກ ເປັນຫົວໜ້າກົມທໍ່ລະນີສາດ ແລະ ແຮ່ທາດ, ທ່ານ ຈັນທະລາ ແກ້ວຫາວົງ ເປັນຫົວໜ້າກົມຄຸ້ມຄອງບໍ່ແຮ່, ທ່ານ ບົວເທບ ມາໄລຄຳ ເປັນຫົວໜ້າກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ, ທ່ານ ຈັນໂທ ມີລັດຕະນະແພງ ເປັນຫົວໜ້າກົມສົ່ງເສີມ ແລະ ປະຢັດພະລັງງານ, ທ່ານ ພູວຽງ ແກ້ວບຸບຜາ ເປັນຫົວໜ້າສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່.

ການປັບປຸງກົງຈັກການຈັດຕັ້ງ ແລະ ການສັບຊ້ອນ, ຈັດວາງບຸກຄະລາກອນ ແມ່ນວຽກງານທີ່ສໍາຄັນ ຊຶ່ງແມ່ນການຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກມາເປັນອັນລະອຽດເປັນຕົ້ນແມ່ນການຈັດຕັ້ງປະຕິບັດຕາມຄໍາສັ່ງເລກທີ 190 ຂອງຄະນະເລຂາທິການສູນກາງພັກ ແລະ ຄໍາແນະນໍາເລກທີ 01 ຂອງລັດຖະບານວ່າດ້ວຍການປັບປຸງການຈັດຕັ້ງຂອງບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ ຕາມທິດ : “ກະທັດຮັດ, ໂປ່ງໃສ ແລະ ສອດຄ່ອງກັບສະພາຕົວຈິງ” .
