
ໃນໂອກາດລົງຕິດຕາມ, ກວດກາ ແລະ ຊຸກຍູ້ແຜນການປັບປຸງບູລະນະໂຄງການເຂື່ອນໄຟຟ້າຂະໜາດນ້ອຍນໍ້າທາ3 ເມື່ອຕອນເຊົ້າມື້ນີ້ ວັນທີ 14 ມັງກອນ 2025 ຂອງທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະສະເພາະກິດ 118 ເຊິ່ງປະກອບມີຜູ້ຕາງໜ້າຈາກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ກະຊວງໂຍທາທິການ ແລະ ຂົນສົ່ງ, ບັນດາກົມກອງອ້ອມຂ້າງກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍລັດວິສາຫະກິດໄຟຟ້າລາວ.

ທ່ານ ປອ ສຸລິວັນ ພົມມະຈິດ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງຫຼວງນໍ້າທາ ໃຫ້ຮູ້ວ່າ: ໂຄງການເຂື່ອນໄຟຟ້າຂະໜາດນ້ອຍນໍ້າທາ3 ທີ່ໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດເມື່ອກາງປີ2024 ທີ່ຜ່ານມາ ໂດຍສະເພາະຜົນກະທົບຈາກພະຍຸຢາກິ ທີ່ພັດຜ່ານ ແລະ ສ້າງຄວາມເສຍຫາຍຢ່າງໜັກໜ່ວງຕໍ່ຊີວິດ ແລະ ຊັບສິນຂອງບັນດາປະເທດອາຊີຕາເວັນອອກເຊັ່ນ: ສສ.ຫວຽດນາມ, ສປ.ຈີນ, ຣາຊະອານາຈັກໄທ, ສ.ມຽນມ້າ ແລະ ສປປລາວ ໂດຍສະເພາະຢູ່ແຂວງຫຼວງນໍ້າທາ ໄດ້ເກີດມີນໍ້າປາໄຫຼ່ຊຸຖ້ວມເທດສະບານແຂວງ, ບັນດາບ້ານລຽບຕາມສາຍນໍ້າທາ ແລະ ລວມທັງໂຄງການເຂື່ອນໄຟຟ້າຂະໜາດນ້ອຍນໍ້າທາ3 ທີ່ເປັນອ່າງກັກເກັບນໍ້າເພື່ອສະໜອງນໍ້າໃຫ້ຊົນລະປະທານທຳການຜະລິດຂອງພໍ່ແມ່ປະຊາຊົນຢູ່ເມືອງຫຼວງນໍ້າທາ ແລະ ຜະລິດກະແສໄຟຟ້າ ສະໜອງຢູ່ພາຍໃນແຂວງຫຼວງນໍ້າທາ ກໍ່ໄດ້ຮັບຄວາມເສຍຫາຍຢາງໜັກໜ່ວງ ເຊິ່ງມາຮອດປັດຈຸບັນ ກໍ່ບໍ່ທັນສາມາດປັບປຸງ, ແກ້ໄຂໄດ້.

ຫລັງຈາກໄດ້ຮັບຟັງການລາຍງານ ແລະ ລົງກວດກາເບິງຕົວຈິງຢູ່ພາກສະໜາມ, ທ່ານ ຮອງລັດຖະມົນຕີ ໄດ້ມີຄຳເຫັນຊີ້ນຳໃຫ້ແຕ່ລະພາກສ່ວນພ້ອມກັນຄົ້ນຄວ້າ, ປຶກສາຫາລືກັນໂດຍດ່ວນ ເພື່ອແບ່ງຄວາມຮັບຜິດຊອບໃຫ້ກັນແກ້ໄຂ ເພື່ອເຮັດໃຫ້ໂຄງການໄດ້ກັບມານຳໃຊ້ເປັນປົກກະຕິໂດຍໄວ ໂດຍສະເພາະແມ່ນຮັບປະກັນການສະໜອງນໍ້າໃຫ້ຊົນລະປະທານ ເຊິ່ງເປັນເປົ້າໝາຍຫລັກຂອງໂຄງການ. ພ້ອມກັນນີ້ ທ່ານ ຮອງລັດຖະມົນຕີ ໄດ້ມອບໝາຍໃຫ້ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ສົມທົບກັບກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ເກັບກຳຂໍ້ມູນລະອຽດທາງດ້ານອຸທົກກະສາດ, ສະພາບແວດລ້ອມ ແລະ ລວມເຖິງມາດຕະຖານການອອກແບບ ແລະ ການກໍ່ສ້າງໂຄງການ.

ເຂື່ອນໄຟຟ້ານໍ້າຕົກ ນໍ້າທາ 3 ເປັນເຂື່ອນໄຟຟ້ານໍ້າຕົກຂະຫນາດນ້ອຍ ໄດ້ເລີ່ມກໍ່ສ້າງ ໃນເດືອນທັນວາ 1999 ແລະສຳເລັດ ໃນເດືອນມິຖຸນາ 2005 ທີ່ມີຈຸດປະສົງໃນການສະຫນອງນໍ້າໃຫ້ແກ່ຊົນລະປະທານ ແລະ ຜະລິດພະລັງງໄຟຟ້າ ຊຶ່ງມີກໍາລັງການຕິດຕັ້ງໄຟຟ້າແມ່ນພຽງແຕ່ 1,25 ເມກາວັດ ແລະ ມີບໍລິມາດກັກເກັບນໍ້າໃນອ່າງ ຂະໜາດນ້ອຍ ພາຍຫລັງ ສຳເລັດການກໍ່ສ້າງ , ໂຄງການກໍ່ໄດ້ດຳເນີນການຜະລິດພະລັງງານໄຟຟ້າ ແລະ ສະຫນອງນໍ້າໃຫ້ຊົນລະປະທານ ຮັບໃຊ້ ພື້ນທີກະສິກຳ ໃນຂອບເຂດເມືອງຫລວງນ້ຳທາ ແລະ ບໍລິເວນໃກ້ຄຽງ ເປັນປົກກະຕິ.
