ທ່ານ ນາຍົກລັດຖະມົນຕີ ພົບປະ, ໂອ້ລົມ ພະນັກງານຫຼັກແຫຼ່ງຢູ່ກະຊວງພະລັງງານ ແລະບໍ່ແຮ່

ຕອນເຊົ້າວັນທີ 1 ມີນາ 2024 ນີ້, ຢູ່ສະໂມສອນໃຫຍ່ ລັດວິສາຫະກິດໄຟຟ້າລາວ ໄດ້ມີພິທີຕ້ອນຮັບການມາຢ້ຽມຢາມ, ພົບປະ ແລະ ໂອ້ລົມ ຂອງ ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປລາວ ເນື່ອງໃນໂອກາດທີ່ ທ່ານ ນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມກະຊວງພະລັງງານ ແລະ ບໍ່ແຮ່ ໂດຍມີ ທ່ານ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍການນຳກະຊວງ, ພະນັກງານຫຼັກແຫຼ່ງອ້ອມຂ້າງກະຊວງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ລາຍງານສະພາບການເຄື່ອນໄຫວຈັດຕັ້ງປະຕິບັດແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໃນໄລຍະ 1 ປີທີ່ຜ່ານ, ພ້ອມກັນນີ້ ທ່ານ ລັດຖະມົນຕີ ຍັງໄດ້ສະເໜີທິດທາງແຜນການ ແລະ ວຽກງານຈຸດສຸມໃນປີ 2024 ຕໍ່ ທ່ານ ນາຍົກລັດຖະມົນຕີ ພ້ອມຄະນະໄດ້ຮັບຊາບ. ຫຼັງຈາກນັ້ນ, ທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ມີຄຳຖາມເຈາະຈີ້ມ ເພື່ອເປັນບ່ອນອີງໃນການລາຍງານ-ຊີ້ແຈງຈາກບັນດາພາກສ່ວນທີ່ກ່ຽວຂ້ອງ.

ທ່ານ ສຸຂັນສັກ ສີສຸກ ຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ ໄດ້ຕາງໜ້າໃຫ້ຂະແໜງທໍລະນີສາດ ແລະ ບໍ່ແຮ່ ລາຍງານກ່ຽວກັບການຈັດຕັ້ງປະຕິບັດຍຸດທະສາດການພັດທະນາແຮ່ທາດ ພ້ອມທັງຊີ້ແຈງຕໍ່ປະເດັ່ນຕ່າງໆ ທີ່ ທ່ານ ນາຍົກລັດຖະມົນຕີ ໄດ້ໃຫ້ທິດຊີ້ນຳ, ເຈາະຈີ້ມ ເປັນຕົ້ນແມ່ນ ການຕິດຕາມກວດກາ ແລະ ຄຸ້ມຄອງໂຄງການລົງທຶນດ້ານທໍລະນີສາດ ແລະ ບໍ່ແຮ່, ການແບ່ງຂັ້ນຄຸ້ມຄອງ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ, ການຊຸກຍູ້ສົ່ງເສີມການຂຸດຄົ້ນແຮ່ທາດຕິດພັນກັບການກໍ່ສ້າງໂຮງງານເພື່ອປຸງແຕງເປັນຜະລິດຕະພັນສຳເລັດຮູບ ຫຼຸດຜ່ອນການສົ່ງອອກແຮ່ດິບໄປຕ່າງປະເທດ, ກົນໄກຂະບວນການ ຢັ້ງຢືນຄຸນະພາບ ແລະ ການຂົນສົ່ງແຮ່ທາດ ແລະ ບັນຫາອື່ນໆ.

ຫຼັງຈາກນັ້ນ, ທ່ານ ວົງສະກຸນ ຍິ່ງຍົງ ຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ ຂຶ້ນລາຍງານສະພາບການດຳເນີນທຸລະກິດຂອງ ລັດວິສາຫະກິດໄຟຟ້າລາວ ໃນໄລຍະຜ່ານມາ ໃນນີ້, ທ່ານ ໄດ້ຍົກໃຫ້ເຫັນເຖິງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຂອງ ລັດວິສາຫະກິດໄຟຟ້າລາວ ໃນການດຳເນີນທຸລະກິດຂອງຕົນ ໃນສະພາບແວດລ້ອມເສດຖະກິດຂອງໂລກ, ພາກພື້ນ ແລະ ພາຍໃນປະເທດພົບຄວາມຫຍຸ້ງຍາກ. ທ່ານ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ຍັງໄດ້ອະທິບາຍ-ຊີ້ແຈງຢ່າງກົງໄປກົງມາ ຕໍ່ຄຳຖາມເຈາະຈີ້ມຂອງ ທ່ານ ນາຍົກລັດຖະມົນຕີ ກ່ຽວກັບການປະຕິຮູບແບບແຜນ, ກົນໄກ ການບໍລິຫານຂອງ ບໍລິສັດໃນຕໍ່ໜ້າ; ການແກ້ໄຂບັນຫາຄວາມຫຍຸ້ງຍາກຕ່າງໆທີ່ບໍລິສັດກໍາລັງປະເຊີນໜ້າ; ການຄຸ້ມຄອງບໍລິຫານຈັດການ ການສະໜອງໄຟຟ້າຢູ່ພາຍໃນປະເທດ ໃຫ້ມີຄວາມໝັ້ນຄົງ ຮັບປະກັນບໍ່ໃຫ້ເກີດມີໄຟມອດ, ໄຟດັບ ເປັນວົງກວ້າງ; ແຜນການສະໜອງການສົ່ງອອກກະແສໄຟຟ້າໄປຕ່າງປະເທດ; ການແກ້ໄຂບັນດາໂຄງການລົງທຶນຂອງ ລັດວິສາຫະກິດໄຟຟ້າລາວ ທີ່ມີລັກສະນະຊັກຊ້າ, ແກ່ຍາວເວລາ ແລະ ບັນຫາອື່ນໆ.

ຕອນທ້າຍຂອງກອງປະຊຸມ ທ່ານ ນາຍົກລັດຖະມົນຕີ ໄດ້ມີຄຳເຫັນໂອ້ລົມ ເຊິ່ງກ່ອນອື່ນ ທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຄະນະພັກ, ຄະນະນຳກະຊວງພະລັງງານ ແລະ ບໍ່ແຮ່ ທຸກຂັ້ນ ທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຂອງຕົນດ້ວຍຜົນສຳເລັດທີ່ຕັ້ງໜ້າ ມີຫຼາຍດ້ານໄດ້ກາຍເປັນພື້ນຖານທີ່ສຳຄັນ ໃຫ້ແກ່ການຊຸກຍູ້ການຈະເລີນເຕີບໂຕທາງດ້ານເສດຖະກິດຂອງປະເທດ, ເປັນຂະແໜງການປາຍແຫຼ່ມໃຫ້ແກ່ການຜະລິດເພື່ອສົ່ງອອກ ນຳເອົາເງິນຕາຕ່າງປະເທດເຂົ້າມາພັດທະນາເສດຖະກິດ-ສັງຄົມ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນໃນແຕ່ລະໄລຍະ. ພ້ອມກັນນີ້, ທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ເນັ້ນໜັກໃຫ້ ຄະນະພັກ, ຄະນະນຳກະຊວງ ເອົາໃຈໃສ່ ຄົ້ນຄວ້າ, ຈັດຕັ້ງຜັນຂະຫຍາຍທິດຊີ້ນຳຂອງຂັ້ນເທິງ ໂດຍສະເພາະແມ່ນເນື້ອໃນຈິດໃຈທິດຊີ້ນຳຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປລາວ ກ່ຽວກັບນະໂຍບາຍຫັນປະເທດເຮົາ, ລະບົບເສດຖະກິດຂອງຊາດເຮົາ ຈາກ ລະບອບເສດຖະກິດ ທີ່ເຕັ້ມໄປດ້ວຍຄວາມເພິ່ງພາ, ເອື້ອອີງ ໃຫ້ກ້າວໄປສູ່ລະບົບ ແລະ ລະບອບ ເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ຫຼື ສອຈ ເຂົ້າໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງຂະແໜງການພະລັງງານ ແລະ ບໍ່ແຮ່ ໃຫ້ເກີດດອກອອກຜົນ. ເພື່ອເປັນບ່ອນອີງໃນການຊີ້ນຳ-ນຳພາ ການເຄື່ອນໄຫວວຽກງານພະລັງງານ ແລະ ບໍ່ແຮ່ ໃນຕໍ່ໜ້າໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ ທັງມີຜົນສຳເລັດຢ່າງໜັກ ແໜ້ນ ທ່ານ ນາຍົກລັດຖະມົນຕີ ໄດ້ເນັ້ນບາງບັນຫາ ດັ່ງນີ້:

1) ໃຫ້ສືບຕໍ່ຈັດຕັັ້ງປະຕິບັດບັນດາຄາດໝາຍ ແລະ ວຽກງານຈຸດສຸມຂອງແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ທ້າຍສະໄໝ ຮອດປີ 2025, ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ ປະຈໍາປີ 2024 ສົມທົບກັບການຈັດຕັັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ວຽກງານ ເຄັ່ງຮ້ອນດ້ານເສດຖະກິດ-ການເງິນໃນການແກ້ໄຂອັດຕາເງິນເຟີ້, ລາຄາສິນຄ້າ, ອັດຕາແລກປ່ຽນ ແລະ ໜີ້ສິນ ໂດຍການຫັນເປັນອັນລະອຽດ ແລະ ເປັນຄວາມ ຮັບຜິດຊອບໃນທົົ່ວການຈັດຕັັ້ງພັກ-ລັດ;
2) ໃຫ້ເຊື່ອໝັັ້ນໃນການນໍາພາຂອງຄະນະນໍາກະຊວງ: ຄະນະນໍາຊຸດນີ້ ປະກອບດ້ວຍ ພະນັກງານນໍາພາຜູ້ໜຸ່ມ ແໜ້ນຫ້າວຫັນ. ເຊືີ່ອໝັັ້ນວ່າ ຈະປັບປຸງນໍາພາ ຂະແໜງການ ຢ່າງຖືກຕ້ອງຕາມຫຼັກຂອງກົດໝາຍ. ໂດຍສະເພາະ ຂະແໜງການ ພະລັງງານ ແລະ ບໍ່ແຮ່ ກໍ່ມີກົດໝາຍສະເພາະຂອງຂະແໜງການ 3 ສະບັບ ທີີ່ເປັນ ຫຼັກໃນການ ດໍາເນີນວຽກງານ ແລະ ຄຸ້ມຄອງຂະແໜງການ ຕາມຫຼັກການທາງດ້ານເຕັກນິກ;
3) ການສັບຊ້ອນປ່ຽນແທນພະນັກງານນໍາພາທີີ່ເຂົ້າກະສຽນບໍານານ ແລະ ການສັບຊ້ອນປ່ຽນແທນ ນັັ້ນ, ແມ່ນເປັນໄປຕາມພາວະວິໄສ. ຂ້າພະເຈົັ້າ ເຊືີ່ອໝັັ້ນວ່າ ການນໍາ ແລະ ການຈັດຕັັ້ງຂອງກະຊວງ ໄດ້ຄົ້ນຄວ້າຄັດເລືອກ ເອົາພະນັກງານທີີ່ມີຄວາມອາດສາມາດ, ມີຄວາມຫ້າວຫັນ, ເປັນທີີ່ຄາດຫວັງວ່າຈະມານໍາພາໃນແຕ່ ກົມທີີ່ສໍາຄັນ ໃຫ້ຈັດຕັັ້ງປະຕິບັດໜ້າທີີ່ວິຊາສະເພາະ ຢ່າງມີປະສິດຕິພາບ ສໍາເລັດໄດ້ຕາມ ແຜນການ 5 ປີ ແຕ່ນີ້ຮອດປີ 2025 ແລະ ສາມາດປະກອບສ່ວນຂັບເຄື່ອນເຂົ້າໃນບັນດາວຽກ ຈຸດສຸມຂອງ ລັດຖະບານ ໂດຍສະເພາະ ແມ່ນວຽກງານວາລະແກ້ໄຂຂໍ້ຫຍຸ້ງຍາກທາງດ້ານ ເສດຖະກິດ ແລະ ການເງິນ ຢ່າງເລິກເຊິີ່ງເຖິງຖ່ອງ, ມີຄວາມຮັບປະກັນ;

4) ວຽກງານຂະແໜງການບໍ່ແຮ່: ຢາກໃຫ້ມີການເພີ່ມທະວີຄຸນນະພາບໃນການຕິດຕາມຄຸ້ມຄອງ ຊຸກຍູ້ການຊອກຄົ້ນ-ສໍາຫຼວດ ຂອງບັນດາກິດຈະການ ໃຫ້ເອົາໃຈໃສ່ປະຕິບັດຕາມກອບເວລາໃນສັນຍາ. ການເອົາໃຈໃສ່ ຕິດຕາມການປະຕິບັດແຜນງານ ຊອກຄົ້ນ-ສໍາຫຼວດ ແຮ່ທາດ ໃນແຕ່ລະໂຄງການ ໃຫ້ໄດ້ຂໍ້ມູນທີີ່ຊັດເຈນ ພຽງພໍ ຕາມຫຼັກວິຊາສະເພາະ ເພື່ອຮັບປະກັນ ໄດ້ຂໍ້ມູນໂຄງການທີ່ມີຄຸນນະພາບ ແລະ ກາຍເປັນພື້ນຖານແກ່ການອະນຸມັດການຂຸດຄົ້ນ-ປຸງແຕ່ງ ທີີ່ມີຄຸນນະພາບ ເປັນໂຄງການ ທີີ່ຈະສ້າງຜົນປະໂຫຍດທາງດ້ານການລົງທຶນ ແລະ ຜົນປະໂຫຍດແກ່ການພັດທະນາປະເທດຊາດ ໃນທຸກໆດ້ານ ທັງທາງດ້ານການສ້າງລາຍຮັບໃຫ້ແກ່ລັດ, ການສ້າງວຽກເຮັດງານທໍາ, ການສ້າງພື້ນຖານໂຄງລ່າງ ແລະ ເປັນອົງປະກອບແກ່ທຸລະກິດປິ່ນອ້ອມ, ການເປັນອຸດສາຫະກໍາ, ການຜະລິດເພື່ອທົດແທນການນໍາເຂົ້າ, ການພັດທະນາສ້າງປະໂຫຍດແກ່ສັງຄົມຊຸມຊົນອ້ອມຂ້າງໂຄງການຢ່າງຍືນຍົງ;
5) ສຳລັບວຽກງານດ້ານພະລັງງານ: ການບໍລິຫານການສະໜອງພະລັງງານໃຫ້ຮັບປະກັນໃນປີ 2024 ທີ່ ສປປ ລາວ ເປັນປະທານອາຊຽນ ເຊິ່ງຄາດການວ່າເປັນປີແລ້ງ ທີີ່ມີຜົນມາຈາກປາກົດການເອວນິນໂນ່ ເຮັດໃຫ້ຂີດ ຄວາມສາມາດໃນການຜະລິດໄຟຟ້າຈາກບັນດາແຫຼ່ງຜະລິດເຂື່ອນໄຟຟ້າໃນທົົ່ວປະເທດແມ່ນຫຼຸດລົງກວ່າປີປົກກະຕິ. ກະຊວງ ພບ ແລະ ຟຟລ ຄວນໄດ້ມີການວາງແຜນສະໜອງພະລັງງານ ເພືີ່ອ ຮັບປະກັນບໍ່ໃຫ້ເກີດບັນຫາໃນໄລຍະການດໍາເນີນກອງປະຊຸມຕ່າງໆ ຂອງອາຊຽນ ເຊິ່ງ ຄຶດວ່າຈະຕ້ອງໄດ້ສ້າງແຜນສໍາຮອງ ໃນກໍ່ ລະນີສຸກເສີນ ເພືີ່ອອໍານວຍຄວາມສະດວກໃຫ້ບັນດາກອງປະຊຸມຕ່າງໆ ໄດ້ດໍາເນີນໄປຢ່າງເປັນປົກະຕິ. ການດຸ່ນດ່ຽງພະລັງງານ ໃນໄລຍະຜ່ານມາຮອດປັດຈຸບັນ ແມ່ນເຮົາມີການດຸ່ນດ່ຽງ ພະລັງງານ ທີີ່ອີງໃສ່ມູນເຊື້ອການເຊື່ອມຕໍ່ລະບົບກັບ ປະເທດບ້ານໃກ້ເຮືອນຄຽງ ໂດຍໃນລະດູຝົນ ເຮົາກໍ່ຜະລິດບັນດາໂຄງການເຂື່ອນຝາຍນໍໍ້າລົ້ນ ແລະ ສົ່ງອອກພະລັງງານໄປໃຫ້ເພິ່ນ ແລ້ວໃນລະດູແລ້ງ ກໍ່ໄດ້ນໍາເອົາພະລັງງານຈາກບ້ານເພີ່ນເຂົ້າມາຕອບສະໜອງຄວາມຕ້ອງການພາຍໃນໃຫ້ພຽງພໍ.

ພາບ: ວັນໄຊ ສີສົມພູ
ຂ່າວ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506