ທ່ານ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ4 ຂອງ ສະພາແຫ່ງຊາດ ຊຸດທີ IX ກ່ຽວກັບການຈັດຕັ້ງປະຕິບັດ ການເຮັດທົດລອງການຂຸດຄົ້ນແຮ່ທາດ

          ຕອນເຊົ້າວັນທີ 8 ທັນວາ 2022 ເຊິ່ງເປັນມື້ທີ 4 ຂອງການດຳເນີນກອງປະຊຸມສະໄໝສາມັນເທື່ອທີ4 ຂອງ ສະພາແຫ່ງຊາດ ຊຸດທີ IX ພາຍໃຕ້ການເປັນປະທານຂອງ ທ່ານ ປອ ໄຊສົມພອນ ພົມວິຫານ ກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ. ທ່ານ ປອ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຕາງໜ້າໃຫ້ ລັດຖະບານ ແລະ ໃນນາມກະຊວງ ພະລັງງານ ແລະ ບໍ່ແຮ່ ຂຶ້ນຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ບາງຕອນ ທ່ານ ລັດຖະມົນຕີ ໄດ້ກ່າວວ່າ: ອີງຕາມການຈັດຕັ້ງປະຕິບັດຕາມວາລະແຫ່ງຊາດວ່າດ້ວຍການແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ-ການເງິນ, ລັດຖະບານໄດ້ເປີດໃຫ້ມີການສຳຫຼວດ, ຂຸດຄົ້ນ, ປຸງແຕ່ງ ແລະ ສົ່ງອອກແຮ່ທາດ (ແບບທົດລອງ) ເຊິ່ງໄດ້ມີການກຳນົດບັນດາເງື່ອນໄຂທີ່ດຳເນີນການການຈັດປະຕິບັດການເຮັດທົດລອງການຂຸດຄົ້ນແຮ່ທາດ ກໍ່ຄືຂໍ້ຕົກ ລົງຂອງ ທ່ານ ນາຍົກລັດຖະມົນຕີ ສະບັບເລກທີ 61/ນຍ, ລົງວັນທີ 21 ມິຖຸນາ 2021 (ແຮ່ເຫຼັກ); ມະຕິຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 196/ຄປຈ, ລົງວັນທີ 30 ກໍລະກົດ 2022; ສະບັບເລກທີ 106/ນຍ, ລົງວັນທີ 08 ຕຸລາ 2021(ຫີນອ່ອນມາໂບ້); ສະບັບເລກທີ 107/ນຍ, ລົງວັນທີ 08 ຕຸລາ 2022(ແຮ່ຄຳເຄົ້າ); ສະບັບເລກທີ 141/ນຍ, ລົງວັນທີ 27 ທັນວາ 2021(ແຮ່ຄຳຕົກຂ້ອນ). ນອກນັ້ນກໍ່ຍັງມີຂໍ້ຕົກລົງວ່າດ້ວຍການຂຸດຄົ້ນແຮ່ທາດ ໃນໄລຍະທົດລອງ ສະບັບເລກທີ 001/ຄລທ.ສ, ລົງວັນທີ 01 ກຸມພາ 2022; ແຈ້ງການ, ລະບຽບການທີ່ກ່ຽວຂ້ອງ ແລະ ມີຄູ່ມືເນະນໍາຂອງກະຊວງ ພະລັງງານ ແລະ ບໍ່ແຮ່ ກ່ຽວກັບຂັ້ນຕອນການອອກອະນຸຍາດ ແລະ ການຄຸ້ມຄອງວຽກງານບໍ່ແຮ່ ສະບັບເລກທີ 755/ພບ, ລົງວັນທີ 21 ເມສາ 2022 ເຊິ່ງບັນດານິຕິກຳດັ່ງກ່າວແມ່ນເປັນພື້ນຖານລະບຽບການໃນການຈັດຕັ້ງປະຕິບັດການຂຸດຄົ້ນແຮ່ທາດ(ແບບທົດລອງ) .

          ມາຮອດວັນທີ 5 ທັນວາ 2022 ລັດຖະບານ ໄດ້ເຊັນສັນຍາສໍາປະທານພັດທະນາບໍ່ແຮ່ ໃນຮູບແບບທົດລອງ ຕາມນະໂຍບາຍຂອງລັດຖະບານ ມີທັງໝົດ 62 ບໍລິສັດ, ໃນນີ້ມີໂຄງການ ແຮ່ເຫຼັກ 37 ບໍລິສັດ (ກວມເອົາເນື້ອທີ່ 12.359 ເຮັກຕາ, ໃນ 8 ແຂວງຄື: ແຂວງຫົວພັນ, ແຂວງຊຽງຂວາງ, ແຂວງໄຊສົມບູນ, ແຂວງໄຊຍະບູລີ, ແຂວງຫຼວງພະບາງ, ແຂວງວຽງຈັນ, ແຂວງຄຳມ່ວນ ແລະ ແຂວງສະຫວັນນະເຂດ); ຫີນມາໂບ 2 ບໍລິສັດ (ກວມເອົາເນື້ອທີ່ 384 ເຮັກຕາ, ໃນ 2 ແຂວງຄື: ແຂວງຫົວພັນ ແລະ ແຂວງຫຼວງພະບາງ); ແຮ່ຄຳເຄົ້າ 4 ບໍລິສັດ (ກວມເອົາເນື້ອທີ່ 8.660 ເຮັກຕາ, ໃນ 4 ແຂວງຄື: ແຂວງຊຽງຂວາງ, ແຂວງບໍລິຄຳໄຊ, ແຂວງສະຫວັນນະເຂດ ແລະ ແຂວງອັດຕະປື); ແຮ່ຄຳຕົກຂ້ອນ 14 ບໍລິສັດ (ກວມເອົາເນື້ອທີ່ 48,73 ເຮັກຕາ, ໃນ 6 ແຂວງຄື: ແຂວງບໍ່ແກ້ວ, ແຂວງຫຼວງພະບາງ, ແຂວງໄຊຍະບູລີ, ແຂວງວຽງຈັນ, ນະຄອນຫຼວງວຽງຈັນ ແລະ ແຂວງສະຫວັນນະເຂດ) ແລະ ແຮ່ຫາຍາກ 6 ບໍລິສັດ (ກວມເອົາເນື້ອທີ່ 2.680 ເຮັກຕາ, ໃນ 3 ແຂວງຄື: ແຂວງຫົວພັນ, ແຂວງຊຽງຂວາງ ແລະ ແຂວງເຊກອງ) ລວມເນື້ອທີ່ທັງໝົດ 24.131,73 ເຮັກຕາ.
ທ່ານ ລັດຖະມົນຕີ ກ່າວຕື່ມວ່າ: ພາຍຫຼັງບໍລິສັດໄດ້ເຊັນສັນຍາສໍາປະທານພັດທະນາບໍ່ແຮ່ ແລະ ໄດ້ຮັບໃບອະນຸຍາດລົງທຶນ ຈາກກະຊວງແຜນການ ແລະ ການລົງທຶນ ແລ້ວ, ບໍລິສັດຕ້ອງໄດ້ສະເໜີຫາ ກະຊວງ ພະລັງງານ ແລະ ບໍ່ແຮ່ (ກົມຄຸ້ມຄອງບໍ່ແຮ່) ເພື່ອສະເໜີຜ່ານບົດສຶກສາເສດຖະກິດ-ເຕັກນິກ (FS) ໂຄງການ ແລະ ຖືກຮັບຮອງຈາກກົມຄຸ້ມຄອງບໍ່ແຮ່, ຂໍໃບອະນຸຍາດຂຸດຄົ້ນ ແລະ ໃບອະນຸຍາດປຸງແຕ່ງແຮ່ທາດ-ສ້າງຕັ້ງໂຮງງານ, ພ້ອມທັງສະເໜີລົງເຜີຍແຜ່ສັນຍາສໍາປະທານ ແລະ ປັກຫຼັກໝາຍເຂດສໍາປະທານບໍ່ແຮ່, ຈາກນັ້ນກໍ່ຈະດໍາເນີນການພິຈາລະນາ ແລະ ປະຕິບັດຕາມຂັ້ນຕອນຂອງລະບຽບການ. ພາຍຫຼັງ ທີ່ໄດ້ຮັບອະນຸຍາດ ແລ້ວ ກະຊວງ ພະລັງງານ ແລະ ບໍ່ແຮ່ ຈະປະສານສົມທົບກັບ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ/ນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດຂອງໂຄງການ.

ແຫຼ່ງຂໍ້ມູນ: ກອງເລຂາການນຳ
ຮຽບຮຽງຂ່າວໂດຍ: ຄໍາແສງ ແກ້ວປະເສີດ