ຫົວໜ້າອົງການຮ່ວມມືສາກົນຍີ່ປຸ່ນ (JICA) ເຂົ້າຢ້ຽມຂໍ່ານັບ ທ່ານ ລັດຖະມົນຕີ

         ຕອນເຊົ້າວັນທີ 13 ມີນາ 2024 ທ່ານ NAKASE Toshio ຫົວໜ້າອົງການຮ່ວມມືສາກົນຍີ່ປຸ່ນ (JICA) ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະ ແລະ ຢ້ຽມຂໍ່ານັບ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ເພື່ອປຶກສາຫາລືກັນໃນການເສີມຂະຫຍາຍການພົວພັນຮ່ວມມືດ້ານພະລັງງານ ແລະ ບໍ່ແຮ່. ໃນໂອກາດດັ່ງກ່າວ ທ່ານ ລັດຖະມົນຕີ ໄດ້ສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ NAKASE Toshio ທີ່ໄດ້ເຂົ້າມາພົບປະ, ປຶກສາຫາລືໃນຄັ້ງນີ້. ພ້ອມກັນນີ້, ທ່ານ ລັດຖະມົນຕີ ກໍ່ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ການຊ່ວຍເຫຼືອຂອງ ອົງການ JICA

         ໂດຍໄດ້ຮັບໂຄງການຊ່ວຍເຫຼືອທາງດ້ານວິຊາການ ເຊິ່ງໄດ້ເຊັນຂອບການຮ່ວມມືໃນຂະແໜງພະລັງງານຮ່ວມກັບຍີ່ປຸ່ນກໍ່ຄືອົງການ JICA ມີທັງໝົດ 4 ວຽກຄື: 1) Power Policy Advisor, 2) ດ້ານການປັບປຸງຄຸນນະພາບໄຟຟ້າ (Power Quality Improvement), 3) Power Utility Management Improvement, ແລະ 4) Master Plan Study on Sustainable Carbon Neutral Society for Lao PDR.

           ທ່ານ NAKASE Toshio ສະແດງຄວາມຂອບໃຈຕໍ່ ທ່ານ ລັດຖະມົນຕີ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງລາຍງານຫຍໍ້ທ່າແຮງບົ້ມຊ້ອນຂອງ ສປປລາວ ໃນການພັດທະນາພະລັງງານສະອາດ ແລະ ເປັນມິດຕໍ່ສິ່ງແວດລ້ອມ. ທ່ານ ຍັງມີຄວາມສົນໃຈໃນການພັດທະນາພະລັງງານສະອາດ, ໂດຍສະເພາະ ແມ່ນພະລັງງານຈາກ Hydro, ພະລັງງານແສງຕາເວັນ ແລະ ໂຄງການອື່ນໆ ທີ່ ສປປລາວ ມີທ່າແຮງ. ທ່ານ NAKASE Toshio ສະແດງຄວາມຍິນດີ ທີ່ຈະນໍາເອົາຂໍ້ສະເໜີຂອງລັດຖະມົນຕີ ນໍາໄປລາຍງານຕໍ່ ລັດຖະບານ ເພື່ອພິຈາລະນາ ແລະ ສະໜັບສະໜູນ ສປປ ລາວ ຕື່ມອີກ.

ພາບ ແລະ ຂ່າວ: ສົມສະນຸກ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506