ກອງປະຊຸມໄດ້ຈັດຂຶ້ນໃນວັນທີ 11 ພະຈິກ 2022 ຢູ່ໂຮງແຮມຄຣາວພາຊ່າ ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານ ປອ ດາວວົງ ພອນແກ້ວ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ປະທານຄະນະຊີ້ນຳຮ່ວມໂຄງການກໍ່ສ້າງເຂື່ອນໄຟຟ້າ ນໍ້າອີມຸນ ແລະ ໂຄງການເຂື່ອນໄຟຟ້າຫ້ວຍລະແງ. ມີຄະນະກຳມະການ ແລະ ກອງເລຂາ ທີ່ມາຈາກບັນດາກະຊວງ, ສະພາແຫ່ງຊາດ ແລະ ຂະແໜງການທີ່ກ່ຽວຂ້ອງທັງຢູ່ສູນກາງ ແລະ ທ້ອງຖິ່ນ (ແຂວງເຊກອງ) ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດຂອງທັງສອງໂຄງການໂດຍຫຍໍ້ຈາກພາກສ່ວນຕ່າງໆເປັນຕົ້ນແມ່ນ: ກົມທຸລະກິດພະລັງງານ ເຊິ່ງເປັນກອງເລຂາຂອງຄະນະກຳມະການ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ບໍລິສັດຜູ້ລົງທຶນທັງສອງໂຄງການ. ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ພັດປ່ຽນກັນປະກອບຄຳຄິດເຫັນ ແລະ ແລກປ່ຽນບົດຮຽນໃນການຈັດຕັ້ງປະຕະບັດໂຄງການ ຢ່າງກົງໄປກົງມາ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດທີ່ຕິດພັນກັບຜົນປະໂຫຍດຂອງລັດ, ຂອງປະຊາຊົນ ແລະ ການຮັກສາສິ່ງແວດລ້ອມເປັນຕົ້ນ.
ໂຄງການເຂື່ອນໄຟຟ້ານ້ຳອີມູນ ໄດ້ເຊັນສັນຍາສໍາປະທານໃນວັນທີ 25 ທັນວາ 2020, ໄດ້ເຊັນສັນຍາຊື້ຂາຍໄຟຟ້າ ກັບ EVN ສສ ຫວຽດນາມ ວັນທີ 04 ມັງກອນ 2020, ໂຄງການດັ່ງກ່າວມີກໍາລັງຕິດຕັ້ງທັງໝົດ 133 MW, ສາມາດຜະລິດພະລັງງານໄຟຟ້າໄດ້ສະເລ່ຍ 431 GW, ມູນຄ່າການກໍ່ສ້າງໂຄງການ 235 ລ້ານໂດລາສະຫະລັດ, ມີອາຍຸສໍາປະທານ 25 ປີ(2022 – 2047) ນັບຈາກມື້ຂາຍໄຟຟ້າຢ່າງເປັນທາງການ, ລາຄາໄຟຟ້າສະເລ່ຍຕະຫຼອດອາຍຸສຳປະທານແມ່ນ 6,95 UScent/kWh ໂຄງການໄດ້ເລີ່ມລົງມືກໍ່ສ້າງຢ່າງເປັນທາງການໃນວັນທີ 26 ມັງກອນ 2019 ເປັນຕົ້ນມາ ແລະ ມີຄວາມຄືບໜ້າຢ່າງຕໍ່ເນື່ອງ ມາຮອດປະຈຸບັນສໍາເລັດ 98 % ແລະ ຈະຂາຍໄຟໃນທ້າຍເດືອນ ທັນວາ ປີ 2022.
ສ່ວນໂຄງການເຂື່ອນໄຟຟ້າຫ້ວຍລະແງ ໄດ້ເຊັນສັນຍາສໍາປະທານໃນວັນທີ 22 ທັນວາ 2021, ລັດຖະບານ ສສ ຫວຽດນາມ ກໍ່ໄດ້ອອກໜັງສືຮັບຮອງລາຄາໄຟຟ້າໃຫ້ກັບໂຄງການໃນວັນທີ 12 ກຸມພາ 2021. ໂຄງການດັ່ງກ່າວມີກໍາລັງຕິດຕັ້ງທັງໝົດ 60 MW, ສາມາດຜະລິດພະລັງງານໄຟຟ້າໄດ້ສະເລ່ຍ 289,69 GWh/ປີ, ມູນຄ່າການກໍ່ສ້າງໂຄງການ 147,3 ລ້ານໂດລາສະຫະລັດ, ມີອາຍຸສໍາປະທານ 25 ປີ (2023 – 2048) ນັບຈາກມື້ຂາຍໄຟຟ້າ (COD)ຢ່າງເປັນທາງການ, ໃນລາຄາໄຟຟ້າສະເລ່ຍຕະຫຼອດອາຍຸສຳປະທານແມ່ນ 6,95 UScent/kWh. ໂຄງການໄດ້ເລີ່ມລົງມືກໍ່ສ້າງຢ່າງເປັນທາງການໃນວັນທີ 01 ຕຸລາ 2020 ເປັນຕົ້ນມາ ແລະ ມີຄວາມຄືບໜ້າຢ່າງຕໍ່ເນື່ອງ ມາຮອດປະຈຸບັນສໍາເລັດ 67,09 % ແລະ ຈະຂາຍໄຟໃນທ້າຍເດືອນ ພຶດສະພາ ປີ 2023.
ໂຄງການເຂື່ອນໄຟຟ້ານໍ້າອີມູນ ແລະ ໂຄງການເຂື່ອນໄຟຟ້າຫ້ວຍລະແງ ເມື່ອກໍ່ສ້າງສຳເລັດ ແລະ ດຳເນີນການຜະລິດຢ່າງເປັນທາງການແລ້ວ ຈະຊ່ວຍຊຸກຍູ້ ແລະ ສົ່ງເສີມການພັດທະນາເສດຖະກິດ-ສັງຄົມຂອງປະເທດຢ່າງຫຼວງຫຼາຍ ໂດຍສະເພາະແມ່ນພາຍໃນແຂວງ ເຊກອງ ເຊິ່ງເປັນແຂວງທີ່ໂຄງການຕັ້ງຢູ່. ພ້ອມກັນນີ້, ໂຄງການຍັງໄດ້ສະໜັບສະໜູນ ແລະ ຊ່ວຍເຫຼືອຊີວິດການເປັນຢູ່ຂອງປະຊາຊົນທີ່ຢູ່ໃນເຂດໃກ້ຄຽງຂອງໂຄງການ ເປັນຕົ້ນແມ່ນ: ສ້າງວຽກເຮັດງານທໍາ, ສ້າງອາຊີບທີ່ໝັ້ນຄົງ ແລະ ສະທຶນການສຶກສາລະດັບປະລິຍາຕີ ແລະ ປະລິຍາໂທ ທັງຢູ່ພາຍໃນ ແລະ ຕ່າງປະເທດຕື່ມອີກ.
ພາບ: ວຽງສະຫວັນ ປຣະດິດ
ຂ່າວ: ຄໍາແສງ ແກ້ວປະເສີດ